ໃນລະດູການປູກພືດລະດູແລ້ງສົກປີ 2025-2026 ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ, ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ . ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ມາຮອດປັດຈຸບັນ, ການປູກພືດລວມປະຕິບັດໄດ້ 8,164 ເຮັກຕາ ເທົ່າກັບ 76.54% ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ, ເນື້ອທີ່ແຜນການປູກພືດເພື່ອເປັນສະບຽງອາຫານປະຕິບັດໄດ້ແລ້ວ 3,069 ເຮັກຕາ ເທົ່າກັບ 79.54% ຂອງແຜນການ, ເນື້ອທີ່ແຜນການປູກພືດເພື່ອເປັນສິນຄ້າປະຕິບັດໄດ້ແລ້ວ 5,095 ເຮັກຕາ ເທົ່າກັບ 74.84%. ຄາດວ່າແຜນການປູກພືດສໍາຮອງລະດູແລ້ງຈະໃຫ້ສໍາເລັດໃນທ້າຍເດືອນກຸມພາ 2026 ນີ້.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)
ຄໍາເຫັນ