![]() |
ນອກຈາກນັ້ນ, ໃນວັນທີ 7 ຕຸລາ ຊຶ່ງເປັນມື້ສຸດທ້າຍຂອງການຈັດງານບຸນອອກພັນສາ ແລະ ແຂ່ງຂັນຊ່ວງເຮືອປະຈໍາປີ 2025 ຊຶ່ງຈະໄດ້ຊົມການແຂ່ງຂັນເຮືອຊ່ວງ ຮອບຊີງຊະນະເລີດ ຮຸ່ນ 30-35 ສີພາຍ ແລະ ຮຸ່ນ 50-55 ສີພາຍ.ນອກນີ້, ຍັງມີການແຂ່ງຂັນເຮືອຊ່ວງມິດຕະພາບລາວ-ໄທ ລະຫວ່າງແຂວງຄໍາມ່ວນ ສປປ ລາວ ແລະ ຈັງຫວັດນະຄອນພະນົມ ແຫ່ງຣາຊະອານາຈັກໄທ, ຫຼັງຈາກສຳເລັດແມ່ນຈະໄດ້ມີການມອບຂັນລາງວັນເຮືອຊ່ວງປະເພດຕ່າງໆ ແລະ ໃນຍາມຄໍ່າຄືນ ຈະມີການຄົບງັນ ພ້ອມທັງຮັບຊົມການປ່ອຍກະໂທງສາຍ ຈໍານວນ 2,568 ດວງ, ການໄຫຼເຮືອໄຟ, ການສະແດງສິລະປະ ແລະ ກິດຈະກຳອື່ນໆອີກຫຼາກຫຼາຍ.
![]() |
(ຂ່າວ-ພາບ: ກອງຄໍາ)
ຄໍາເຫັນ