ການພັດທະນາເສດຖະກິດແຂວງວຽງຈັນ

ປີ 2024 ການພັດທະນາເສດຖະກິດແຂວງວຽງຈັນ ຂະຫຍາຍຕົວໃນລະດັບ 5.3%.

ປີ 2024 ການພັດທະນາເສດຖະກິດແຂວງວຽງຈັນ ຂະຫຍາຍຕົວໃນລະດັບ 5.3%.
ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025

 ຂອງແຂວງວຽງຈັນ ຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ທີ່ໄຂຂຶ້ນໃນລະຫວ່າງວັນທີ 21-24 ມັງກອນ 2025 ວ່າ: ການພັດທະນາເສດຖະກິດຂອງແຂວງວຽງຈັນ ປີ 2024 ຂະຫຍາຍຕົວໃນ ລະດັບ 5.3%ເທົ່າກັບ 98.4% ຂອງແຜນການ, ຄິດເປັນມູນຄ່າໄດ້ 11,998 ຕື້ກີບ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໄດ້ 23 ລ້ານກວ່າກີບ. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 4.14%, ກວມເອົາ 31.58% ຂອງ GDP, ໂດຍມີການປູກເຂົ້າ 61,093 ເຮັກຕາ, ເທົ່າກັບ 89.83% ຂອງແຜນການ, ເກັບກູ້ຜົນຜະລິດໄດ້ 268,131 ໂຕນ, ເທົ່າກັບ 89.22% ຂອງແຜນການ, ການປູກພືດລະດູແລ້ງ ໄດ້ 75,701 ເຮັກຕາ, ລື່ນແຜນການ 38.53%, ເກັບກູ້ຜົນຜະລິດໄດ້ 984,113 ໂຕນ, ລື່ນແຜນການຫຼາຍກວ່າ 2 ເທົ່າ ແລະ ການຜະລິດຊີ້ນ, ປາ ແລະ ໄຂ່ ໄດ້ 33,909 ໂຕນ, ເທົ່າກັບ 92.59% ຂອງແຜນການ. ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5.60%, ກວມເອົາ 31.79% ຂອງ GDP, ປັດໄຈຊຸກຍູ້ແມ່ນມາຈາກການ ຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳໄດ້ 2,143.87 ຕື້ກີບ, ເທົ່າກັບ 101.91% ຂອງແຜນການ, ການຜະລິດພະລັງງານໄຟຟ້າໄດ້ 2,028.80 ກິກາວັດໂມງ, ລື່ນແຜນການ 7.38% ມູນຄ່າ 1,483.88 ຕື້ກີບ, ລື່ນແຜນການ 4.85% ແລະ ການຜະລິດແຮ່ທາດ 2,324.82 ຕື້ກີບ, ລື່ນແຜນການ 48.40%. ຂະແໜງການບໍລິການ ຂະຫຍາຍຕົວ 6.63%, ກວມເອົາ 33.90% ຂອງ GDP, ປັດໄຈຊຸກຍູ້ແມ່ນຈາກການບໍລິການຂົນສົ່ງສິນຄ້າໄດ້ 33,078 ພັນໂຕນ, ລື່ນແຜນການຫຼາຍເທົ່າ ແລະ ບໍລິມາດຂົນສົ່ງໂດຍສານໄດ້ 2,600 ພັນຄົນ, ລື່ນແຜນການ 1.92%. ວຽກງານທ່ອງທ່ຽວ ໝົດປີມີນັກ ທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ 1.9 ລ້ານກວ່າເທື່ອຄົນ, ລື່ນແຜນການ 90.01%, ສ້າງລາຍຮັບ ທົ່ວສັງຄົມໄດ້ 1,347 ຕື້ກີບ, ລື່ນແຜນສິບກວ່າເທົ່າຕົວ, ການຂາຍຍົກ-ຂາຍຍ່ອຍໄດ້ 5,206.89 ຕື້ກີບ, ລື່ນແຜນການ 52.40%, ຂະແໜງອາກອນ ຂະຫຍາຍຕົວ 1.31%, ກວມເອົາ 2.73% ຂອງ GDP. ການປະຕິບັດແຜນງົບປະມານ-ການເງິນ ໄດ້ຫັນຫົວໜ່ວຍທຸລະກິດເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້ 1,545 ຫົວໜ່ວຍ. ໝົດປີສາມາດເກັບລາຍຮັບງົບປະມານທົ່ວແຂວງໄດ້ 594.23 ຕື້ກີບ, ລື່ນແຜນ ການ 70.33%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 15.36%. ການຄຸ້ມຄອງປະຕິບັດລາຍຈ່າຍ: ສຸມໃສ່ຄຸ້ມຄອງລາຍຈ່າຍໄປຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍ, ໝົດປີປະຕິບັດໄດ້ 850.39 ຕື້ກີບ, ເທົ່າກັບ 99.37% ຂອງແຜນການ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 16.90%, ດຸນດ່ຽງຈາກສູນກາງ 487.42 ຕື້ກີບ (ບໍ່ລວມດຸ່ນດ່ຽງເງິນເກີນແຜນ). ນອກນັ້ນ, ການອະນຸມັດລາຍຮັບເກີນແຜນປີ 2023 ປະຕິບັດປີ 2024 ໄດ້ 95.56 ຕື້ກີບ, ເທົ່າກັບ 99.96%ຂອງແຜນການ. ພ້ອມນີ້ວຽກງານອື່ນໆ ກໍເຫັນວ່າມີການປະຕິບັດໄດ້ຕາມແຜນການ ແລະ ລື່ນຄາດໝາຍທີ່ວາງໄວ້.

ທ່ານເຈົ້າແຂວງວຽງຈັນ ກ່າວອີກວ່າ: ສຳລັບແຜນການປີ 2025 ແຂວງວຽງຈັນຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ ບໍ່ໃຫ້ຫຼຸດ 6.5%, ຄິດເປັນມູນຄ່າ 13,294 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 1,211 ໂດລາສະຫະລັດ ຫຼື 25.42 ລ້ານກີບ. ໃນນີ້ ຂະແໜງກະສິກຳ ຂະຫຍາຍຕົວ 4%, ກວມເອົາ 25.63%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9.6%, ກວມເອົາ 38.38%, ຂະແໜງບໍລິການ ຂະຫຍາຍຕົວ 6.6%, ກວມ ເອົາ 33.19% ແລະ ພາສີ-ອາກອນ ຂະຫຍາຍຕົວ 3%, ກວມເອົາ 2.8% ຂອງ GDP.

(-ຂ່າວ: ແກ້ວອຸດົມ)

ຄໍາເຫັນ

ຂ່າວເສດຖະກິດ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
ເພີ່ມເຕີມ