ປີໜ້າ ນໍ້າບາກຈະສູ້ຊົນເຮັດໃຫ້ວຽກງານອຸດສາຫະກໍາ-ການຄ້າ-ການລົງທຶນຂະຫຍາຍຕົວດີຂຶ້ນ

ໃນປີ 2024 ທີ່ຈະມາເຖິງນີ້, ເມືອງນໍ້າບາກ ແຂວງຫຼວງພະບາງຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນອຸດສາຫະກໍາ-ຫັດຖະກໍາໃຫ້ ບັນລຸ 560 ຕື້ກີບ, ສົ່ງອອກໃຫ້ໄດ້ 220 ຕື້ກີບ ແລະ ນໍາເຂົ້າໃຫ້ໄດ້ 370 ຕື້ກີບ; ເພື່ອໃຫ້ໄດ້ຕາມແຜນການ ເມືອງນໍ້າບາກຈະເຂັ້ມງວດຕິດຕາມກວດກາ, ຄຸ້ມຄອງລາຄາສິນຄ້າໃນໂລຍະເງິນກີບອ່ອນຄ່າ ໃຫ້ຢູ່ໃນເກນປົກກະຕິ,ຕິດຕາກວດກາດັດແກ້ຕົວແທນວິສາຫະກິດເພີ່ມຕົວເລກປະຈໍາຕົວຂອງຜູ້ເສຍອາກອນ,ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເກັບກໍາຈໍານວນຫົວໜ່ວຍວິສາຫະກິດທີ່ບໍ່ເຄື່ອນໄຫວ ເພື່ອລາຍງານພະແນກລົບລ້າງຕາມລະບຽບການ, ສົ່ງເສີມທຸລະກິດຂະໜາດນ້ອຍ-ກາງເຂົ້າເຖິງແຫຼ່ງທຶນໃຫ້ຫຼາຍຂຶ້ນ, ຄຸ້ມຄອງປໍ້ານໍ້າມັນ, ລາຄານໍ້າມັນ,ຊິງຊັ່ງຜອງຕາມທ້ອງຕະຫຼາດ, ສົ່ງເສີມບໍລິສັດເກັບຊື້ສິນຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍໃຫ້ດໍາເນີນທຸລະກິດຢ່າງໂລ່ງລ່ຽນເປັນປົກກະຕິ,ອອກໃບຢັ້ງຢືນວັດແທກຕາມລະບຽບກົດໝາຍ; ສູ້ຊົນລະດົມທຶນ ເພື່ອການພັດທະນາ ແລະ ໂຄງການສືບຕໍ່ຊໍາລະ 12 ໂຄງການ ທີ່ຍັງເຫຼືອ 18.935,58 ຕື້ກີບ, ອັດຕາການຂະຫຍາຍຕົວໃຫ້ ໄດ້ 7,52%, ລວມຍອດຜະລິດຕະພັນໃຫ້ໄດ້ 1.605.171.745.418ກີບ ສະເລ່ຍໃສ່ຫົວຄົນ/ປີໃຫ້ໄດ້ 19.059.431 ກີບ/ຄົນ/ປີ. ສົມທົບກັບຂະແໜງການທີ່ກ່ຽວຂ້ອງລົງຕິດຕາມຊຸກຍູ ບັນດາຫົວໜ່ວຍທຸລະກິດໃຫ້ເຄື່ອນໄຫວຖືກຕ້ອງຕາມສັນຍາ ແລະ ລະບຽບການ, ເປີດກອງປະຊຸມແຈ້ງຕົວເລກອະນຸມັດການລົງທຶນປະຈໍາປີ 2024 ພ້ອມທັງກະກຽມຈັດຕັ້ງປະຕິບັດໂຄງການທີ່ໄດ້ອະນຸມັດ ແລະ ສະເໜີແຜນການລົງທຶນ ປີ 2025, ສືບຕໍ່ອໍານວຍຄວາມສະດວກ ໃຫ້ແກ່ບໍລິສັດຕ່າງໆ ແລະ ນັກທຸລະກິດຜູ້ຕ້ອງການລົງທຶນ ໃນດ້ານ ເອກະສານ, ລະບຽບການໃຫ້ຖືກຕ້ອງກ່ອນຈັດຕັ້ງປະຕິບັດ ແລະ ໃຫ້ທັນກັບເວລາ.