ປີ 1969 ສູນກາງແນວລາວຮັກຊາດ ຂະຫຍາຍທະນາຄານລົງສູ່ທ້ອງຖິ່ນ

ໂດຍ: ພະແນກຂໍ້ມູນຂ່າວສານ ແລະ ປະຊາສຳພັນ ທຫລ
 ມາຮອດຕົ້ນປີ 1969 ສູນກາງແນວລາວຮັກຊາດ ຈຶ່ງໄດ້ຂະຫຍາຍທະນາຄານລົງສູ່ທ້ອງຖິ່ນ ຢູ່ແຂວງຕ່າງໆຂອງເຂດປົດປ່ອຍຢ່າງເປັນລະບົບ ຄື: ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍລິຄໍາໄຊ ຫຼື ສະຫະ 90, ຄໍາມ່ວນ ແລະ ສະຫວັນນະເຂດ ເພື່ອເປີດກວ້າງການນໍາໃຊ້ເງິນກີບປົດປ່ອຍ. ແຕ່ການຂະຫຍາຍທະນາ ຄານລົງສູ່ທ້ອງຖິ່ນເຂດປົດປ່ອຍ ໃນເວລານັ້ນມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກຢູ່ໃນພາ ວະສົງຄາມ, ເສດຖະກິດເຂດປົດປ່ອຍອ່ອນນ້ອຍຖືກສັດຕູທຳລາຍບໍ່ຂາດສາຍ. ດັ່ງນັ້ນ, ການຂະຫຍາຍທະນາຄານແມ່ນຕ້ອງໄດ້ຢູ່ປ່າ ຢູ່ຖ້ຳເລິກດົງໜາ ເພື່ອຄວາມປອດໄພດ້ານຊີວິດ ແລະ ຊັບສິນ, ການປະກອບພະນັກງານເບື້ອງຕົ້ນ ສະເພາະທະນາຄານສູນກາງແມ່ນມີປະມານ 10 ກວ່າຄົນ ແລະ ມີຫ້ອງການຮ່ວມຢູ່ໃນຖໍ້າດຽວກັນກັບພາກສ່ວນການ        ເງິນ, ແຜນການ, ການຄ້າ, ຄົມມະນາຄົມຂົນສົ່ງ; ໃນນີ້, ພະນັກງານວິຊາການຮັບໃຊ້ວຽກງານທະນາຄານຢູ່ແຕ່ລະແຂວງມີ 3-4 ຄົນເທົ່ານັ້ນ ທີ່ຮຽນຈົບລະດັບຊັ້ນຕົ້ນມາຈາກ ສສ ຫວຽດນາມ.
   ສຳລັບວັດຖຸເຕັກນິກຮັບໃຊ້ການເຄື່ອນໄຫວວຽກງານທະນາຄານໃນເຂດປົດປ່ອຍແມ່ນປະຖົມປະຖານທີ່ສຸດ, ການມ້ຽນມັດເງິນຄໍາ ກໍມີແຕ່ຫີບເຫຼັກທຳມະດາ, ລະບົບຄັງສາງເງິນແມ່ນເຮັດເອົາເອງ, ບໍ່ມີພາຫະນະຂົນສົ່ງສະເພາະ ເພື່ອຮັບໃຊ້ການຂົນຍ້າຍເງິນ ອາໄສພາຫະນະລວມຂອງກຸ່ມເສດຖະກິດ ຫຼື ກອງລຳລຽງຂອງສູນກາງ, ຂອງແຂວງ ຫຼື ລົດຮັບໃຊ້ການທະຫານ, ການຕິດຕໍ່ພົວພັນລະຫວ່າງທະນາຄານ ສູນກາງ ແລະ ແຂວງ ແມ່ນພົບຄວາມຫຍຸ້ງຍາກ ເປັນຕົ້ນການສັ່ງຈ່າຍເງິນ, ສ່ວນຫຼາຍແມ່ນຜ່ານລະບົບສື່ສານກົດລັບ ເພື່ອເປັນໃຈກາງໃນການຕິດຕໍ່ພົວພັນກັນ.
ໃນການເຄື່ອນໄຫວວຽກງານທະນາຄານໃນໄລຍະນັ້ນໄດ້ປະຕິບັດບົດບາດຂອງຕົນໄດ້ເປັນຢ່າງດີ ສະແດງອອກຄືພະນັກງານ, ທະຫານ ແລະ ປະຊາຊົນໃນເຂດປົດປ່ອຍໄດ້ນໍາໃຊ້ເງິນກີບຂອງຕົນ ເພື່ອຊຳລະສະສາງໃນການຊື້-ຂາຍສິນຄ້າ, ການຮັບ-ຈ່າຍເງິນຂອງອົງການບໍລິຫານ, ເງິນກີບປົດປ່ອຍໄດ້ຮັບຄວາມເຊື່ອໝັ້ນ ແລະ ມີບົດບາດກວ້າງຂວາງ ສະແດງເຖິງລັກສະນະເອກະລາດທາງດ້ານເງິນຕາຂອງແນວລາວຮັກຊາດ, ເພື່ອປະຕິບັດຕາມມະຕິຂອງພັກ ກໍຄືສູນກາງແນວລາວຮັກຊາດ ໃນການຕໍ່ສູ້ແນວຮົບດ້ານເງິນຕາກັບສັດຕູ ເພື່ອຮັກສາຄວາມເປັນເອກະລາດຂອງເງິນກີບປົດປ່ອຍໃຫ້ມີຄວາມສະຫງົບ ແລະ                     ໝັ້ນທ່ຽງ, ລະຫວ່າງ ທ້າຍປີ 1969 ຫາ ກາງປີ 1970, ສູນກາງແນວລາວຮັກຊາດ ຈຶ່ງໄດ້ມີນະໂຍບາຍລຶບລ້າງເງິນກີບວຽງຈັນ ແລະ ເງິນກີບຄັງໄຂ ອອກຈາກເຂດປົດປ່ອຍ ຢ່າງສົມບູນ ໂດຍໄດ້ມີນະໂຍບາຍຕໍ່ຜູ້ທີ່ຖືຄອງເງິນກີບວຽງຈັນ ສາມາດປ່ຽນເອົາເງິນກີບປົດປ່ອຍໄດ້ທີ: 20 ກີບວຽງຈັນຕໍ່ 1 ກີບປົດປ່ອຍ, ຈາກນັ້ນ, ເງິນກີບປົດປ່ອຍກໍນັບມື້ນັບໄດ້ຮັບຄວາມເຊື່ອໝັ້ນ ຈາກປະຊາຊົນໃນເຂດປົດປ່ອຍຢ່າງກວ້າງຂວາງ. ຈາກຄວາມເຊື່ອໝັ້ນຕໍ່ເງິນກີບປົດປ່ອຍຄືດັ່ງກ່າວ ບວກກັບຄວາມເດັດດ່ຽວໃນການຕໍ່ສູ້ຍາດເອົາເອກະລາດທາງດ້ານເງິນຕາໃນຂອບເຂດທົ່ວປະເທດ, ພວກເຮົາຈຶ່ງສາມາດກວດລ້າງເງິນກີບວຽງຈັນ ແຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນໃນເຂດປົດປ່ອຍໃຫ້ໝົດໄປ.
  ພາຍຫຼັງໄດ້ມີການເຊັນສັນຍາວ່າດ້ວຍການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຢູ່ລາວ ໃນວັນທີ 21 ກຸມພາ 1973, ລັດຖະບານປະສົມຄັ້ງທີສາມ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ໄດ້ຖືກສ້າງຕັ້ງຂຶ້ນ ໂດຍຖືເອົານະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ເປັນນະຄອນເປັນກາງ. ໃນເວລານີ້ລະບົບເງິນຕາລະຫວ່າງ 2 ເຂດ ແມ່ນເຄື່ອນໄຫວຕາມປົກກະຕິຢູ່ເຂດໃຜລາວ; ຢູ່ຝ່າຍ ຣາຊະອານາຈັກເຂດວຽງຈັນ ຄວບຄຸມ ແລະ 2 ຕົວເມືອງເປັນກາງ ກໍແມ່ນໃຊ້ເງິນກີບວຽງຈັນ, ຢູ່ເຂດຄວບຄຸມຂອງກຳລັງຮັກຊາດ ກໍສືບຕໍ່ນໍາໃຊ້ເງິນກີບປົດປ່ອຍ.
  ໃນເງື່ອນໄຂ ແລະ ສະພາບການດັ່ງກ່າວ ຊຸມປີ 1973-1974, ສູນກາງພັກ ກໍຄືສູນກາງແນວລາວ ຮັກຊາດ ໄດ້ແຕ່ງຕັ້ງຄະນະເສດຖະກິດເຄື່ອນທີ່ຂອງສູນກາງ ຊຶ່ງນໍາໂດຍ ທ່ານ ຊົມຊື່ນ ໄຂຄຳພິທູນ ອະດີດກຳມະການສູນກາງພັກ ພ້ອມດ້ວຍພະນັກງານການນໍາຂະ                   ແໜງການຄ້າ, ການເງິນ, ທະນາຄານ ແລະ ພາກສ່ວນອື່ນໆ ລົງໄປເຄື່ອນໄຫວວຽກງານຢູ່ບັນດາແຂວງພາກໃຕ້ ແລະ ກໍໄດ້ມີການຈັດຕັ້ງສາຂາທະນາຄານສູນກາງເຄື່ອນທີ່ຂຶ້ນ ຊຶ່ງມີທີ່ຕັ້ງຢູ່ບ້ານກະເພີ ເມືອງປາກຊ່ອງ ສະຫະດົງບໍລິເວນ (ແຂວງຈຳປາສັກ) ໂດຍມີພະນັກງານ 2 ຄົນ ແລະ ຕໍ່ມາຈຶ່ງໄດ້ດຳເນີນການຂະຫຍາຍທະນາຄານຢູ່ບັນດາແຂວງພາກໃຕ້ ເຊັ່ນ: ແຂວງຈຳປາສັກ, ແຂວງສາລະວັນ, ຕາເວັນອອກ (ແຂວງເຊກອງ ປັດຈຸບັນ) ແລະ ແຂວງອັດຕະປື.
  ຈາກການຂະຫຍາຍການຈັດຕັ້ງຂອງທະນາຄານສູນກາງ ໄດ້ເຮັດໃຫ້ການເຄື່ອນໄຫວວຽກງານຄ່ອຍໆມີບາດກ້າວໃໝ່ ເປັນຕົ້ນແມ່ນວຽກງານສິນເຊື່ອໄດ້ມີການຂະຫຍາຍຕົວບໍ່ວ່າຢູ່ສູນກາງກໍຄືຢູ່ເຂດແຂວງຕ່າງໆ. ໃນນີ້, ການປ່ອຍສິນເຊື່ອແມ່ນເພື່ອຊຸກຍູ້ການຜະລິດດ້ານກະສິກຳ ປູກຝັງລ້ຽງສັດ ຂອງປະຊາຊົນເປັນຕົ້ນຕໍ; ນອກນັ້ນ, ແມ່ນການໃຫ້ກູ້ຢືມເພື່ອການຄ້າ  ແລະ ໃຫ້ສິນເຊື່ອແກ່ການຜະລິດຫັດຖະກຳ ແລະ ອຸດສະຫະກຳ, ວຽກງານລະດົມແຫຼ່ງທຶນ ໂດຍສະເພາະແມ່ນເງິນຝາກປະຢັດຂອງປະຊາຊົນ ກໍເລີ່ມຂະຫຍາຍຕົວ ຊຶ່ງໄດ້ເຮັດໃຫ້ເຂດປົດປ່ອຍມີການຫັນປ່ຽນ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ປກສ ເມືອງສຳພັນ ມອບລົດຈັກ 2 ຄັນຄືນໃຫ້ເຈົ້າຂອງເດີມ

