ຂ່າວລະບຸວ່າ: ໄລ່ສະເພາະເດືອນເມສາ 2026, ການສົ່ງອອກແກ່ນໝາກມ່ວງຫິມະພານຂອງ ຫວຽດນາມ ບັນລຸ 217,000 ໂຕນ, ວົງເງິນສົ່ງອອກບັນລຸເກືອບ 1.5 ຕື້ໂດລາ, ເພີ່ມຂຶ້ນນັບທັງດ້ານຈຳນວນ ແລະ ມູນຄ່າເມື່ອທຽບໃສ່ປີ 2025. ຄາດວ່າ, ປີ 2026 ວົງເງິນສົ່ງອອກຂອງຂະແໜງໝາກມ່ວງຫິມະພານຈະບັນລຸ 5 ຕື້ໂດລາ.
ປັດຈຸບັນ, ນະຄອນດົ່ງນາຍ ຖືວ່າແມ່ນເຂດປູກໝາກມ່ວງຫິມະພານໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍເນື້ອທີ່ປະມານ 176,000 ເຮັກຕາ, ປະລິມານໝາກມ່ວງຫິມະພານດິບບັນລຸປະມານ 300,000 ໂຕນ/ປີ. ດ້ວຍຍອດວົງເງິນສົ່ງອອກປະມານ 8.05 ຕື້ໂດລາ ແລະ ວົງເງິນນຳເຂົ້າປະມານ 5.9 ຕື້ໂດລາ, ນະຄອນດົ່ງນາຍ ສືບຕໍ່ຮັກສາທີ່ຕັ້ງແມ່ນໜຶ່ງໃນບັນດາສູນສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ.
ຄໍາເຫັນ