ປີ 2025 ຈຳນວນເດັກເກີດໃໝ່ຂອງສິງກະໂປ ຫຼຸດລົງ 11.4%

ປີ 2025 ຈຳນວນເດັກເກີດໃໝ່ຂອງສິງກະໂປ ຫຼຸດລົງ 11.4%

ປີ 2025 ຈຳນວນເດັກເກີດໃໝ່ຂອງສິງກະໂປ ຫຼຸດລົງ 11.4%
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ສຳນັກງານກວດຄົນເຂົ້າເມືອງ ສິງກະໂປລາຍງານວ່າ, ຈໍານວນເດັກເກີດໃໝ່ມີຊີວິດໃນປີ 2025 ມີ 29,864 ຄົນ, ຫຼຸດລົງ 11.4% ຈາກປີ 2024. ສ່ວນຈຳນວນຜູ້ເສຍຊີວິດທີ່ໄດ້ລົງທະບຽນໃນປີ 2025 ມີ 26,499 ຄົນ, ເພີ່ມຂຶ້ນ 0.2% ເມື່ອທຽບກັບປີກ່ອນ.

 

 

ບົດລາຍງານການເກີດ ແລະ ການເສຍຊີວິດປະຈຳປີ 2025 ຊີ້ໃຫ້ເຫັນວ່າ: ເດັກນ້ອຍເຊື້ອສາຍຈີນມີອັດຕາສ່ວນສູງສຸດຂອງການເກີດໃໝ່ທັງໝົດໃນປີ 2025, ຢູ່ທີ່ 56.6%, ຮອງລົງມາແມ່ນເຊື້ອສາຍມາລາຍູ 22.5%, ເຊື້ອສາຍອິນເດຍ 11.5% ແລະ ກຸ່ມຊົນເຜົ່າອື່ນໆ 9.4%.

ທັງນີ້, ເຊື້ອສາຍມາລາຍູຍັງຄົງມີອັດຕາການເກີດສູງສຸດ ຢູ່ທີ່ 11.8 ຄົນຕໍ່ປະຊາກອນ 1,000 ຄົນ, ຮອງລົງມາແມ່ນເຊື້ອສາຍອິນເດຍ 7.3 ຄົນ, ໃນຂະນະທີ່ເດັກນ້ອຍເຊື້ອສາຍຈີນມີອັດຕາການເກີດຕໍ່າສຸດຢູ່ທີ່ 5.3 ຄົນຕໍ່ປະຊາກອນ 1,000 ຄົນ.

ໃນຂະນະດຽວກັນ, ພະຍາດມະເຮັງແມ່ນສາເຫດຕົ້ນຕໍຂອງການເສຍຊີວິດໃນປີ 2025, ຮອງລົງມາແມ່ນພະຍາດຫົວໃຈ ແລະ ຄວາມດັນເລືອດສູງ ຊຶ່ງພະຍາດເຫຼົ່ານີ້ຄິດເປັນ 52.1% ຂອງການເສຍຊີວິດທັງໝົດທີ່ລົງທະບຽນ. ສ່ວນພະຍາດປອດ ແລະ ພະຍາດທາງເດີນຫາຍໃຈຄິດເປັນ 24.7% ຂອງການເສຍຊີວິດ, ຕິດຕາມມາດ້ວຍພະຍາດເສັ້ນເລືອດໃນສະໝອງຕີບ (5.6%).

ສຳລັບການເສຍຊີວິດຈາກສາເຫດທີ່ບໍ່ໄດ້ເກີດຂຶ້ນຕາມທຳມະຊາດ ເຊັ່ນ: ອຸບັດເຫດ, ການຂ້າຕົວຕາຍ ແລະ ປັດໄຈພາຍນອກອື່ນໆ ຄິດເປັນ 2% ຂອງການເສຍຊີວິດທັງໝົດທີ່ລົງທະບຽນ.

