![]() |
ໃນພິທີ, ຕາງໜ້າຄະນະໜ່ວຍ ໄດ້ຍົກໃຫ້ເຫັນຜົນງານນອັນພົ້ນເດັ່ນ ໂດຍສະເພາະ ການປະຕິບັດພາລະບົດບາດ ຂອງສະຫະພັນນັກຮົບເກົ່າ ແຕ່ລະຂັ້ນ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ, ເຮັດໃຫ້ສະພາບປະກົດການຫຍໍ້ທໍ້ ຢູ່ພາຍໃນໜ່ວຍລຸດລົງ, ການພັດທະນາເສດຖະກິດຄອບຄົວຂອງສະມາຊິກດີຂຶ້ນ ກາຍເປັນຄອບຄົວຕົວແບບ 8 ຄອບຄົວ, ສະມາຊິກໄດ້ຮັບໃບຢັ້ງຢືນ 3 ດີ 6 ຮັກສາ ຈຳນວນ 23 ໃບ, ໄດ້ຮັບໃບຍ້ອງຍໍຈາກສະຫະພັນນັກຮົບເກົ່າແຫ່ງຊາດ 19 ໃບ, ໄດ້ຮັບບັດສະມາຊິກ ຈຳນວນ 42 ບັດກວມ 100%. ປັດຈຸບັນມີເງີນກອງທືນ ເພື່ອພັດທະນາ ແລະ ແກ້ໄຂຊີວິດການເປັນຢູ່ຂອງສະມາຊິກ ສະຫະພັນນັກຮົບເກົ່າ ຈຳນວນ 26 ລ້ານກວ່າກີບ, ໄດ້ປ່ອຍໃຫ້ສະມາຊິກກູ້ຢືມ 11 ລ້ານກວ່າກີບ. ໂອກາດນີ້, ກໍໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບໃບຍ້ອງຍໍຂອງສູນກາງ, ຂອງແຂວງ ແລະ ຂອງເມືອງ, ທັງມອບໃບຂອບໃຈໃຫ້ບັນດາບ້ານ ທີ່ປະກອບສ່ວນການພັດທະນາ ສະຫະພັນນັກຮົບເກົ່າໜ່ວຍ 2 ກຸ່ມຜາເກງ ເມືອງພູຄູນ ທັງມີການມອບໃບຍ້ອງຍໍ ແລະ ໃບຂອບໃຈ ຢ່າງສົມກຽດ.
(ພາບ-ຂ່າວ: ອາພຸດເດດ ບຸບຜາ)

ຄໍາເຫັນ