ປີ 2023 ເຊກອງມີ 27 ໂຄງການກໍ່ສ້າງຂົວ-ທາງ 27 ໂຄງການ

ປີ 2023 ເຊກອງມີ 27 ໂຄງການກໍ່ສ້າງຂົວ-ທາງ 27 ໂຄງການ
ໂດຍ: ພຸດທະສອນ
ຕາມການລາຍງານ ຂອງທ່ານ ບົວລີ ສຸຂະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງເຊກອງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວ-ທາງ ທີ່ຈັດຕັ້ງປະຕິບັດ ໃນປີ 2023 ມີ 27 ໂຄງການ. ໃນນີ້, ໂຄງການທີ່ນຳໃຊ້ເງິນກອງທຶນທາງມີ 4 ໂຄງການ, ໂຄງການສືບຕໍ່ 17 ໂຄງການ, ໂຄງການໃໝ່ 1 ໂຄງການ ແລະ ໂຄງການບູລະນະຮັກສາທາງຫຼວງແຫ່ງຊາດ 5 ໂຄງການ.
      ທ່ານ ບົວລີ ສຸຂະວົງ ໃຫ້ຮູ້ຕື່ມວ່າ: ໂຄງການນໍາໃຊ້ບ້ວງເງິນກອງທຶນທາງ 4 ໂຄງການເປັນຕົ້ນ: ໂຄງການຟື້ນຟູທາງປູຢາງຊັ້ນ 1 ແລະ ທາງດິນແດງ ເຂດບ້ານໂພນ (ເມືອງລະມາມ), ຍາວ 5,97 ກິໂລແມັດ (ກມ), ມູນຄ່າ 4,43 ຕື້ກວ່າກີບ, ໜ້າວຽກປະຕິບັດໄດ້ 100%,  ໂຄງການສ້ອມແປງ, ຟື້ນຟູທາງປູຢາງ-ທາງດິນແດງ ເທສະບານເມືອງລະມາມ, ຍາວ 4,12 ກມ, ມູນຄ່າ 2,15 ຕື້ກວ່າກີບ, ປະຕິບັດໄດ້ 100%, ໂຄງການຟື້ນຟູທາງປູອັດສະຟານ 6 ເສັ້ນ ເທສະບານເມືອງລະມາມ, ຍາວ 1,69 ກມ, ມູນຄ່າ 3,26 ຕື້ກວ່າກີບ, ປະຕິບັດໄດ້ 100%, ໂຄງການກໍ່ສ້າງທໍ່ຫຼ່ຽມຫ້ວຍນໍ້າໃສ ເທສະບານເມືອງທ່າແຕງ, ຍາວ 17,39 ແມັດ, ມູນຄ່າ 1,96 ຕື້ກວ່າກີບ, ປະຕິບັດໄດ້ 90.05%; ໂຄງການສືບຕໍ່ 17 ໂຄງການຄື: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ບ້ານແບ່ງ (ພູລະກຸບ) ເມືອງກະລຶມໃໝ່, ຍາວ 48,85 ກມ, ມູນຄ່າ 315,87 ຕື້ກວ່າກີບ, ປະຕິບັດໄດ້ 37,45%, ໂຄງການກໍ່ສ້າງທາງປູດິນແດງ ເພື່ອຂະຫຍາຍຜັງເມືອງລະມາມ ໄລຍະ1, ຍາວ 17,018 ກມ, ມູນຄ່າ 4,71 ຕື້ກວ່າກີບ ປະຕິບັດໄດ້ 44,52%, ໂຄງການກໍ່ສ້າງທາງ 16B ຊ້ວງ 94,6 ກມ ເຊກອງ-ດາກຈິງ, ມູນຄ່າ 638,68 ຕື້ກວ່າກີບ, ປະຕິບັດໄດ້ 100%, ໂຄງການກໍ່ສ້າງທາງຫຼວງແຫ່ງຊາດ 16B ຊ້ວງ 21 ກມ, ດາກຈຶງ-ຊາຍແດນຫວຽດນາມ, ມູນຄ່າ 58 ຕື້ກວ່າກີບ ປະຕິບັດໄດ້ 88,68%, ໂຄງການກໍ່ສ້າງທາງດິນແດງ ແຕ່ບ້ານປານອນ-ຊາຍແດນຕະໂອ້ຍ, ຍາວ 101 ກມ, ມູນຄ່າ 327 ຕື້ກີບ, ປະຕິບັດໄດ້ 21,66%, ໂຄງການກໍ່ສ້າງທາງ ແຕ່ບ້ານຕິນ-ບ້ານຕຶມ-ເມືອງດາກຈຶງ, ຍາວ 71,69 ກມ, ມູນຄ່າ 278,22 ຕື້ກວ່າກີບ ປະຕິບັດໄດ້ 81,76%, ໂຄງການກໍ່ສ້າງທາງດິນແດງ ແຕ່ດາກມັນ-ດາກປາ-ຊາຍແດນເມືອງຊານໄຊ (ອັດຕະປື), ຍາວ 93,6 ກມ ມູນຄ່າ 250 ຕື້ກີບ ປະຕິບັດໄດ້ 100%, ໂຄງການກໍ່ສ້າງທາງດິນແດງ ແຕ່ແຍກທາງ 16B (ດາກລານ-ຕະອຸນ-ນາເວີ), ຍາວ 25 ກມ ມູນຄ່າ 40,79 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການທະລຸເສັ້ນທາງ ແຕ່ແຍກທາງ 7511-ບ້ານວາງ-ບ້ານຊວງ, ຍາວ 26.52 ກມ ມູນຄ່າ 49,61 ຕື້ກວ່າກີບ ປະຕິບັດໄດ້ 32,46%, ໂຄງການກໍ່ສ້າງທາງເບຕົງ ໃນເທສະບານແຂວງ ຍາວ 10,05 ກມ ມູນຄ່າ 320 ຕື້ກີບ ປະຕິບັດໄດ້ 44%, ໂຄງການກໍ່ສ້າງຂົວເບຕົງ 7 ແຫ່ງ ຕາມເສັ້ນທາງ 7511 (ເຊກອງ-ກະລຶມໃໝ່) ຍາວ 313 ແມັດ ມູນຄ່າ 68,21 ຕື້ກວ່າກີບ ປະຕິບັດໄດ້ 42,06%, ໂຄງການກໍ່ສ້າງທາງລຽບຊາຍແດນຕະເວັນອອກ ແຕ່ດ່ານຕະວາງ-ບ້ານເຊຊັບ ຍາວ 86,7 ກມ ມູນຄ່າ 399,05 ຕື້ກວ່າກີບ ປະຕິບັດໄດ້ 28,56%, ໂຄງການກໍ່ສ້າງທາງປູຢາງ ແຕ່ບ້ານໂພນ-ບ້ານແບ່ງ, ຍາວ 42,37 ກມ ມູນຄ່າ 320,75 ຕື້ກວ່າກີບ ປະຕິບັດໄດ້ 94,71%, ໂຄງການຕັດຕາຜ້າຜັງເມືອງລະມາມ (ຟາກນ້ຳເຊກອງ) ຍາວ 42 ກມ ມູນຄ່າ 130,14 ຕື້ກ່ວາກີບ ໜ້າວຽກທັງໝົດບໍ່ມີຄວາມຄືບໜ້າ, ໂຄງການກໍ່ສ້າງທາງປູດິນແດງ ແຕ່ບ້ານປານອນ-ອາຢູນ, ຍາວ 40,57 ກມ ມູນຄ່າ 165,4 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການສ້ອມແປງທາງປູຢາງ ເຂດບ້ານໂພນຄໍາ(ເມືອງລະມາມ) ຍາວ 3,16 ກມ ມູນຄ້າ 3,75 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການກໍ່ສ້າງທາງ ບ້ານໂນນໜອງຫວ້າ ຍາວ 2,14 ກມ ມູນຄ່າ 3,49 ຕື້ກວ່າກີບ ປະຕິບັດໄດ້ 80%.
      ສໍາລັບໂຄງການໃໝ່ມີ 1 ໂຄງການຄື: ໂຄງການກໍ່ສ້າງທາງຢູ່ດິນແດງ ແຕ່ບ້ານຕາກຊຽງA-ບ້ານຮ່າອອດ  ຍາວ 21,805 ກມ, ມູນຄ່າ 57,63 ຕື້ກວ່າກີບ ປະຕິບັດໄດ້ 34,67%; ໂຄງການບູລະນະຮັກສາທາງຫຼວງແຫ່ງຊາດ (ສ້ອມແປງ-ເຝົ້າລະວັງ) ມີ 5 ໂຄງການ: ໂຄງການສ້ອມແປງທາງ 1H ແຕ່ເມືອງທ່າແຕງ-ຊາຍແດນສາລະວັນ ແລະ ທາງ 16B ແຕ່ບ້ານຮ່ອງໄລ-ຊາຍແດນຈຳປາສັກ ຍາວ 62,3 ກມ ມູນຄ່າ 11,1 ຕື້ກວ່າກີບ ປະຕິບັດໄດ້ 70%, ໂຄງການສ້ອມແປງທາງ 1L ແຕ່ເມືອງລະມາມ-ຊາຍແດນອັດຕະປື ຍາວ 20 ກມ ມູນຄ່າ 4,49 ຕື້ກວ່າກີບ ປະຕິບັດໄດ້ 70% ໂຄງການສ້ອມແປງທາງ 16B ແຕ່ບ້ານດາກຕະອອກ-ຊາຍແດນຫວຽດນາມ ຍາວ 8,3 ກມ ມູນຄ່າ 2,64 ຕື້ກວ່າກີບ ປະຕິບັດໄດ້ 70%, ໂຄງການສ້ອມແປງທາງ 16B ຊ້ວງ ກມ 112+000 ຫາ ກມ 116+631 ຍາວ 4,63 ກມ, ມູນຄ່າ 2,64 ຕື້ກວ່າກີບ ປະຕິບັດໄດ້ 100%, ໂຄງການສ້ອມແປງທາງ 16B ຊ້ວງ ກມ 95+000 ຫາ ກມ 116+631 ຍາວ 21,63 ກມ ມູນຄ່າ 6,74 ຕື້ກວ່າກີບ ປະຕິບັດໄດ້ 100%.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