ຄໍາເຫັນ

ຂ່າວຕ່າງປະເທດ

ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ການ​ຮ່ວມ​ມື​ສະ​ພາ​ແຫ່ງ​ຊາດ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ກໍາປູ​ເຈຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 28 ກໍ​ລະ​ກົດ ຜ່ານມາ ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ ເຈິ່ນ​ແທັ​ງ​ເໝີ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ໄດ້ພົບປະເຈ​ລະ​ຈາ​ກັບ​ ສົມເດັດ ຄຸນ ສຸດາຣີ ​ປະ​ທານ​ສະ​ພາແຫ່ງ​ຊາດ ຣາ​ຊະ​ອ​າ​ນາ​ຈັກ ກຳ​ປູ​ເຈຍ ເນື່ອງ​ໃນ​ໂອ​ກາດ​ນຳ​ພາ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ມາ​ຢ້ຽມ​ຢາມ ຫວຽດ​ນາມ ​ໃນ​ວັນ​ທີ 27 – 29 ກໍ​ລະ​ກົດ ນີ້.
ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ອຸດສາຫະກໍາພະລັງງານໃໝ່ຂອງຈີນ ບັນລຸການພັດທະນາແບບກ້າວກະໂດດ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ແຫຼ່ງຂ່າວຈາກສະມາຄົມຄົ້ນຄວ້າການປະຕິຮູບ ແລະ ການພັດທະນາຂອງວິສາຫະກິດຈີນໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ບົດລາຍງານກ່ຽວກັບສະພາບແວດລ້ອມຂອງອຸດສາຫະກໍາພະລັງງານ 2026 ໄດ້ເຜີຍແຜ່ຢ່າງເປັນທາງການ.
ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ມຽນມາ ຕັ້ງເປົ້າໝາຍສົ່ງອອກເຂົ້າສານ ແລະ ເຂົ້າຫັກ ທັງໝົດ 3 ລ້ານໂຕນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ສະຫະພັນເຂົ້າມຽນມາໄດ້ເປີດເຜີຍເປົ້າ ໝາຍການສົ່ງອອກເຂົ້າສານ ແລະ ເຂົ້າຫັກໃນປີງົບປະມານ 2026-2027 (ເມສາ 2026-ມີນາ 2027), ໂດຍຕັ້ງເປົ້າໝາຍໄວ້ທີ່ 3 ລ້ານໂຕນ ຊຶ່ງຈະສ້າງລາຍຮັບຫຼາຍກວ່າ 1.17 ຕື້ໂດລາ.
ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນ

ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນ

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງ ສ ເກົາຫຼີ ໄດ້ປະກາດໃນວັນທີ 28 ກໍລະກົດ ຜ່ານມາວ່າ, ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ສ ເກົາຫຼີ ໄດ້ເພີ່ມຂຶ້ນເປັນເດືອນທີສາມຕິດຕໍ່ກັນໃນເດືອນກໍລະກົດ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກທີ່ເຂັ້ມແຂງ ແລະ ແຜນການລົງທຶນພາຍໃນປະເທດຂະໜາດໃຫຍ່.
ມິດຊູບິຊິ ມໍເຕີ ວາງເປົ້າໝາຍຜະລິດຫຸ່ນຍົນທີ່ຂັບເຄື່ອນດ້ວຍ AI

ມິດຊູບິຊິ ມໍເຕີ ວາງເປົ້າໝາຍຜະລິດຫຸ່ນຍົນທີ່ຂັບເຄື່ອນດ້ວຍ AI

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ ມິດຊູບິຊິ ມໍເຕີ (Mitsubishi Motors) ໄດ້ຮ່ວມມືກັບ ບໍລິສັດ ໄຮແລນເດີ (Highlanders Inc.,) ສະຕາດອັບດ້ານຫຸ່ນຍົນທີ່ມີຕົ້ນກຳເນີດມາຈາກມະຫາວິທະຍາໄລໂຕກຽວ ໃນການພັດທະນາ ແລະ ຜະລິດຫຸ່ນຍົນຮູບຮ່າງຄ້າຍຄືມະນຸດທີ່ຂັບເຄື່ອນດ້ວຍເຕັກໂນໂລຊີປັນຍາປະດິດ (AI) ໃນລະດັບອຸດສາຫະກຳ, ໂດຍຕັ້ງເປົ້າໝາຍໃຫ້ມີກຳລັງການຜະລິດ 1,000 ໂຕຕໍ່ເດືອນໃນທ້າຍປີ 2027.
ຍ້ອນ​ຫຍັງ​ເຮືອນ​ສຳ​ເລັດ​ຮູບ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​​ເປັນ​ຢ່າງ​ດີຈາກ​ລູກ​ຄ້າ​ທົ່ວ​ໂລກ

ຍ້ອນ​ຫຍັງ​ເຮືອນ​ສຳ​ເລັດ​ຮູບ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​​ເປັນ​ຢ່າງ​ດີຈາກ​ລູກ​ຄ້າ​ທົ່ວ​ໂລກ

​ທຸກ​ຄົນອາດ​ຈະ​ເຄີຍ​ຮູ້​ຈັກ​ ແລະ ຊິນ​ເຄີຍກັບ​ອາ​ຫານ​ສຳ​ເລັດ​ຮູບ, ແຕ່​ທ່ານ​ເຄີຍ​ຮູ້​ຈັກ​ກັບ​ເຮືອນ​ສຳ​ເລັດ​ຮູບ ​ຫຼື ບໍ່? ເຮືອນ​ສຳ​ເລັດ​ຮູບ​ບໍ່​ຄື​ກັນ​ກັບ​ເຮືອນ​ແບບ​ດັ້ງ​ເດີມ, ​ແຕ່​ຄື​ກັນ​ກັບ​ຕົວ​ຕໍ່​ເລ​ໂກ​ຂະ​ໜາດ​ໃຫຍ່ ໂດຍ​ສ່ວນ​ໃຫຍ່ສຳ​ເລັດ​ການ​ຜະ​ລິດ​ຕາມ​ມາດ​ຕະ​ຖານ​ຢູ່​ໂຮງ​ງານ​ພາຍ​ໃນ​ປະ​ເທດ​ຈີນ​ແລ້ວສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ. ພາຍຫຼັງ​ສົ່ງ​ໄປ​ເຖິງ​ຈຸດ​ໝາຍ​ປາຍ​ທາງ​ແລ້ວ, ຈະ​ປະ​ກອບ​ເປັນເຮືອນ​​ຄື​ກັນ​ກັບ​ການ​ປະ​ກອບ​ເລ​ໂກທີ່​ເປັນ​ເຄື່ອງຫຼິ້ນ​ເດັກ​ນ້ອຍ, ສະ​ດວກວ່ອງ​ໄວ​ທີ່​ສຸດ.
ສື່ມວນຊົນຫຼາຍປະເທດ ຢ້ຽມຢາມ ແລະ ສໍາຜັດບັນຍາກາດທີ່ເມືອງປາວຊານ

