ປີ 2023 ເສດຖະກິດ ເຊກອງຂະຫຍາຍຕົວ 0,5% 

ປີ 2023 ເສດຖະກິດ ເຊກອງຂະຫຍາຍຕົວ 0,5% 
ທ່ານ ຄຳປະກອນ ອຸເທນທະປັນຍາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ວຽກງານການເງິນ ເມື່ອບໍ່ດົນມານີ້ວ່າ: ໃນປີ 2023 ເສດຖະກິດແຂວງເຊກອງຂະຫຍາຍຕົວ ເພີ່ມຂຶ້ນໃນລະດັບ 5,5% ລື່ນແຜນ 0,5% ມີມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2.709 ຕື້ກີບ, ສະເລ່ຍໃສ່ຫົວຄົນເທົ່າກັບ 19,8 ລ້ານກີບ ຫຼື ເທົ່າກັບ 917 ໂດລາຕໍ່ຄົນຕໍ່ປີ.
ທ່ານ ຄຳປະກອນ ອຸເທນທະປັນຍາ ກ່າວຕື່ມວ່າ: ສາເຫດທີ່ເຮັດໃຫ້ເສດຖະກິດຢູ່ແຂວງເຊກອງຂະຫຍາຍຕົວເພີ່ມຂຶ້ນ ແມ່ນຍ້ອນຫຼາຍປັດໃຈ ເປັນຕົ້ນແມ່ນການຜະລິດຂອງຂະແໜງກະສິກໍາ, ອຸດສະຫະກໍາ ແລະ ການບໍລິການ ມີການເພີ່ມຂຶ້ນ ເມື່ອທຽບໃສປີຜ່ານມາ ແລະ ກິດຈະກໍາການຜະລິດໄດ້ຮັບການປັບປຸງ ແລະ ເກີດຂຶ້ນໃໝ່ເຊັ່ນ: ພຶດສະບຽງອາຫານ, ພືດເປັນສິນຄ້າ, ສັດລ້ຽງ, ແຮ່ທາດ, ເຂື່ອນໄຟຟ້າ ແລະ ການບໍລິການ ໃນປີດຽວກັນລາຄາຜົນຜະລິດກໍເພີ່ມຂຶ້ຶ້ນສູງ; ເຮັດໃຫ້ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ທັງໝົດ 2.709 ຕື້ກີບ, ເຮັດໃຫ້ (GDP) ຕໍ່ຫົວຄົນຕໍ່ປີບັນລຸໄດ້ 19,8 ລ້ານກີບ. ໃນນັ້ນ, ຂະແໜງກະສິກໍາ ແລະ ປ່າໄມ້ ເພີ່ມຂຶ້ນ 4,01% ກວມເອົາ 59,98% (ແຜນ 5,4%, ກວມເອົາ 67,8%); ຂະແໜງອຸດສະຫະກຳ ເພີ່ມຂຶ້ນ 6,6% ກວມເອົາ 24,6% (ແຜນ 3,9%, ກວມເອົາ 16,7%) ແລະ ຂະແໜງບໍລິການ ເພີ່ມຂຶ້ນ 5,9% ກວມເອົາ 15,4% (ແຜນ 5,2%, ກວມເອົາ 15,4%) ຂອງ (GDP), ຊຶ່ງເຮັດໃຫ້ເສດຖະກິດເພີ່ມຂຶ້ນ 5,5%.
ສຳລັບແຜນການປີ 2024 ແຂວງຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 6% ຂຶ້ນໄປ ທຽບໃສ່ປິຜ່ານມາ, ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP)  3.057 ກວ່າຕື້ກີບ ແລະ ມີລາຍໄດ້ (GDP) ສະເລ່ຍຕໍ່ຫົວຄົນຕໍ່ປີ 21,9 ລ້ານກີບ. ໃນນັ້ນ, ຂະແໜງກະສິກໍາເພີ່ມຂຶ້ນ 5,3% ກວມເອົາ 59%, ຂະແໜງອຸດສະຫະກຳ ເພີ່ມຂຶ້ນ 9,2% ກວມເອົາ 25,32% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 3,90% ກວມເອົາ 15,68% ຂອງ (GDP).
 (ຂ່າວ:ພຸດທະສອນ)

ຄໍາເຫັນ

ຂ່າວເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ເພີ່ມເຕີມ