ກອງປະຊຸມໄດ້ແຈ້ງໃຫ້ຮູ້ວ່າ: ໃນ 1 ປີຜ່ານມາ, ມາດຕະຖານການດຳລົງຊີວິດຂອງຊາວກະສິກອນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ລາຍຮັບຂອງຊາວກະສິກອນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປີ 2025, ລາຍຮັບສະເລ່ຍຕໍ່ຫົວຄົນທີ່ສາມາດຈັບຕ້ອງໄດ້ຂອງຊາວກະສິກອນມີເຖິງ 24,456 ຢວນ, ເພີ່ມຂຶ້ນ 6% ເມື່ອທຽບໃສ່ປີ 2024, ຄວາມຫຼຸດໂຕນກັນດ້ານລາຍຮັບຂອງປະຊາຊົນຢູ່ໃນຕົວເມືອງ ແລະ ຊົນນະບົດຈາກ 2.56 ຕໍ່ 1 ໃນປີ 2020 ຫຼຸດລົງເຫຼືອ 2.31 ຕໍ່ 1 , ເງື່ອນໄຂດ້ານຊີວິດການເປັນຢູ່ຂອງຊາວກະສິກອນຄື: ການນຸ່ງຖື, ການກິນ, ການພັກພາອາໄສ ແລະ ການເດີນທາງເປັນຕົ້ນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