ປີ 2023 ສູນບໍລິການຜ່ານປະຕູດຽວຂອງເມືອງແກ່ນທ້າວ ສາມາດເກັບລາຍຮັບໄດ້3.600 ລ້ານກວ່າກີບ

ປີ 2023 ສູນບໍລິການຜ່ານປະຕູດຽວຂອງເມືອງແກ່ນທ້າວ ສາມາດເກັບລາຍຮັບໄດ້3.600 ລ້ານກວ່າກີບ
ທ່ານ ຄອນສະຫວັນ ຄໍາມູນທາ ຫົວໜ້າສ່ວຍສາອາກອນ ຮອງຫົວໜ້າສູນບໍລິການຜ່ານປະຕູດຽວເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ປະກອບຄໍາເຫັນຢູ່ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ວ່າ: ສູນບໍລິການຜ່ານປະຕູດຽວຂອງເມືອງແກ່ນທ້າວປະກອບມີ 15 ຫ້ອງການເຂົ້າຮ່ວມ. ໃນໄລຍະຜ່ານມາໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ເປັນຕົ້ນແມ່ນໄດ້ບໍລິການທາງດ້ານເອກະສານໃຫ້ແກ່ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລວມສູນຢູ່ຈຸດດຽວ, ຊຸກຍູ້ຕິດຕາມການປະກອບເອກະສານເຄື່ອນຍ້າຍສິນຄ້າ, ການເກັບລາຍຮັບຈາກຄ່າທໍານຽມ, ຄ່າບໍລິການຕ່າງໆເພື່ອມອບເຂົ້າງົບປະມານ ແລະ ສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ ຊຶ່ງສະແດງອອກ 1 ປີຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 3.600 ລ້ານກວ່າກີບ.ໃນນັ້ນ, ຄ່າທຳນຽມປະຕິບັດໄດ້ 100 ລ້ານກວ່າກີບ, ຄ່າບໍລິການ 800 ລ້ານກວ່າກີບ, ລາຍຮັບຈາກສ່ວຍສາອາກອນ (ອາກອນເຄື່ອນຍ້າຍ) 2.700 ລ້ານກ່ວາກີບ.
ການບໍລິການປະກອບເອກະສານເຄື່ອນຍ້າຍສິນຄ້າອອກຕ່າງປະເທດຈໍານວນ 3 ແສນກວ່າໂຕນ, ມູນຄ່າ75 ລ້ານກວ່າໂດລາ ປະກອບມີ: ສາລີ 22.000 ກ່ວາໂຕນ, ໝາກເດີອຍ 4.100 ໂຕນ, ມັນແຫ້ງ 297.000 ໂຕນ, ຖົ່ວດິນຝັກ 19 ໂຕນ, ຖົ່ວແດງ 500 ກວ່າໂຕນ, ໝາກງາ 540 ກວ່າໂຕນ, ປໍສາ 25 ໂຕນ, ແກນສາລີ 4.500 ກວ່າໂຕນ, ແກ່ນຫຍ້າ 90 ກວ່າໂຕນ, ກາກມັນຕົ້ນ 5.000 ກວ່າໂຕນ, ຂີງ 90 ກວ່າໂຕນ. ການອອກໃບຢັ້ງຢືນເຄື່ອນຍ້າຍສິນຄ້າພາຍໃນປະເທດໄດ້ເຄື່ອນຍ້າຍສັດລ້ຽງລວມມູນຄ່າທັງຫມົດ 14.000 ລ້ານກວ່າກີບ. ໃນນັ້ນ., ປະກອບມີ ຄວາຍ 1.200 ກ່ວາໂຕ, ງົວ 2.600 ໂຕ, ໝູພັນ 300 ກວ່າໂຕ, ໝູລາດ 570 ກວ່າໂຕ, ມ້າ 200 ກວ່າໂຕ, ເຂົ້າເປືອກ 25 ໂຕນ, ແບ້ 160 ກວ່າໂຕ, ສາລີ 250 ໂຕນ, ໜໍ່ໄມ້ 5 ໂຕນ.
ໃນຕໍ່ໜ້າ ສູນບໍລິການຜ່ານປະຕູດຽວເມືອງແກ່ນທ້າວ ຈະໄດ້ສືບຕໍ່ລົງເຊື່ອມຊຶມບັນດານິຕິກໍາທີ່ກ່ຽວກັບວຽກງານບໍລິການຜ່ານປະຕູດຽວໃຫ້ອົງການປົກຄອງບ້ານ, ບັນດາຫົວໜ່ວຍທຸລະກິດ-ຜູ້ປະກອບການ ແລະປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈເພື່ອເຮັດໃຫ້ແຕ່ລະພາກສ່ວນເຂົ້າໃຈຕໍ່ລະບຽບການຕ່າງໆ, ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ເຄື່ອນໄຫວວຽກງານການບໍລິການຜ່ານປະຕູດຽວ ໃຫ້ເປັນປົກກະຕິ, ເອົາໃຈໃສ່ບໍລິການເອກະສານເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນທີ່ມາໃຊ້ບໍລິການທີ່ມີຫຼາຍຂອດ, ຫຼາຍຂັ້ນ ໃຫ້ສະດວກວ່ອງໄວຂຶ້ນກວ່າເກົ່າ, ປະສານງານກັບຄະນະຮັບຜິດຊອບອຳນວຍຄວາມສະດວກທາງດ້ານການຄ້າຂັ້ນເມືອງ, ກວດກາບັນດາເອກະສານຕ່າງໆເຊັ່ນ: ໃບອານຸຍາດ, ໃບເຄື່ອນຍ້າຍຂອງຜູ້ປະກອບການ ໃຫ້ຖືກຕ້ອງຕາມລະບຽບການ ແລະ ປະກອບພັນທະຕ່າງໆຜ່ານລະບົບຄັງເງິນ ໃຫ້ຄົບຖ້ວນ ແລະ ສືບຕໍ່ຊຸກຍູ້ບັນດາຂະແໜງການທີ່ມີລາຍຮັບ ຈາກຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ເກັບລາຍຮັບໃຫ້ຖືກຕ້ອງຕາມລັດຖະບັນຍັດຂອງປະທານປະເທດ, ພ້ອມທັງປະຕິບັດຕາມແຜນມອບເໝົາຂອງແຕ່ລະຂະແໜງການ ໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ.
(ຂ່າວ: ແກ່ນທ້າວ).

