ປີໃໝ່ຫາກໍເລີ່ມຕົ້ນ, ຈີນໄດ້ສົ່ງຄຳເຊື້ອເຊີນອີກຄັ້ງເພື່ອ “ຮ່ວມກັນຊົມໃຊ້ຕະຫຼາດ ຂະໜາດໃຫຍ່”

ປີໃໝ່ຫາກໍເລີ່ມຕົ້ນ, ຈີນໄດ້ສົ່ງຄຳເຊື້ອເຊີນອີກຄັ້ງເພື່ອ “ຮ່ວມກັນຊົມໃຊ້ຕະຫຼາດ ຂະໜາດໃຫຍ່”

ປີໃໝ່ຫາກໍເລີ່ມຕົ້ນ, ຈີນໄດ້ສົ່ງຄຳເຊື້ອເຊີນອີກຄັ້ງເພື່ອ “ຮ່ວມກັນຊົມໃຊ້ຕະຫຼາດ ຂະໜາດໃຫຍ່”
ຂ່າວສານຊີອາໄອລາຍງານວ່າ: ອາຫານແຊບທີ່ຫຼາກຫຼາຍໄດ້ເລີ່ມຕົ້ນການເດີນທາງແຫ່ງລົດຊາດ, ເຂດສະເພາະ ເຄື່ອງສຳອາງໄດ້ເຕົ້າໂຮມຍີ່ຫໍ້ດັງຕ່າງໆ, ສິນຄ້າຍອດນິຍົມຈາກປະເທດຕ່າງໆ ໄດ້ເປີດຕົວພ້ອມກັນ ແລະ ອື່ນໆ. ໃນວັນທີ 4 ກຸມພາ ຜ່ານມານີ້, ໃນກິດຈະກຳຮອບທຳອິດປີ 2026 ພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ຕະຫຼາດຂະໜາດໃຫຍ່·ສົ່ງອອກປະເທດຈີນ”, ນັກວິຈານໄດ້ສຳຜັດກັບສະເໜ່ຂອງສິນຄ້ານຳເຂົ້າທີ່ມີຄຸນນະພາບດີຈາກ ປະເທດຕ່າງໆ.
ປໃໝຫາກເລມຕນ, ຈນໄດສງຄຳເຊອເຊນອກຄງເພອ “ຮວມກນຊມໃຊຕະຫາດ ຂະໜາດໃຫຍ” - image 1
 

ໃນຖານະເປັນປະເທດໃຫຍ່ອັນດັບໜຶ່ງດ້ານການຄ້າສິນຄ້າຂອງໂລກ, ປະເທດຈີນ ໄດ້ເອົາໃຈໃສ່ຕໍ່ການເປີດກວ້າງການນຳເຂົ້າມາໂດຍຕະຫຼອດ ຊຶ່ງໄດ້ກາຍເປັນຕະຫຼາດນຳເຂົ້າຂະໜາດໃຫຍ່ອັນດັບສອງຂອງໂລກມາເປັນເວລາ 17 ປີ ລຽນຕິດ. ເມື່ອ 8 ປີກ່ອນຈີນໄດ້ລິເລີ່ມຈັດງານວາງສະແດງສິນຄ້ານຳເຂົ້າສາກົນ ຈີນ ຊຶ່ງເປັນງານວາງສະແດງສິນຄ້າລະດັບຊາດທີ່ຖືການນຳເຂົ້າເປັນຫົວຂໍ້ຫຼັກ ພຽງແຫ່ງດຽວໃນໂລກ, ມາຮອດປັດຈຸບັນ, ນັບລວມແລ້ວໄດ້ຕົກລົງຊື້-ຂາຍກັນຫຼາຍກວ່າ 580 ຕື້ໂດລາ, ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ທົ່ວໂລກຮ່ວມກັນຊົມໃຊ້.