ໃນວັນທີ 17 ກໍລະກົດນີ້, ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ກອງບັນຊາການ ປກສ ເມືອງສຳພັນ ແຂວງຜົ້ງສາລີ ໄດ້ມອບລົດຈັກເວັບ 110 ສີດໍາ 1 ຄັນ ແລະ ລົດຈັກເວັບໄອ 125 ສີຟ້າດຳ 1 ຄັນ, ທີ່ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ. ຕາມການລາຍງານຂອງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນ ວັນທີ 12 ກໍລະກົດ 2025 ຜ່ານມາ, ໜ່ວຍງານ ສືບສວນ-ສອບສວນ ປກສ ເມືອງສຳພັນໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍໄດ້ລັກລົດຈັກ ທີ່ຈອດໄວ້ຢູ່ເຮືອນຕົນເອງ ບ້ານພູໄຊ ແລະ ບ້ານນາໄຊ ເມືອງສຳພັນແຂວງຜົ້ງສາລີ.
ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ສນຫລ ຫວນຄືນມູນເຊື້ອ ວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ສະຫະພັນນັກຮົບເກົ່າແຫ່ງຊາດລາວ (ສນຫລ) ໄດ້ຈັດປາຖະກະຖາຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - ກໍລະກົດ 2025) ຂຶ້ນໃນວັນທີ 18 ກໍລະກົດ ນີ້ ທີ່ ສນຫລ ໂດຍໃຫ້ກຽດເຜີຍແຜ່ ແລະ ເປັນປະທານຮ່ວມຂອງ ສະຫາຍ ພັອ ນາງ ຄໍາພູ ສິດທິເສນ ຫົວໜ້າກົມກວດກາ ສນຫລ; ສະຫາຍ ພົວ ຄໍາຫອມ ແສງບົວລົມ ຮອງປະທານ ສນຫລ; ສະຫາຍ ນາງ ນິດສະໄໝ ສິດທິໄຊ ປະທານສະຫະພັນແມ່ຍິງ ສນຫລ ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ເຂົ້າຮ່ວມຮັບຟັງ.
ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ເຈົ້າແຂວງສະຫວັນນະເຂດ ຕິດຕາມ, ປະເມີນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ອົງຄະນະພັກເມືອງໄຊບູລີ

