ຂໍ້ມູນເບື້ອງຕົ້ນຊີ້ໃຫ້ເຫັນວ່າ: ປີ 2025 ຖືເປັນຄັ້ງທຳອິດທີ່ປະເທດຍີ່ປຸ່ນມີນັກທ່ອງທ່ຽວຕ່າງປະ ເທດຫຼາຍກວ່າ 40 ລ້ານຄົນ ແລະ ສູງກວ່າປີ 2024 ປະມານ 6 ລ້ານຄົນ.
ທ່ານ ຢາສຸຊິ ຄາເນໂກະ ລັດຖະມົນຕີກະຊວງການທ່ອງທ່ຽວຍີ່ປຸ່ນ ກ່າວວ່າ: ຍີ່ປຸ່ນຈະສືບຕໍ່ຍຸດທະສາດສົ່ງເສີມການທ່ອງທ່ຽວທ່າມກາງຕະຫຼາດນັກທ່ອງທ່ຽວທີ່ມີຄວາມຫຼາກຫຼາຍເພີ່ມຂຶ້ນ, ໂດຍສະເພາະແມ່ນການເພີ່ມຂຶ້ນຂອງນັກທ່ອງທ່ຽວຈາກອົສຕາລີ, ເອີຣົບ ແລະ ສະຫະລັດ ອາເມຣິກາ.
ທັງນີ້, ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຈາກການຫຼັ່ງໄຫຼເຂົ້າມາຂອງນັກທ່ອງທ່ຽວຕ່າງປະເທດ, ຍີ່ປຸ່ນກຳລັງກະກຽມທີ່ຈະຂຶ້ນພາສີການເດີນທາງອອກນອກປະເທດ ຫຼື ພາສີນັກທ່ອງທ່ຽວສາກົນ ຈາກເມື່ອກ່ອນ 1,000 ເຢນ ເປັນ 3,000 ເຢນ ຊຶ່ງຈະເລີ່ມມີຜົນບັງຄັບໃຊ້ໃນເດືອນກໍລະກົດນີ້ເປັນຕົ້ນໄປ. ໂດຍພາສີດັ່ງກ່າວຈະຖືກເກັບຈາກທຸກຄົນທີ່ເດີນທາງອອກນອກປະເທດ, ທັງນັກທ່ອງທ່ຽວຕ່າງປະເທດ ແລະ ພົນລະເມືອງຍີ່ປຸ່ນ.
ຄໍາເຫັນ