ຢູ່ສະຖານທີ່ຈັດກິດຈະກຳ, ແຂກຜູ້ມີກຽດທີ່ຮ່ວມງານຈຳນວນບໍ່ໜ້ອຍເຫັນວ່າ ໃນປີເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15, ກິດຈະກຳຕ່າງໆພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ຕະຫຼາດຂະໜາດໃຫຍ່·ສົ່ງອອກປະເທດຈີນ” ທີ່ຈີນລິເລີ່ມຈັດ, ເປັນການກະທຳຕົວຈິງທີ່ເປັນເຈົ້າການເປີດຕະຫຼາດສູ່ໂລກ ແລະ ຊຸກຍູ້ໃຫ້ການນຳເຂົ້າ ແລະ ສົ່ງອອກພັດທະນາຢ່າງດຸ່ນດ່ຽງກັນ ຊຶ່ງຈະຮ່ວມກັນກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ເພື່ອສ້າງຊ່ອງທາງຫຼາຍກວ່າເກົ່າໃຫ້ແກ່ສິນຄ້າທົ່ວໂລກເຂົ້າສູ່ຕະຫຼາດຈີນ.

ຫຼາຍປີຜ່ານມານີ້, ຈີນໄດ້ສືບຕໍ່ເປີດຕະຫຼາດສູ່ໂລກຢ່າງຕໍ່ເນື່ອງ. ປັດຈຸບັນ, ລະດັບພາສີໂດຍລວມໄດ້ຫຼຸດລົງເຫຼືອ 7,3% ຊຶ່ງຢູ່ໃນລະດັບອ່າວຕ່ຳເມື່ອທຽບໃສ່ທົ່ວໂລກ. ເທື່ອນີ້, ກະຊວງການຄ້າຈີນປະກາດວ່າ ປີ 2026 ຈະຈັດກິດຈະກຳຕ່າງໆ ພາຍໃຕ້ຫົວຂໍ້ “ຮ່ວມກັນຊົມໃຊ້ຕະຫຼາດຂະໜາດໃຫຍ່·ສົ່ງອອກປະເທດຈີນ” ຫຼາຍກວ່າ 100 ຄັ້ງ. ສິ່ງນີ້ໄດ້ສະໜອງທາງເລືອກໃນການຊື້ສິນຄ້າທີ່ອຸດົມສົມບູນ ແລະ ຫຼາຍເຄົ້າໃຫ້ແກ່ຜູ້ບໍລິໂພກຈີນເພື່ອຕອບສະໜອງກັບຄວາມຕ້ອງການໃນ ການຍົກລະດັບການບໍລິໂພກພາຍໃນປະເທດໃຫ້ໄດ້ດີກວ່າເກົ່າ, ທັງໄດ້ສ້າງເວທີການຮ່ວມມືໃຫ້ແກ່ວິສາຫະກິດຈີນ ແລະ ຕ່າງປະເທດເພື່ອແບ່ງປັນໂອກາດ “ສົ່ງອອກຈີນ”.

ອີກ 10 ກວ່າມື້, ຈີນຈະຕ້ອນຮັບບຸນກຸດຈີນທີ່ເປັນບຸນປີໃຫມ່ຈີນຕາມຈັນທະຄະຕິ. ຈາກ “ປະເທດໃຫຍ່ດ້ານການຜະລິດ” ຮອດ “ປະເທດໃຫຍ່ດ້ານການບໍລິໂພກ”, ໃນປີໃໝ່ນີ້, ໂອກາດແຫ່ງຕະຫຼາດຂະ ໜາດໃຫຍ່ພິເສດຂອງຈີນຈະສືບຕໍ່ປົດປ່ອຍອອກມາ, ປະຕູໃຫຍ່ແຫ່ງການເປີດປະຕູສູ່ພາຍນອກຈະນັບມື້ນັບກວ້າງອອກ. ຍິນດີຕ້ອນຮັບປະເທດຕ່າງໆໃນໂລກຮ່ວມກັບຈີນ, ສົ່ງອອກສູ່ປະເທດຈີນ ແລະ ຮ່ວມກັນສ້າງອະນາຄົດທີ່ດີງາມບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