EU ໃຊ້ພະລັງານແສງຕາເວັນຜະລິດໄຟຟ້າ ຫຼາຍກວ່າຖ່ານຫີນ

ປີ 2024 EU ໃຊ້ພະລັງານແສງຕາເວັນຜະລິດໄຟຟ້າ ຫຼາຍກວ່າຖ່ານຫີນ

ປີ 2024 EU ໃຊ້ພະລັງານແສງຕາເວັນຜະລິດໄຟຟ້າ ຫຼາຍກວ່າຖ່ານຫີນ
ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້, Ember ອົງການຄັງສະໝອງດ້ານພະລັງງານ ລາຍງານວ່າ: ພະລັງງານ​ແສງ​ຕາ​ເວັນ ໄດ້ກວມອັດຕາສ່ວນການຜະລິດໄຟຟ້າຂອງເອີຣົບຫຼາຍກວ່າຖ່ານຫີນ

ເປັນຄັ້ງທຳອິດໃນປີ 2024, ໃນຂະນະທີ່ແກ໊ສທຳມະຊາດກວມອັດຕາສ່ວນຫຼຸດລົງເປັນປີທີ 5 ຕິດຕໍ່ກັນ.

ບົດລາຍງານລະບຸວ່າ:ພະລັງງານໝູນວຽນກວມອັດຕາມສ່ວນເພີ່ມຂຶ້ນຈາກ 34% ໃນປີ 2019 ເປັນ 47% ໃນປີ 2024, ຍ້ອນການຂະຫຍາຍຕົວຂອງພະລັງງານລົມແລະແສງຕາເວັນ. ໃນຂະນະທີ່ເຊື້ອໄຟຟອດຊິວ ກວມອັດຕາສ່ວນຫຼຸດລົງຈາກ 39% ໃນປີ 2019 ລົງສູ່ລະດັບຕ່ຳສຸດແບບບໍ່ເຄີຍມີມາກ່ອນ ທີ່ 29% ໃນປີ 2024.

ຂະແໜງພະລັງງານແສງຕາເວັນກໍາລັງເຕີບໂຕໃນທຸກປະເທດສະມາຊິກສະຫະພາບເອີຣົບ (EU), ໃນຂະນະທີ່ບົດບາດຂອງຖ່ານຫີນກຳລັງຫຼຸດລົງຢ່າງຕໍ່ເນື່ອງ ໂດຍການຜະລິດໄຟຟ້າຈາກພະລັງງານແສງຕາເວັນຂອງ EU ເພີ່ມຂຶ້ນ 21.7% ໃນປີ 2024 ເມື່ອທຽບໃສ່ປີ 2023.

ໃນຂະນະດຽວກັນ, ການໃຊ້ອາຍແກ໊ສທໍາມະຊາດທັງໝົດຂອງ EU ໄດ້ຫຼຸດລົງ 20% ໃນໄລຍະ 5 ປີທີ່ຜ່ານມາ, ໂດຍປະມານ 1 ໃນ 3 ຂອງການຫຼຸດລົງນີ້ເກີດຂຶ້ນໃນຂະແໜງການໄຟຟ້າ.

ປັດຈຸບັນພະລັງງານນິວເຄລຍກວມເອົາ 23.7% ຂອງການຜະລິດໄຟຟ້າໃນສະຫະພາບເອີຣົບ. ຖັດມາແມ່ນພະລັງງານລົມ 17.4%, ອາຍແກ໊ສທໍາມະຊາດ 15.7%, ພະລັງງານນໍ້າ 13.2%, ພະລັງງານແສງຕາເວັນ 11.1% ແລະຖ່ານຫີນ 9.8%, ສ່ວນທີ່ເຫຼືອແມ່ນມາຈາກພະລັງງານຊີວະພາບແລະແຫຼ່ງພະລັງງານອື່ນໆ.

ເຖິງແມ່ນວ່າການຫັນປ່ຽນໄປສູ່ພະລັງງານສີຂຽວມີຄວາມກ້າວໜ້າ ແຕ່ລາຄາພະລັງງານໃນສະຫະພາບເອີຣົບຍັງຄົງຢູ່ໃນລະດັບສູງ, ໂດຍປີ 2024ລາຄາອາຍແກ໊ສຂາຍສົ່ງໂດຍສະເລ່ຍໃນກຸ່ມປະເທດ EU ສູງກວ່າຂອງ ສະຫະລັດ ອາເມຣິກາ ເກືອບ 5 ເທົ່າ, ຂະນະທີ່ລາຄາໄຟຟ້າອຸດສາຫະກຳສູງກວ່າປະມານ2.5ເທົ່າ.

