ປີຜ່ານມາ ຄໍາມ່ວນສາມາດລະດົມທຶນເພື່ອການພັດທະນາໄດ້ 4.559 ຕື້ກວ່າກີບ 

ປີຜ່ານມາ ຄໍາມ່ວນສາມາດລະດົມທຶນເພື່ອການພັດທະນາໄດ້ 4.559 ຕື້ກວ່າກີບ 
ສະຫາຍ ເດດສັກດາ ມະນີຄໍາ ກໍາມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຄໍາມ່ວນໄດ້ກ່າວຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄັ້ງທີ 11 ສະໄໝທີ X ທີ່ຈັດຂຶ້ນໃນວັນທີ 3 – 4 ມັງກອນ 2023 ວ່າ:  ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2023 ເຖິງວ່າຈະໄດ້ຮັບຜົນກະທົບຫຼາຍດ້ານທັງພາຍນອກ ແລະ ພາຍໃນກໍຕາມ , ແຕ່ແຂວງຄໍາມ່ວນກໍ່ຍັງມີທ່າແຮງຫຼາຍດ້ານທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສະເພາະທ່າແຮງດ້ານພະລັງງານ-ບໍ່ແຮ່, ດ້ານກະສິກໍາ ແລະ ດ້ານການທ່ອງທ່ຽວເຊິ່ງໄດ້ກາຍເປັນປັດໄຈພື້ນຖານໃນການຍູ້ແຮງເຮັດໃຫ້ເສດຖະກິດຂອງແຂວງຍັງສືບຕໍ່ມີການຂະຫຍາຍຕົວດ້ວຍບາດກ້າວທີ່ດີພໍສົມຄວນ ເຊິ່ງສະແດງອອກໃນປີ 2023 ເສດຖະກິດ ຂະຫຍາຍຕົວໃນລະດັບ 5,88 % ( ມະຕິສະພາ 5,90 % ), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 16.593 ຕື້ກີບ ເທົ່າກັບ 111,43 % ( ມະຕິສະພາ 14.891 ຕື້ກີບ ), ລາຍຮັບສະເລ່ຍຕໍ່ຫົວຄົນເທົ່າກັບ 36,56 ລ້ານກີບ/ຄົນ ເທົ່າກັບ 1.979 ໂດລາ ( ມະຕິສະພາ 1.985 ໂດລາ), ພົນລະເມືອງ 453.765 ຄົນ ເທົ່າກັບ 100,54 % ຂອງແຜນການປີ, ອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 32,44 %, ການລົງທຶນແຫຼ່ງທຶນທົ່ວສັງຄົມກວມເອົາ 27,48%ຂອງ GDP ຫຼື ເທົ່າກັບ 4.559,76 ຕື້ກີບ (ມະຕິສະພາ 3.534,28 ຕື້ກີບ ຫຼື ເທົ່າກັບ 23,73 % ຂອງ GDP ).
ມາຮອດປັດຈຸບັນສາມາດເກັບລາຍຮັບງົບປະມານໄດ້ທັງໝົດ 2.711,29 ຕື້ກີບ ກວມເອົາ 16,34% ຂອງ GDP, ໃນນີ້ລາຍຮັບສູນກາງປະຕິບັດໄດ້ 978,34 ຕື້ກີບ ກວມເອົາ 5,90% ຂອງ GDP, ລາຍຮັບທ້ອງຖິ່ນ 1.732,95 ຕື້ກີບ ກວມເອົາ 10,44% ຂອງ GDP ແລະ ລາຍຈ່າຍປະຕິບັດໄດ້ 719 ,88 ຕື້ກີບ ກວມເອົາ 4,34% ຂອງ GDP. 
