ປີ 2024 ເຊກອງ ຈະສູ້ຊົນພັດທະນາເສດຖະກິດໃຫ້ຂະຫຍາຍຕົວໃນລະດັບ 6%

ປີ 2024 ເຊກອງ ຈະສູ້ຊົນພັດທະນາເສດຖະກິດໃຫ້ຂະຫຍາຍຕົວໃນລະດັບ 6%
ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ລາຍງານສະພາບການທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2023 ແລະ ທິດທາງແຜນວຽກງານຈຸດສຸມປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 3 ມັງກອນ 2024 ວ່າ: ໃນປີ 2024 ແຂວງເຊກອງ ຈະສູ້ຊົນ ພັດທະນາເສດຖະກິດໃຫ້ຫຍາຍຕົວໃນລະດັບ 6% ມູນຄ່າລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 3.057 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 21,9 ລ້ານກີບ ແລະ ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 298,42 ຕື້ກີບ ທຽບໃສ່ປີ 2023 ເພີ່ມຂຶ້ນ 48,33% ສາມາດກ້າວຂຶ້ນເປັນແຂວງກຸ້ມຕົນເອງທາງດ້ານລາຍຈ່າຍງົບປະ ມານຈຳນວນໜຶ່ງ. ໃນນີ້, ລາຍຮັບພູດສູນກາງ 77 ຕື້ກວ່າກີບ ເພີ່ມຂຶ້ນ 670% ແລະ ລາຍຮັບພູດທ້ອງຖີ່ນ 221,35 ຕື້ກີບ ເພີ່ມຂຶ້ນ 15,78%.
ທ່ານ ເຫລັກໄຫລ ສີວິໄລ ກ່າວວ່າ: ທິດທາງແຜນການ ແລະ ແຜນວຽກຈຸດສຸມໃນປີ 2024 ແຂວງຈະສືບຕໍ່ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ, ສ້າງກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ປະຕິບັດໜ້າທີ່ພັນທະຕໍ່ປະເທດຊາດ ແລະ ປະຊາຊົນ, ເພີ່ມທະວີການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ເຂົ້າສູ່ລວງເລິກ;  ສືບຕໍ່ປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍຖືເອົາວຽກງານຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານ 3 ສ້າງ; ຊຸກຍູ້ການສ້າງຖານການຜະລິດໃໝ່ໃນຂົງເຂດອຸດສະຫະກຳ, ກະສິກຳ, ຫັດຖະກໍາ ແລະ ການບໍລິການ; ຊຸກຍູ້ສົ່ງເສີມການຜະລິດ ແລະ ສົ່ງເສີມການແປຮູບຜະລິດຕະພັນກະສິກໍາ, ສົ່ງເສີມວຽກງານຫັດຖະກໍາ ເຂົ້າໃນການພັດທະນາສິນຄ້າທ່າແຮງໃຫ້ກາຍເປັນສິນຄ້າໂອດັອບແຫ່ງຊາດ ຕາມພູມປັນຍາຊາວບ້ານ; ສູ້ຊົນເຮັດໃຫ້ມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ, ຂາຍຍ່ອຍ ແລະ ບໍລິການ) ເພີ່ມຂຶ້ນ; ສ້າງແຜນພັດທະນາການທ່ອງທ່ຽວ, ສົ່ງເສີມການສ້າງຕັ້ງ ແລະ ດໍາເນີນທຸລະກິດ SME, ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງໄປສູ່ຄຸນນະພາບໃໝ່; ເອົາໃຈໃສ່ຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານ, ປະຕິບັດມາດຕະການປະຢັດຕ້ານການຟຸມເຟືອຍ, ອັດທຸກຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບ ດ້ວຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ປະຕິບັດມາດຕະການແກ້ໄຂບັນຫາຄວາມຫຍຸ້ງທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດໃຫ້ແຂງແຮງ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ປະຕິບັດບັນດາຄາດໝາຍຕົວຊີ້ວັດຂົງເຂດສຶກສາ, ສາທາລະນະສຸກ ແລະ ແຮງງານສະຫວັດດີການ-ສັງຄົມ ເພື່ອເປັນກໍາລັງແຮງຂັບເຄື່ອນການພັດທະນາແຂວງໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.
ຂ່າວ: ສັນຍາ, ພາບ: ບູ້ສຸວັນ

ຄໍາເຫັນ

ຂ່າວເສດຖະກິດ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
ເພີ່ມເຕີມ