ສະຫະລັດ ອາເມຣິກາ ແມ່ນຜູ້ສະໜອງອາຍແກັສທຳມະຊາດແຫຼວໃຫຍ່ທີ່ສຸດຂອງສະຫະພາບເອີຣົບ. ອີງຕາມບົດລາຍງານຂອງ USAFactsໃນເດືອນກັນຍາ 2024 ລະບຸວ່າ:3 ສ່ວນ 4 ຂອງການຜະລິດພະລັງງານຂອງສະຫະລັດ ອາເມຣິກາ ໄດ້ມາຈາກເຊື້ອໄຟຟອດຊິວ, ໃນຂະນະທີ່ພະລັງງານໝູນວຽນ, ພະລັງງານນິວເຄລຍ ແລະອາຍແກ໊ສທໍາມະຊາດແຫຼວຮ່ວມກັນກວມເອົາສ່ວນແບ່ງທີ່ຍັງເຫຼືອ.

ທ່ານ ໂດນັລ ທຣໍາປະທານາທິບໍດີສະຫະລັດ ອາເມລິກາ ໄດ້ລົງນາມໃນຄໍາສັ່ງບໍລິຫານໃນວັນທີ 20 ມັງກອນ ຜ່ານມາ ເພື່ອສະແດງເຖິງຄວາມຕັ້ງໃຈຂອງປະເທດໃນການຖອນຕົວອອກຈາກສັນຍາປາຣີ, ຕໍ່ມາໃນວັນທີ 21 ມັງກອນ ຜ່ານມາ ທ່ານນາງ ເອີຊູລາ ຟອນເດິ ເລເຢນປະທານຄະນະກໍາມະການເອີຣົບ ກ່າວວ່າ: ທຸກທະວີບຈຳເປັນຕ້ອງແບກຫາບພາລະທີ່ເພີ່ມຂຶ້ນຂອງການປ່ຽນແປງດິນຟ້າອາກາດ. ດັ່ງນັ້ນ, ຈຶ່ງບໍ່ມີທາງທີ່ຈະບໍ່ສົນໃຈໄດ້. ໂດຍສັນຍາປາຣີຍັງຄົງເປັນຄວາມຫວັງຂອງມວນມະນຸດ, ເອີຣົບຈະສືບຕໍ່ຕາມແນວງທານີ້ຕໍ່ໄປ ພ້ອມແລ້ວທີ່ຈະຮ່ວມມືກັບທຸກປະເທດເພື່ອຢຸດຕິໂລກຮ້ອນ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

OPEC+ ຕັ້ງເປົ້າໝາຍເພີ່ມການຜະລິດນ້ຳມັນໃນເດືອນທັນວານີ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກ ຜ່ານມາວ່າ: ອົງການປະເທດຜູ້ສົ່ງອອກນ້ຳມັນ (OPEC) ແລະ ພັນທະມິດ ຫຼື ເອີ້ນລວມກັນວ່າ OPEC+ ໄດ້ຕົກລົງທີ່ຈະເພີ່ມກຳລັງການຜະລິດນ້ຳມັນຂຶ້ນເປັນ137,000 ບາເຣວຕໍ່ມື້ໃນເດືອນທັນວານີ້.ຫຼັງຈາກປະເທດສະມາຊິກເຊັ່ນ: ຊາອຸດິດ ອາຣັບບີ, ຣັດເຊຍ, ອີຣັກ, ສະຫະລັດອາຣັບເອມິເຣດ, ກູເວດ, ກາຊັກສະຖານ, ອານເຊຣີ ແລະ ໂອມານ ປະຊຸມອອນລາຍເພື່ອທົບທວນສະພາບຕະຫຼາດໂລກ ແລະ ທ່າອ່ຽງເສດຖະກິດ.
ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມ APEC ມີຈຸດປະສົງເພີ່ມທະວີການຮ່ວມມືເພື່ອອະນາຄົດທີ່ຍືນຍົງ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ລີເຈມຽນ ປະທານາທິບໍດີ ສ ເກົາຫຼີຊຶ່ງເປັນປະທານກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32 ທີ່ເມືອງ Gyeongju ປະເທດ ສ ເກົາຫຼີໄດ້ຮຽກຮ້ອງໃຫ້ເພີ່ມການຮ່ວມມື ແລະ ຄວາມສາມັກຄີໃນພາກພື້ນອາຊີປາຊີຟິກ ເພື່ອເອົາຊະນະສິ່ງທ້າທາຍໃໝ່ໆ ໃນຂະນະທີ່ໂລກກຳລັງເຂົ້າສູ່ຈຸດປ່ຽນທີ່ສຳຄັນ.
ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ອິນໂດເນເຊຍຕັ້ງເປົ້າໝາຍເພີ່ມກຳລັງການຜະລິດພະລັງງານໝູນວຽນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີວ່າ: ກະຊວງພະລັງງານ ແລະ ຊັບພະຍາກອນບໍ່ແຮ່ຂອງອິນໂດເນເຊຍໄດ້ປະກາດເປົ້າໝາຍໃນການເພີ່ມກຳລັງການຜະລິດພະລັງງານໄຟຟ້າຈາກພະລັງງານໝູນວຽນ 42.6 ກິໂລວັດໃນໄລຍະທົດສະວັດຕໍ່ໄປ ຊຶ່ງເປັນສ່ວນໜຶ່ງຂອງຍຸດທະສາດເພື່ອເລັ່ງການຫັນປ່ຽນຈາກເຊື້ອໄຟຟອດຊິວໄປສູ່ລະບົບພະລັງງານທີ່ມີກາກບອນຕ່ຳ.
ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງແກ່ການຄຸ້ມຄອງດິນຟ້າອາກາດໂລກ

