ທ່ານ ພົນຈັດຕະວາ ຄໍາແພງ ເພັດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ X ສະໄໝທີ VIIໃນວັນທີ 25 ທັນວາຜ່ານມາ, ກ່ຽວກັບວຽກງານ ປກສ ປະຈໍາປີ 2023 ທ່ານກ່າວວ່າ: ໃນ 1 ປີຜ່ານມາ, ທົ່ວແຂວງໄຊຍະບູລີມີຄະດີເກີດຂຶ້ນທັງໝົດ213ລາຍ,ພົ້ນເດັ່ນແມ່ນຄະດີລັກຊັບພົນລະເມືອງມີ 142ລາຍ,ຄາດຕະກໍາ 4 ລາຍທຽບໃສ່ປີ 2022ຫຼຸດລົງ36ລາຍ;ຜົນເສຍຫາຍຕໍ່ສັງຄົມ:ຄົນເສຍຊີວິດ6ຄົນ, ເຈັບສາຫັດ 4 ຄົນ, ບາດເຈັບສົມຄວນ 12 ຄົນ, ເງິນກີບ 581.714.000ກີບ,ເງິນບາດ3.860.800ບາດ, ເງິນໂດລາ 1.860 ໂດລາ,ເງິນຢວນ 700 ຢວນ, ເງິນດົງ 100.000 ດົງ, ຄໍາຮູບປະພັນນ້ຳໜັກ31ບາດ, ສາຍແອວທອງນາກ 1 ເສັ້ນນ້ຳໜັກ 10 ບາດ,ສາຍຄໍເງິນ 398 ເສັ້ນ, ສາຍແຂນເງິນ 220 ເສັ້ນ, ແຫວນເງິນ 285 ວົງ, ຕ້າງຫູເງິນ 200 ຄູ່ເງິນໝັນ 92 ໝັນ ແລະ ວັດຖຸມີຄ່າອີກຈໍານວນໜຶ່ງ.
ສະພາບອຸບັດເຫດ: ເກີດຂຶ້ນທັງໝົດ158ຄັ້ງທຽບໃສ່ປີ 2022ຫຼຸດລົງ 114ຄັ້ງ,ຜົນເສຍຫາຍ: ພາຫະນະເປ່ເພເລັກນ້ອຍ108ຄັນ, ເປ່ເພສົມຄວນ145ຄັນ, ໃຊ້ການບໍ່ໄດ້9ຄັນ,ເຮືອນເປ່ເພ 1 ຫຼັງ, ຄົນໄດ້ຮັບບາດເຈັບເລັກນ້ອຍ 100ຄົນ, ເຈັບສົມຄວນ106ຄົນ, ເຈັບສາຫັດ37ຄົນແລະເສຍຊີວິດ30ຄົນ, ຍິງ 5ຄົນ, ສະພາບອັກຄີໄພເກີດຂຶ້ນ36ຄັ້ງ,ສ້າງຄວາມເສຍຫາຍປະມານ12ຕື້ 604 ລ້ານກວ່າກີບສາເຫດ: ຍ້ອນໄຟຟ້າລັດວົງຈອນ,ຂາດສະຕິເລີ່ນເລີ້ແລະໄຕ້ທູບທຽນບູຊາ, ສະພາບໄພພິບັດ:ເກີດຂຶ້ນ 11ຄັ້ງລວມມູນຄ່າເສຍຫາຍປະມານ10ຕື້ກວ່າກີບທຽບໃສ່ປີ 2022ເພີ່ມຂຶ້ນ 2 ຄັ້ງ, ສາມາດມ້າງລາຍຄະດີຢາເສບຕິດໄດ້ 307ລາຍ, ກັກຕົວຜູ້ກະທຳຜິດໄດ້ 328ຄົນຍິງ 40ຄົນ; ຢຶດຂອງກາງໄດ້ຢາບ້າຈໍານວນ 12 ລ້ານກວ່າເມັດ,ຢາໄອ້ນໍ້າໜັກ 0,6 ກຣາມ, ຢາຝິ່ນ 2.767,2 ກຣາມ, ລົດໃຫຍ່ 4 ຄັນ, ລົດຈັກ 34 ຄັນ, ໂທລະສັບມືຖື 57 ເຄື່ອງ ແລະ ອຸປະກອນອີກຈໍານວນໜຶ່ງ.
ທ່ານກ່າວເນັ້ນຕື່ມອີກວ່າ: ຕໍ່ສະພາບການດັ່ງກ່າວນັ້ນ, ກໍາລັງ ປກສ ໃນທົ່ວແຂວງໄດ້ສຸມໃສ່ຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍດ້ານເສດຖະກິດ-ສັງຄົມ ຕາມແຜນຍຸດທະສາດປ້ອງກັນຄວາມສະຫງົບ 4 ຄາດໝາຍ, 4 ແຜນງານໃຫຍ່ ແລະ 41 ໂຄງການທີ່ກະຊວງວາງອອກຢ່າງເຂັ້ມງວດ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ຄໍາເຫັນ