ສື່ມວນຊົນຫຼາຍປະເທດ ຢ້ຽມຢາມ ແລະ ສໍາຜັດບັນຍາກາດທີ່ເມືອງປາວຊານ

ໃນວັນທີ 27 ກໍລະກົດຜ່ານມານີ້ ທີ່ເມືອງປາວຊານ ແຂວງຢຸນນານ ສປຈີນ. ໄດ້ຈັດກິດຈະກໍາຂຶ້ນພາຍໃຕ້ຫົວຂໍ້ “ໂລກຢູ່ໃນກອບດຽວ ພົບກັນທີ່ປາວຊານ” ເປີດຂຶ້ນຢ່າງເປັນທາງການ ຊຶ່ງມີນັກຂ່າວຕ່າງປະເທດ 19 ຄົນ ມາຈາກ 4 ປະເທດຄື; ລາວ, ຫວຽດນາມ,ມຽນມາ ແລະ ບັງກາລາເທດ.
ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດຕໍ່ຊີຣີ

ເລຂາທິການໃຫຍ່ອົງການ ສປຊ ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດຕໍ່ຊີຣີ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 26 ກໍລະກົດ ຜ່ານມາ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ) ທີ່ກຳລັງຢ້ຽມຢາມຊີຣີໄດ້ຮຽກຮ້ອງໃຫ້ຍົກເລີກມາດຕະການລົງໂທດທັງໝົດຕໍ່ຊີຣີໃນທັນທີ ແລະ ຮຽກຮ້ອງໃຫ້ປະຊາຄົມໂລກເພີ່ມທະວີການສະໜັບສະໜູນດ້ານການເມືອງ ແລະ ດ້ານເສດຖະກິດເຂົ້າໃນການສ້າງສາຊີຣີຄືນໃໝ່.
ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນ້ຳມັນແອັດຊັງ ໄປຈົນເຖິງທ້າຍປີນີ້

ຣັດເຊຍ ຂະຫຍາຍເວລາຫ້າມສົ່ງອອກນ້ຳມັນແອັດຊັງ ໄປຈົນເຖິງທ້າຍປີນີ້

ຂ່າວຕ່າງປະເທດລາຍງານໃນວັນທີ 26 ກໍລະກົດ ຜ່ານມາວ່າ: ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ໄດ້ປະກາດໃນວັນທີ 25 ກໍລະກົດຜ່ານມາວ່າ, ຣັດເຊຍຈະຂະຫຍາຍການຫ້າມສົ່ງອອກນ້ຳມັນແອັດຊັງໄປຈົນຮອດທ້າຍປີ 2026 ເພື່ອຮັກສາສະຖຽນລະພາບການສະໜອງນ້ຳມັນເຊື້ອໄຟພາຍໃນປະເທດ.
ລາ​ຄາ​ນ້ຳ​ມັນ​ສາ​ກົນ​ຫຼຸດ​ລົງ ​ຫຼັງ​ຈາກອາ​ເມ​ຣິ​ກາ​ ແລະ​ ອີ​ຣານ ຢຸດ​ຕິ​ການ​ໂຈມ​ຕີ​​ຊົ່ວ​ຄາວ

ລາ​ຄາ​ນ້ຳ​ມັນ​ສາ​ກົນ​ຫຼຸດ​ລົງ ​ຫຼັງ​ຈາກອາ​ເມ​ຣິ​ກາ​ ແລະ​ ອີ​ຣານ ຢຸດ​ຕິ​ການ​ໂຈມ​ຕີ​​ຊົ່ວ​ຄາວ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 27 ກໍລະກົດ ຜ່ານມາວ່າ: ເນື່ອງ​ຈາກອາ​ເມ​ຣິ​ກາ​ແລະ​ ອີ​ຣານ ຢຸດ​ຕິ​ການ​ໂຈມ​ຕີ​​ກັນ​ເປັນ​ການ​ຊົ່ວ​ຄາວ. ໃນວັນ​ທີ 26 ກໍ​ລະ​ກົດ ຜ່ານມາ, ລາ​ຄາ​ນ້ຳ​ມັນ​ດິບ​ສາ​ກົນ​ໄດ້ຫຼຸດ​ລົງ​ຢ່າງ​ຫຼວງ​ຫຼາຍ ​ໂດຍ​ຫຼຸດ​ລົງ​ຫຼາຍກວ່າ 6% ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ​ການ​ຊື້-​ຂາຍໃນ​ສັບ​ປະ​ດາ​ໃໝ່.
ເພີ່ມເຕີມ