ປີ 2023 ແຂວງວຽງຈັນ ສາມາດເກັບລາຍຮັບງົບປະມານໄດ້ລື່ນແຜນ

ປີ 2023 ແຂວງວຽງຈັນ ສາມາດເກັບລາຍຮັບງົບປະມານໄດ້ລື່ນແຜນ
ທ່ານ ວອນ ວໍລະສານ ຫົວໜ້າພະແນກການເງິນແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ທັນວານີ້, ທ່ານກ່າວວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການຕ່າງໆໃນປີ 2023 ແຂວງວຽງຈັນສາມາດເກັບລາຍຮັບງົບປະມານໄດ້ 371,08 ຕື້ກີບ ເທົ່າກັບ 125,95% ຂອງແຜນການ (ແຜນການ 294,63 ຕື້ກີບ) ທຽບໃສ່ປີ 2022 ຜ່ານມາເທົ່າກັບ 118,20% ເພີ່ມຂຶ້ນ 57,13 ຕື້ກີບ, ໃນນີ້ມີລາຍຮັບສູນກາງປະຕິບັດໄດ້ 38,78 ຕື້ກີບ; ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 332,30 ຕື້ກີບ ເທົ່າກັບ 118,83%, ໃນນີ້ມີລາຍຮັບສ່ວຍສາອາກອນປະຕິບັດໄດ້ 241,93 ຕື້ກີບ ເທົ່າກັບ 115,59% ຂອງແຜນການປີ; ຮັບຈາກທີ່ດິນປະຕິບັດໄດ້ 12,15 ຕື້ກີບ ເທົ່າກັບ 91,33% ຂອງແຜນການປີ; ຮັບຈາກຄ່າທໍານຽມປະຕິບັດໄດ້ 6,98 ຕື້ກີບ ເທົ່າກັບ 87,23% ຂອງແຜນການປີ; ບໍລິການວິຊາການປະຕິບັດໄດ້ 24 ຕື້ກີບ ເທົ່າກັບ 100% ຂອງແຜນການປີ; ລາຍຮັບຊັບສິນປະຕິບັດໄດ້ 47,14 ຕື້ກີບ ເທົ່າກັບ 188,90% ຂອງແຜນການປີ; ລັດລົງທຶນ ແລະ ການປະກັນໄພປະຕິບັດໄດ້ 108,18 ລ້ານກີບເທົ່າກັບ 144,25% ຂອງແຜນການປີ.    ສຳລັບການຄຸ້ມຄອງລາຍຈ່າຍ ໄດ້ສຸມໃສ່ການຄຸ້ມຄອງລາຍຈ່າຍໄປຕາມທິດປະຢັດ ແລະ ຕ້ານການຟູມເຟືອຍຕາມດຳລັດ 205/ລບ, ລົງວັນທີ 22 ກໍລະກົດ 2022; ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0200/ກງ ວ່າດ້ວຍກຳນົດໝາຍລາຍຈ່າຍງົບປະມານ, ການປະຢັດ ແລະ ຕ້ານການຟຸ່ມເຟືອຍ; ຈັດຕັ້ງເຜີຍແຜ່ແຈ້ງການຂອງກະຊວງການເງິນ ສະບັບເລກທີ 1336/ກງ, ລົງວັນທີ 8 ພຶດສະພາ 2023 ການອະນຸມັດ ແລະ ເບິກຈ່າຍງົບ ປະມານລົງທຶນພາຍໃນຂອງລັດ ແລະ ສະບັບເລກທີ 1254/ກງ, ລົງວັນທີ 27 ເມສາ 2023 ເລື່ອງນະໂຍບາຍການ ນໍາໃຊ້ເງິນເກີນແຜນເກັບລາຍຮັບປີ 2022; ເອົາໃຈໃສ່ແກ້ໄຂລາຍຈ່າຍຕາມບູລິມະສິດເປັນຕົ້ນ ເງິນເດືອນ, ເງິນອຸດໝູນພະນັກງານເປັນປົກກະຕິ ແລະ ທັນເວລາ. ພ້ອມນີ້, ສືບຕໍ່ແນະນໍາການປະຢັດໄຟຟ້າ, ນໍ້າປະປາຢູ່ໃນສໍານັກງານຫ້ອງການຂອງລັດ ແລະ ຕ້ານການຟູມເຟືອຍການໃຊ້ຈ່າຍບໍລິຫານຕ່າງໆທີ່ບໍ່ຈໍາເປັນໃຫ້ຫຼຸດລົງໃນຕໍ່ໜ້າ; ສຸມໃສ່ຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິຜົນສູງຂຶ້ນຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ບັນດານິຕິກຳທີ່ກ່ຽວຂ້ອງຕ່າງໆ. ຜ່ານການອະນຸມັດເບິກຈ່າຍໝົດປີສາມາດອະນຸມັດລາຍຈ່າຍ 731,08 ຕື້ກີບ ເທົ່າກັບ 99,69% ຂອງແຜນການ (ແຜນການ 733,33 ຕື້ກີບ). ໃນນີ້ມີລາຍຈ່າຍປົກກະຕິປະຕິບັດໄດ້ 707,08 ຕື້ກີບ ເທົ່າກັບ 99,68% ຂອງແຜນການປີ, ລາຍຈ່າຍວິຊາການປະຕິບັດໄດ້ 14,36 ຕື້ກີບ ເທົ່າກັບ 82,93% ຂອງແຜນການປີ, ລາຍຮັບຈາກການດຸ່ນດ່ຽງຈາກສູນກາງປະຕິບັດໄດ້ 453,69 ຕື້ກີບ ເທົ່າກັບ 100% ຂອງແຜນການປີ.
    ທ່ານ ວອນ ວໍລະສານ ກ່າວຕື່ມອີກວ່າ: ປີ 2024 ຈະສູ້ຊົນຈັດຕັ້ງປະຕິບັດຄາດໝາຍລາຍຮັບໃຫ້ໄດ້ທັງໝົດ 333,93 ຕື້ກີບ ທຽບໃສ່ປີຜ່ານມາເທົ່າກັບ 113,34%, ເພີ່ມຂຶ້ນ 13,34% ໃນນີ້ມີລາຍຮັບພູດສູນກາງຈະສູ້ຊົນປະຕິ ບັດໃຫ້ໄດ້ 76,10 ຕື້ກີບ ແລະ ລາຍຮັບພູດທ້ອງຖິ່ນຈະສູ້ຊົນປະຕິບັດໃຫ້ໄດ້ 257,83 ຕື້ກີບ ເທົ່າກັບ 92,20% ຂອງແຜນການປີ ແລະ ຈະສູ້ຊົນຄຸ້ມຄອງລາຍຈ່າຍໃຫ້ໄດ້ທັງໝົດ 520,71 ຕື້ກີບ (ບໍ່ລວມຮ່ວງເງິນລົງທຶນປົກກະຕິຂອງລັດ ຊຶ່ງຍັງຢູ່ນຳຂະແໜງແຜນການ ແລະ ການລົງທຶນ) ເທົ່າກັບ 71,01% ຂອງແຜນການປີຜ່ານມາ. ໃນນີ້ມີລາຍຈ່າຍປົກກະຕິ 502,69 ຕື້ກີບ ແລະ ລາຍຈ່າຍວິຊາການ 18,02 ຕື້ກີບ. 
ຂ່າວ-ພາບ: ແຂວງວຽງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