ລາຍງານລະບຸວ່າ: ນະໂຍບາຍດັ່ງກ່າວມີຈຸດປະສົງເພື່ອຮັບປະກັນລາຄາເຂົ້າທີ່ເປັນເອກະພາບໃນທົ່ວປະເທດ, ລວມທັງພາກຕາເວັນອອກຂອງອິນໂດເນເຊຍ, ໂດຍລັດຖະບານຈະໃຫ້ການສະໜັບສະໜູນທາງດ້ານການເງິນສຳລັບການແຈກຢາຍເຂົ້າເພື່ອແກ້ໄຂບັນຫາດ້ານການຂົນສົ່ງ.
ແຜນການດັ່ງກ່າວຮຽກຮ້ອງໃຫ້ມີການເສີມສ້າງບົດບາດຂອງ Bulog ຊຶ່ງເປັນອົງການຈັດຊື້ອາຫານຂອງລັດ, ໂດຍສະເພາະໃນການແຈກຢາຍເຂົ້າ ແລະ ການຮັກສາສະຖຽນລະພາບລາຄາເຂົ້າທົ່ວປະເທດ. ໂດຍລັດຖະບານກຳລັງປຶກສາຫາລືກ່ຽວກັບການຈັດສັນອັດຕາກຳໄລສ່ວນຕ່າງໆໃຫ້ແກ່ Bulog ເພື່ອຮັບປະກັນຄວາມສາມາດທາງດ້ານການເງິນທີ່ພຽງພໍສຳລັບວຽກງານເຫຼົ່ານີ້.
ເຈົ້າໜ້າທີ່ອິນໂດເນເຊຍໄດ້ພິຈາລະນາສະຖານະການການສະໜອງເຂົ້າຂອງປະເທດ, ທ່າມກາງການຄາດຄະເນວ່າ: ລະດູການເກັບກ່ຽວອາດຈະເລີ່ມໄວກວ່າປົກກະຕິ, ໂດຍອາດຈະເລີ່ມຕັ້ງແຕ່ເດືອນກຸມພານີ້ ຊຶ່ງຄາດວ່າຈະຊ່ວຍສະໜັບສະໜູນສະຖຽນລະພາບລາຄາໄດ້.
ສ່ວນລາຄາເຂົ້າທີ່ປຶກສາຫາລືວ່າອາດນຳມາໃຊ້ເປັນມາດຕະຖານການກຳນົດນະໂຍບາຍນັ້ນ, ເຂົ້າຄຸນນະພາບດີຈະຢູ່ທີ່ປະມານ 14,900 ຣູເປຍ (ສະກຸນເງິນອິນໂດເນເຊຍ) ຕໍ່ກິໂລກຣາມ ແລະ ເຂົ້າທີ່ມີຄຸນນະພາບປານກາງ ຈະຢູ່ທີ່ປະມານ 13,500 ຣູເປຍຕໍ່ກິໂລກຣາມ. ໃນຂະນະທີ່ເຂົ້າສຳລັບກຸ່ມຜູ້ມີລາຍໄດ້ຕໍ່າຈະຖືກຂາຍໃນລາຄາ 11,000-12,000 ຣູເປຍຕໍ່ກິໂລກຣາມ ພາຍໃຕ້ໂຄງການອຸດໜູນເຂົ້າ ແລະ ຮັກສາສະຖຽນລະພາບລາຄາຂອງ Bulog.
ທັງນີ້, ທ່ານ ຮາຊັນ ກ່າວວ່າ: ນະໂຍບາຍເຂົ້າລາຄາດຽວຍັງຢູ່ໃນຂັ້ນຕອນການກະກຽມ ແລະ ຈະຕ້ອງໄດ້ຮັບການສະໜັບສະໜູນໃນຫຼາຍໆດ້ານເຊັ່ນ: ການແຈກຢາຍ, ການເງິນ ແລະ ພື້ນຖານໂຄງລ່າງ.
ຄໍາເຫັນ