ດ້ານການລະດົມທຶນແມ່ນສາມາດລະດົມທຶນເພື່ອການພັດທະນາໄດ້ 4.559,76 ຕື້ກີບ ກວມເອົາ 27,48% ຂອງ GDP ເທົ່າກັບ 129,02% ( ມະຕິສະພາ 3.534,28 ຕື້ກີບ). ໃນນີ້ການລົງທຶນຂອງລັດ 121,57 ຕື້ກີບ ກວມເອົາ 0,73% ຂອງ GDP ເທົ່າກັບ 2,67% ຂອງການລົງທຶນທັງໝົດ ( ຮ່ວງເກີນແຜນ 20 ຕື້ກີບ ); ທຶນຊ່ວຍເຫຼືອເພື່ອການພັດທະນາ (ODA) 168,44 ຕື້ກີບ ກວມເອົາ 1,02% ຂອງ GDP ເທົ່າກັບ 3,69% ຂອງການລົງທຶນທັງໝົດ, ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ 3.562,65 ຕື້ກີບ ກວມເອົາ 21,47% ຂອງ GDP ເທົ່າກັບ 78,13% ຂອງການລົງທຶນທັງໝົດ, ລະບົບສິນເຊື່ອທະນາຄານ 707,10 ຕື້ກີບ ກວມເອົາ 4,26 % ຂອງ GDP ເທົ່າກັບ 15,51 % ຂອງການລົງທຶນທັງໝົດ . 
ໃນປີ 2023 ຜ່ານມາສາມາດປະຕິບັດໄດ້ 219 ໂຄງການ, ມູນຄ່າ 101,57 ຕື້ກີບເທົ່າກັບ  98,36% ຂອງແຜນການລົງທຶນທັງໝົດທີ່ໄດ້ຮັບອະນຸມັດ   ແລະ ເທົ່າກັບ 74,72% (ມະຕິສະພາ  162,71 % ຕື້ກີບ) ໃນນັ້ນທຶນປົກກະຕິ 20 ຕື້ກີບຂຶ້ນໄປປະຕິບັດໄດ້ 32 ໂຄງການ ມູນຄ່າ 16,03 ຕື້ກີບ; ທຶນປົກກະຕິ 20 ຕື້ກີບລົງມາປະຕິບັດໄດ້ 107 ໂຄງການ ມູນຄ່າ 13,54 ຕື້ກີບ; ທຶນໂຄງການເປົ້າໝາຍສະເພາະປະຕິບັດໄດ້ 3 ໂຄງການ ມູນຄ່າ 17,91 ຕື້ກີບ; ທຶນພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ 20 ຕື້ກີບຂຶ້ນໄປປະຕິບັດໄດ້ 5 ໂຄງການ ມູນຄ່າ 3,14 ຕື້ກີບ ; ທຶນພັດທະນາຊົນນະບົດ-ລຶບລ້າງຄວາມທຸກຍາກ 20 ຕື້ກີບລົງມາປະຕິບັດໄດ້ 7 ໂຄງການ ມູນຄ່າ  0,8 ຕື້ກີບ; ທຶນຈັດສັນພູມລໍາເນົາ 20 ຕື້ກີບຂຶ້ນໄປ ປະຕິບັດໄດ້ 3 ໂຄງການ ມູນຄ່າ 5,57 ຕື້ກີບ; ທຶນຈັດສັນພູມລໍາເນົາ 20 ຕື້ກີບລົງມາ ປະຕິບັດໄດ້ 10 ໂຄງການ ມູນຄ່າ 3,18 ຕື້ກີບ; ທຶນພັດທະນາເມືອງໃໝ່ ປະຕິບັດໄດ້ 18 ໂຄງການ ມູນຄ່າ 9,50 ຕື້ກີບ; ທຶນອື່ນໆ ແລະ ບ້ວງຈົດຮັບ-ຈົດຈ່າຍ (ທົ່ງຮາບ) ປະຕິບັດໄດ້ 12 ໂຄງການ ມູນຄ່າ 18 ຕື້ກີບ;  ທຶນອື່ນໆ ແລະ ບ້ວງຈົດຮັບ-ຈົດຈ່າຍ ( ດ່ານ ) ປະຕິບັດໄດ້ 7 ໂຄງການ ມູນຄ່າ 7,50 ຕື້ກີບ; ທຶນຟື້ນຟູໄພພິບັດ ປະຕິບັດໄດ້ 12 ໂຄງການ ມູນຄ່າ 6,14 ຕື້ກີບ; ທຶນ  ODA ໜ້ອຍກວ່າ 20 ຕື້ກີບ ປະຕິບັດໄດ້ 3 ໂຄງການ ມູນຄ່າ 0,25 ຕື້ກີບ (ທຶນພາຍໃນ 0,25 ຕື້ກີບ).
ຂ່າວ-ພາບ : ແດງສະຫວັດ ແສນພານິດ
  

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