ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ
ໃນວັນທີ 7 ກໍລະກົດ ຜ່ານມາ ນີ້ ທີ່ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຖະແຫຼງຂ່າວ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວ່າ: ພັກ ແລະ ລັດຖະບານ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ ການປົກປັກຮັກສາ ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ຊຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ ຊຶ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້ ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.

ໃນແຕ່ລະປີ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນ້ໍາ ແນໃສ່ເພີ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດ ປົກປັກຮັກສາລະບົບນິເວດ ແຫຼ່ງນໍ້າ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ ພ້ອມທັງ ເພື່ອຈາລຶກບຸນຄຸນ ຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ ຊຶ່ງໃນແຕ່ລະປີ ກໍມີມວນຊົນເຂົ້າຮ່ວມກິດຈະກໍາຕ່າງໆຢ່າງເປັນຂະບວນຟົດຟື້ນ.

ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ, ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາ ກອນທໍາມະຊາດ ຊັບໃນດິນ ສິນໃນນໍ້າ, ມີຊະນິດປາພື້ນເມືອງຫຼາຍກວ່າ 500 ຊະນິດ ໂດຍສະເພາະ ແມ່ນຊະນິດປາ ທີ່ຫາຍາກ ແລະ ໃກ້ຈະສູນພັນ ເຊັ່ນ: ປາບຶກ, ປາຝາໄລ, ປາກັງ ແລະ ຊະນິດອື່ນໆ ຊຶ່ງມີຄວາມສໍາຄັນ ຕໍ່ການຮັກສາຄວາມອຸດົມສົມບູນ ຂອງລະບົບນິເວດໃນທໍາມະຊາດ ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າ ຂອງຊາດລາວເຮົາ.

ໃນປັດຈຸບັນ ທົ່ວປະເທດມີ ສູນສະຖານີ ທີ່ຜະລິດລູກປາຂອງລັດ 50 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນຫຼາຍກວ່າ 140 ກວ່າແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 400 ກວ່າແຫ່ງ, ສາມາດສະໜອງແນວພັນປາໃຫ້ສັງຄົມໄດ້ໂດຍພື້ນຖານ ປະມານ 290 ລ້ານກວ່າໂຕ ຫຼື ເທົ່າກັບ 73% ຂອງແຜນການ ແລະ ມີວັງສະຫງວນປາຫຼາຍກວ່າ 1,100 ວັງ.

ໃນປີຜ່ານມາ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າແຫ່ງຊາດ ໂດຍມີປະຊາຊົນ ພໍ່ຄ້າຊາວຂາຍ ຜູ້ປະກອບການ ລວມທັງອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວພັນປາ ແນວພັນສັດນໍ້າ ຢ່າງເປັນຂະບວນຟົດຟື້ນ ຊຶ່ງໄດ້ປ່ອຍປາ ແລະ ສັດນໍ້າທັງໝົດ 64 ລ້ານໂຕ.

ສຳລັບແຜນການປ່ອຍປາ ແລະ ສັດນໍ້າໃນ ປີ 2025 ນີ້ ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະພັກ ອົງການປົກຄອງທ້ອງຖິ່ນທົ່ວປະເທດ ພ້ອມກັນສ້າງຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫຼ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ. ໂດຍໄດ້ກໍານົດຄໍາຂວັນວ່າ: “ຊົມເຊີຍ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ” “ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າຄືນສູ່ທໍາມະຊາດ ໃຫ້ມີຄວາມອຸດົມສົມບູນຕະຫຼອດໄປ” “ການປົກປັກຮັກສາປາ ແລະ ສັດນ້ໍາ ແມ່ນພັນທະຂອງປວງຊົນທັງຊາດ”.

ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຄອນ ບົວລະພັນ ຍັງໄດ້ເຊີນຊວນ ແລະ ຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ແລະ ພໍ່ແມ່ປະຊາຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ປາ ແລະ ສັດນໍ້າ ໃຫ້ຫຼາຍຂຶ້ນ.

ແຫຼ່ງຂ່າວ: ນສພ ເສດຖະກິດ-ສັງຄົມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