ປະສານສົບທົບກັບຂະແໜງການທີ່ກ່ຽວຂ້ອງໃນການເກັບຄ່າທໍານຽມ, ຄ່າເຊົ່າ ສໍາປະທານ, ຫົວໜ່ວຍທຸລະກິດ ແລະ ການຂຸດຄົ້ນຕ່າງໆ ໃຫ້ຖືກຕ້ອງຕາມລະບຽບກົໝາຍ; ສືບຕໍ່ເກັບລາຍຮັບ ເຂົ້າງົບປະມານໃຫ້ໄດ້ 8.500.000.000 ກີບ, ໃນນັ້ນສ່ວຍສາອາກອນໃຫ້ໄດ້ 6.450.000.000 ກີບ, ລາຍຮັບຄ່າ ທໍານຽມທີ່ດິນ 1.370.000.000 ກີບ, ລາຍຮັບຊັບສິນຂອງລັດໃຫ້ໄດ້ 680.000.000 ກີບ, ສືບຕໍ່ຄຸ້ມຄອງລາຍ ຈ່າຍໃຫ້ຊັດເຈນ ແລະ ຖືກຕ້ອງຕາມຂໍ້ກໍານົດ, ລະບຽບການເງິນໃຫ້ຢູ່ໃນ 34.136.221.334 ກີບ. 
ໄປພ້ອມກັນນັ້ນ ເມືອງຈະປົກປັກຮັກສາ-ບຸລະນະ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ຮັດກຸມຂຶ້ນກວ່າເກົ່າ. ສືບຕໍ່ອອກໃບຕາດິນເປັນລະບົບໃຫ້ ໄດ້ 4 ບ້ານ, ສືບຕໍ່ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນຕາມການຮ້ອງຂໍ, ວັດແທກແບ່ງແຍກ,ໂຮມຕອນດິນ ແລະ ໂອນ ກໍາມະສິດຕາມການຮ້ອງຂໍຂອງເຈົ້າຂອງສິດນໍາໃຊ້ທີ່ດິນ, ເກັບກໍາຂໍ້ມູນຕອນດິນເຂົ້າປຶ້ມສໍາມະໂນທີ່ດິນແບບລະອຽດຄືນໃໝ່ໃຫ້ໄດ້ 6 ບ້ານ, ສໍາຫຼວດວັດແທກອອກໃບຕາດິນເປັນລະບົບໃຫ້ໄດ້ 489 ຕອນ, ສືບຕໍ່ພິມໃບຕາດິນບ້ານທີ່ຍັງຄ້າງໃຫ້ສໍາເລັດ, ສືບຕໍ່ແກ້ໄຂທີ່ດິນລັດຢູ່ບ້ານຊາງ, ບ້ານໂຄ້ງ, ບ້ານບົມ ແລະ ບ້ານນໍ້າຖ້ວມໃຕ້ໃຫ້ສໍາເລັດ, ອອກໃບຢັ້ງຢືນສິ່ງແວດລ້ອມໃຫ້ບັນດາຫົວໜ່ວຍທຸລະກິດຄອບຄົວໃຫ້ໄດ້ 120 ກິດຈະການ, ຕິດຕາມກວດກາການປູກກ້ວຍຂອງຊາວຕ່າງປະເທດ ແລະ ບັນດາ ໂຮງງານພາຍໃນເມືອງໃຫ້ຖືກຕ້ອງຕາມແຜນຄຸ້ມຄອງສິ່ງແວດລ້ອມ.(ໂດຍ: ຕະວິນຍານ)

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