ໃນວັນທີ 16 ກໍລະກົດຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ໄປພົບປະໂອ້ລົມພະນັກງານການນຳເມືອງໄຊບູລີ ເພື່ອຮັບຟັງການລາຍງານກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ໂດຍມີທ່ານ ຄາລາໂຊ ຫຼຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ.
ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ເມືອງຊຽງຮ່ອນໄດ້ຮັບຜົນກະທົບຈາກນໍ້າຖ້ວມ

ໃນລະຫວ່າງວັນທີ 16-17 ກໍລະກົດ 2025ຜ່ານມານີ້, ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເຮັດໃຫ້ປະລິມານນໍ້າຝົນຢູ່ພາຍໃນເມືອງແທກໄດ້ 201,5 ມີລີແມັດ ຢູ່ຈຸດວັດແທກປະລິມານນໍ້າຝົນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຢູ່ໃນລະດັບເຕືອນໄພ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ໄດ້ເຮັດໃຫ້ແມ່ນໍ້າສາຍຫຼັກ ຫຼາຍສາຍໄດ້ມີມວນນໍ້າເປັນຈຳນວນຫຼວງຫຼາຍໄຫຼສົມທົບກັນ ເຮັດໃຫ້ມີນໍ້າໄຫຼຊຸ ແລະ ຍື່ງຖ້ວມເຮືອນຊານບ້ານຊ່ອງ ທີ່ຢູ່ອາໃສ ແລະ ພື້ນທີ່ທຳການຜະລິດຂອງຊາວກະສິກອນ ຢູ່ພາຍໃນເມືອງ ເປັນຕົ້ນແມ່ນ: ຖ້ວມທີ່ຢູ່ອາໃສ ໄດ້ຮັບຜົນກະທົບຈຳນວນ 12 ບ້ານຄື: ບ້ານ ນາອອນ, ດອນເຟືອງ, ບ້ານປົ່ງ,ອນມູນ, ທາດ, ຫ້ວຍຮາກ, ທົ່ງກາບ, ບ້ານແກ່ນ, ບ້ານຄໍ້າ, ບ້ານຂິ່ງ, ໃໝ່ໜອງຊາງ ແລະ ບ້ານຊ້າງ ມີ 404 ຄອບຄົວ, ມີ 2,000 ກວ່າຄົນ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັັດຕະປື

ໃນວັນທີ 18 ກໍລະກົດນີ້, ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປີ, ໂດຍໃຫ້ການຕ້ອນຮັບຂອງທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ໄດ້ພົບປະກັບຄະນະປະຈຳພັກແຂວງ ຄະນະໂຄສະນາອົບຮົບແຂວງທີ່ຫ້ອງວ່າການແຂວງ.
ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ອຸດົມໄຊ ລະດົມແນວຄວາມຄິດ ແກ້ໄຂບັນຫາຂາດແຄນແຮງງານ

ໃນວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງ ໄດ້ຈັດກອງປະຊຸມພົບປະຄູ່ຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມວຽກງານບໍລິການຈັດຫາງານພາຍໃນ ແລະ ຫາແນວທາງແກ້ໄຂບັນຫາການຂາດແຄນແຮງງານພາຍໃນແຂວງ ຂຶ້ນໂດຍການເປັນປະທານຂອງ ທ່ານ ສຸພອນ ແສງຈັນທະລາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງອຸດົມໄຊ.
ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ເມືອງຄອບ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຈໍານວນ 2 ຕື້ກວ່າກີບ

ໃນຕອນເຊົ້າຂອງວັນທີ 16-17 ກໍລະກົດຜ່ານມານີ້ ນໍ້າໄດ້ຖ້ວມຊຸຢ່າງກະທັນຫັນ ຢູ່ຫຼາຍບ້ານພາຍໃນເມືອງຄອບ ແຂວງໄຊຍະບູລີ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ຈົນເກີດມີນໍ້າໄຫຼຊຸ ເຮືອນຊານ ບ້ານຊ່ອງຂອງປະຊາຊົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜວງ. ອີ່ງຕາມການລາຍງານຜົນເສຍຫາຍໃນເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມໃນຄັ້ງນີ້ ຂອງຄະນະກໍາມະການຕ້ານໄພພິບັດຂັ້ນເມືອງໃຫ້ຮູ້ວ່າ: ໃນທົ່ວເມືອງຖືກຜົນກະທົບທັງໝົດຈໍານວນ 6 ບ້ານຄື: ບ້ານຜາບ່ອງ, ມ່ວງດອນມູນ, ເຄິ່ງຫຼັກຄໍາ, ປາງໄຮ, ປ່າຄາ ແລະ ບ້ານນໍ້າພ້າວ ປະກອບມີ 258 ຄອບຄອບ, ມີ 1,336 ຄົນ ຍິງ 628 ຄົນ ຊຶ່ງຄິດເປັນມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ
ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ຜະລິດຕະພັນອໍຣ່າຟູດ ກິນແລ້ວດີເໝາະສໍາລັບຜູ້ທີ່ຮັກສາສຸຂະພາບ

ບໍລິສັດອໍຣ່າການຄ້າ ໄດ້ນໍາສະເໜີຜະລິດຕະພັນໃໝ່ທີ່ເປັນທັນຍາພຶດ ກິນແລ້ວດີຕໍ່ສຸຂະພາບເໝາະສໍາລັບທຸກເພດທຸກໄວ ໂດຍສະເພາະຜູ້ທີ່ກຳລັງເບິ່ງແຍງສຸຂະພາບ. ທ່ານນາງ ອານຸລັກ ວິລາວົງ ຮັບຜິດຊອບຝ່າຍການຕະຫຼາດ ບໍລິສັດອໍຣ່າການຄ້າ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 17 ກໍລະກົດຜ່ານມາ ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2025 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນວ່າ:
ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມ ກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ

ກອງປະຊຸມກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ເພື່ອລາຍງານຜົນການຄົ້ນຄວ້າ, ກວດກາ ແລະ ສັງລວມ ການສະເໜີຂໍອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ການສະເໜີຂໍອະໄພຍະໂທດປ່ອຍຕົວ ປະຈຳປີ 2025 ໄດ້ຈັດໃນວັນທີ 18 ກໍລະກົດ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີຕາງໜ້າອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງກະຊວງສາທາ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງກະຊວງສາທາລະນະສຸກ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ (20/7/1955-20/7/2025) ຄົບຮອບ 70 ປີ ແລະ ເຜີຍແຜ່ຜົນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຕ້ານເຊື້ອ ຂຶ້ນໃນວັນທີ 15 ກໍລະກົດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ), ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະ ນະສຸກ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