![]() |
ທ່ານ ຄຳວິໄສ ຜຸຍຍະວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 13/ກມສພ, ລົງວັນທີ 23/1/2026 ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່, ຊຶ່ງກົມການເມືອງສູນກາງພັກ ໄດ້ອອກຄຳສັ່ງຍົກຍ້າຍສະຫາຍ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄປຮັບໜ້າທີ່ໃໝ່ຢູ່ຄະນະໂຄສະນາອົບຮົມສູນກາງພັກ (ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ).
ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ຕາງໜ້າຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດ ມອບຊໍ່ດອກໄມ້ ພ້ອມກ່າວທັງສະແດງຊົມເຊີຍ ແລະ ອວຍພອນໄຊແດ່ສະຫາຍ ໂພໄຊ ໄຂຄຳພິທູນ ທີ່ໄດ້ຮັບການຍົກຍ້າຍໃຫ້ໄປຮັບໜ້າທີ່ໃໝ່ອັນມີກຽດທີ່ຄະນະໂຄສະນາອົບຮົມສູນກາງພັກໃນຄັ້ງນີ້.
(ແຫຼ່ງຂ່າວ: ແຂວງສຫວັນນະເຂດ)

ຄໍາເຫັນ