ຂ່າວສານຊີອາໄອລາຍງານໃນທ້າຍອາທິດຜ່ານມາວ່າ: ທ່ານ ໂກ່ວເຈ່ຍຄຸນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ. ໂດຍມີນັກຂ່າວຖາມກ່ຽວກັບກອງປະຊຸມພາຄີສົນທິສັນຍາຂອບການປ່ຽນແປງຂອງດິນຟ້າອາກາດອົງການສະຫະປະຊາຊາດຄັ້ງທີ 30 ຫຼື COP30 ທີ່ຈັດຂຶ້ນຢູ່ນະຄອນເບເລິມ ປະເທດບ​ຣາ​ຊິນ.
ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ຫວຽດນາມ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເສດ​ຖະ​ກິດ​ເອ​ກະ​ຊົນ​ພັດ​ທະ​ນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 1 ພະຈິກ ຜ່ານມາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະເຮັດວຽກທີ 2 ຂອງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຜົນການສຶກສາພົບວ່າ ມະນຸດເຄື່ອນໄຫວຫຼາຍກວ່າສັດປ່າເຖິງ 40 ເທົ່າ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ຖະແຫຼງການຈາກສະຖາບັນວິທະຍາສາດ Weizmann (WIS) ຂອງອິດສະຣາເອນ ລະບຸວ່າ: ທີມນັກຄົ້ນຄວ້າສາກົນໄດ້ຄົ້ນພົບວ່າການເຄື່ອນໄຫວຂອງມະນຸດໂດຍລວມນັ້ນຫຼາຍກວ່າ ສັດລ້ຽງລູກດ້ວຍນົມເທິງບົກ, ສັດປີກ ແລະ ແມງໄມ້ ໃນທຳມະຊາດທັງໝົດລວມກັນປະມານ 40 ເທົ່າ.
WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

WHO ເປີດເຜີຍ ການບໍ່ສົນໃຈວິກິດການດິນຟ້າອາກາດ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 30 ຕຸລາ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງານລະດັບໂລກປະຈຳປີ 2025 ກ່ຽວກັບສຸຂະພາບ ແລະ ການປ່ຽນແປງສະພາບອາກາດ ຊຶ່ງເຮັດຮ່ວມກັບໜັງສືພິມ The Lancet ລະບຸວ່າ: ການເພິ່ງພາອາໄສເຊື້ອໄຟຟອດຊິວຫຼາຍເກີນໄປ ແລະ ຄວາມລົ້ມເຫຼວໃນການປັບຕົວເຂົ້າກັບໂລກທີ່ຮ້ອນຂຶ້ນຢ່າງຕໍ່ເນື່ອງ ກຳລັງສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບຂອງມະນຸດ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ 32

ຂ່າວສານຊີອາໄອລາຍງານວ່າ: ໃນຕອນເຊົ້າວັນທີ 31 ຕຸລາ ຜ່ານມາ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ຄັ້ງທີ 32 ໄດ້ຈັດຂຶ້ນຢູ່ສູນປະຊຸມສາກົນຈອງຈູ ປະເທດ ສ ເກົາຫຼີ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສສຳຄັນຕໍ່ກອງປະຊຸມຄັ້ງນີ້.
ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ທ່ານ ເລືອງເກື່ອງ ພົບປະສົນທະນາກັບທ່ານປະທານາທິບໍດີ ສ ເກົາຫຼີ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດການປະຕິບັດງານຢູ່ ສ ເກົາຫຼີ ແລະ ເຂົ້າຮ່ວມສັບປະດາຂັ້ນສູງເວທີປາໄສການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2025, ໃນຕອນບ່າຍວັນທີ 30 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ Gyeongju ສ ເກົາຫຼີ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ.
ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ອິນໂດນີເຊຍ ຈະເປີດໃຊ້ໂຮງໄຟຟ້ານິວເຄລຍແຫ່ງທຳອິດພາຍໃນປີ 2032

ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ຕຸລາ ຜ່ານມາວ່າ: ທ່ານ ຢູລິອອດ ຕັນຈຸງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດຂອງອິນໂດເນເຊຍ ໄດ້ເປີດເຜີຍວ່າ: ອິນໂດເນເຊຍຄາດວ່າຈະເລີ່ມດໍາເນີນງານໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດພາຍໃນປີ 2032 ຊຶ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການບັນລຸເປົ້າໝາຍການປ່ອຍອາຍແກ໊ສເຮືອນແກ້ວສຸດທິເປັນສູນພາຍໃນປີ 2060.
ເພີ່ມເຕີມ