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ  ສະໄໝທີ X (ຮອບທີ 3)

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3)

ໃນວັນທີ 23 ກໍລະກົດຜ່ານມາ ທີ່ສະໂມສອນແຂວງສາລະວັນ ໄດ້ມີກອງປະຊຸມທາບທາມບຸກຄະລາກອນ ທີ່ຈະສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສາລະວັນ ສະໄໝທີ X (ຮອບທີ 3) ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ, ມີສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ເປັນຕົວແທນໃຫ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ໄຊສົມບູນ ທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I

ສະຫະພັນແມ່ຍິງ ແຂວງໄຊສົມບູນ ຈັດກອງປະຊຸມທາບທາມຮ່າງເນື້ອໃນ ແລະ ບຸກຄະລາກອນ ທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຮອບທີ I ຂຶ້ນ ໃນວັນທີ 24 ກໍລະກົດນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ- ພະນັກງານ.
ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫສປທ ເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ

ຫ້ອງວ່າການສຳນັກງານ ປະທານປະເທດ (ຫສປທ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 - 13 ສິງຫາ 2025) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ຂຶ້ນໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງປະຊຸມ ຫສປທ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານດັ່ງກ່າວຂອງ ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງກົມ, ສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຮັບຟັງ.
ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ແມ່ຍິງອົງການໄອຍະການ ປະຊາຊົນສູງສຸດ ຍາດໄດ້ຜົນງານອັນພົ້ນເດັ່ນຫຼາຍດ້ານ

ຄືດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າ ແມ່ຍິງລາວນັບມື້ນັບມີບົດບາດອັນສູງເດັ່ນຂຶ້ນເລື້ອຍໆ ນັບທັງຢູ່ພາຍໃນປະເທດ ແລະ ເວທີສາກົນ. ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025)ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.
ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ອັດຕະປື ທາບທາມບຸກຄະລາກອນຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX

ໃນວັນທີ 23 ກໍລະກົດຜ່ານມາ ທີ່ຫໍປະຊຸມໃຫຍຂອງແຂວງອັດຕະປື, ຄະນະບໍລິຫານງານສະຫະພັນແມ່ແຂວງ ໄດ້ຈັດກອງປະຊຸມທາບທາມ ຮ່າງເນື້ອໃນເອກກະສານກອງປະຊຸມໃຫຍ່ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX ແລະ ທາບທາມບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ lX, ໂດຍການເປັນປະທານຂອງ ທ່ານ ນາງ ບຸນນານ ບຸນນະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ

ກອງປະຊຸມທາບທາມເນື້ອໃນ ຮ່າງລາຍງານການເມືອງ ແລະ ເເຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ຮອບທີ 1 ຢູ່ເມືອງວຽງພູຄາ ເເຂວງຫຼວງນໍ້າທາ ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍເປັນປະທານ ຂອງທ່ານ ສີວິໄລ ປັນເເກ້ວ ກໍາມະການປະຈໍາພັກເເຂວງ ຮອງເຈົ້າເເຂວງ.
ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ການນໍາຂັ້ນສູງເມືອງເງິນ ສືບຕໍ່ຊຸກຍູ້ໃຫ້ກຳລັງໃຈອາສະໝັກ ທີລົງຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ວັນທີ 24 ກໍລະກົດນີ້, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງໆເງິນ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມຊຸກຍູ້ໃຫ້ກຳລັງໃຈບັນດາ ກຳລັງ ປກຊ - ປກສ, ພະນັກງານ, ປະຊາຊົນ ບ້ານຕ່າງໆ ແລະ ຄອບຄົວທີ່ຖືກຜົນກະທົບ
ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ສະຫາຍເລຂາພັກແຂວງສະຫວັນນະເຂດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງເມືອງໄຊພູທອງ

ໃນຕອນບ່າຍວັນທີ 23 ກໍລະກົດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ສືບຕໍ່ລົງເຄື່ອນໄຫວພົບປະໂອ້ລົມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກເມືອງໄຊພູທອງ, ໂດຍການຕ້ອນຮັບຂອງສະຫາຍ ນາງ ດາວວອນ ໄຊສຸລຽນ ເລຂາພັກເມືອງໄຊພູທອງ ພ້ອມດ້ວຍຄະນະບໍລິຫານງານພັກເມືອງ.
ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ນໍ້າບາກ ກັບຜົນສໍາເລັດການນໍາພາວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີ 2025

ພາຍໃຕ້ການນໍາພາຂອງອົງຄະນະພັກເມືອງນໍ້າບາກແຂວງຫຼວງພະບາງໃນການຈັດຕັ້ງຜັນຂະ ຫຍາຍມະຕິຂອງກອງປະຊຸມອົງຄະນະພັກເມືອງຄັ້ງທີ X. ແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ X. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງນໍ້າບາກ ຈຶ່ງມີຜົນສໍາເລັດໃນການປົກປັກຮັກສາ-ສ້າງສາເມືອງຂອງຕົນຢ່າງຕໍ່ເນື່ອງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ເສດຖະກິດສືບຕໍ່ ຂະຫຍາຍຕົວເປັນລໍາດັບ ເມືອງມີຄວາມສະຫງົບໂດຍພື້ນຖານ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນເມືອງໄດ້ຢ່າງທັນການ.
ຜູ້ໂດຍສານທີ່ຮັກແພງທຸກທ່ານ

ຜູ້ໂດຍສານທີ່ຮັກແພງທຸກທ່ານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເດີນທາງຂອງປະຊາຊົນໂດຍໄວເທົ່າທີ່ຈະໄວໄດ້, ທາງລົດໄຟລາວ-ຈີນ ໄດ້ຈັດຕັ້ງປຸກລະດົມພະນັກງານເຮັດວຽກທັງເວັນ ແລະ ຄືນ ເພື່ອລົງເລິກກວດກາສະພາບແລວເສັ້ນທາງ, ອຸປະກອນກົນຈັກ ແລະ ສະຖານີລົດໄຟ ຢ່າງຖີ່ຖ້ວນຮອບດ້ານ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານຊາບວ່າ:
ເພີ່ມເຕີມ