ຂໍ້ມູນສະແດງໃຫ້ເຫັນວ່າ: ປີ 2025, ລາຍຮັບທີ່ສາມາດຈັບຈ່າຍໄດ້ສະເລ່ຍຕໍ່ຫົວຄົນໃນທົ່ວປະເທດຈີນມີເຖິງ 43,377 ຢວນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2024; ຍອດມູນຄ່າການຄ້າຂາຍຍ່ອຍສິນຄ້າບໍລິໂພກຂອງຈີນມີເຖິງ 50,120.2 ຕື້ຢວນ, ເພີ່ມຂຶ້ນ 3.7%; ຍອດມູນຄ່າການຄ້າຂາຍຍ່ອຍທາງອິນເຕີເນັດມີເຖິງ 15,972.2 ຕື້ຢວນ, ເພີ່ມຂຶ້ນ 8.6%; ຂະນະທີ່ຍອດມູນຄ່າການນໍາເຂົ້າ-ສົ່ງອອກຂອງສິນຄ້າໃນປີ 2025 ມີເຖິງ 45,468.7 ຕື້ຢວນ, ເພີ່ມຂຶ້ນ 3.8%. ນອກນີ້, ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງຈີນຄົງທີ່ ຫຼື ບໍ່ປ່ຽນແປງເມື່ອທຽບໃສ່ປີ 2024.
ຂໍ້ມູນຍັງສະແດງໃຫ້ເຫັນວ່າ: ປີ 2025, ອຸດສາຫະກໍາການຜະລິດຂອງຈີນໄດ້ຮັກສາຈັງຫວະການເຕີບໂຕອ່າວໄວ, ໃນນັ້ນ, ອຸດສາຫະກໍາຜະລິດອຸປະກອນ ແລະ ອຸດສາຫະກໍາເຕັກໂນໂລຊີທີ່ທັນສະໄໝມີທ່າອ່ຽງຂະຫຍາຍຕົວອ່າວດີ. ມູນຄ່າເພີ່ມຂອງອຸດສາຫະກໍາຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ປີ 2024.
ຄໍາເຫັນ