ປີຜ່ານມາບໍລິສັດລາວໂທລະຄົມມະນາຄົມ ສາຂາແຂວງວຽງຈັນ ມີຜົນສຳເລັດຫຼາຍດ້ານ.

ປີຜ່ານມາບໍລິສັດລາວໂທລະຄົມມະນາຄົມ ສາຂາແຂວງວຽງຈັນ ມີຜົນສຳເລັດຫຼາຍດ້ານ.

ປີຜ່ານມາບໍລິສັດລາວໂທລະຄົມມະນາຄົມ ສາຂາແຂວງວຽງຈັນ ມີຜົນສຳເລັດຫຼາຍດ້ານ.
ໃນວັນທີ 26 ກຸມພານີ້, ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຜົນປະກອບການດຳເນີນທຸລະກິດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025

 ຂຶ້ນທີ່ຫ້ອງປະຊຸມຂອງບໍລິສັດດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ພົມມະລາ ນັນທະວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ທ່ານ ນາງ ແສງສະເດັດ ແສງມະນີ ຫົວໜ້າບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ສາຂາແຂວງ, ພ້ອມດ້ວຍພະນັກງານເຂົ້າຮ່ວມ.

ທ່ານ ເຕັ່ງ ຊົ່ງ ຮອງຫົວໜ້າຂະແໜງຈັດຕັ້ງບໍລິຫານ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ ປີ 2025 ວ່າ: ໄລຍະຜ່ານມາຄະນະພັກ-ຄະນະນຳ ລລທ ສາຂາແຂວງວຽງຈັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການນຳພາ-ຊີ້ນຳວຽກງານຮອບດ້ານ ຊຶ່ງເຮັດໃຫ້ມີຜົນສຳເລັດຫຼາຍດ້ານສະແດງອອກ: ມີເຄືອຄ່າຍ 2G, 3G, 4G ແລະ 4Ga ມີທັງໝົດ 374 ສະຖານີ, ມີ 2,588 ເຊວ, ຂະຫຍາຍສັນຍານ Zone ແຫຼ່ງທ່ອງທ່ຽວໄດ້ 2 ຈຸດ, ຈຸດທີ່ເປັນປະຕູເຂົ້າ-ອອກແຂວງວຽງຈັນ ໄດ້ 2 ຈຸດ, ຊຸມຊົນ ໄດ້ 4 ຈຸດ, ຂະຫຍາຍ Cell ໃສ່ຈຸດໃໝ່ໄດ້ 7 ຈຸດ, ເພີ່ມ Cell ແກ້ໄຂ້ High PRB ໄດ້ 22 ຈຸດ, ຂະຫຍາຍ Link PTN ເປັນ ATN 1G ໄດ້ 2 ສະຖານີ, ຂະຫຍາຍ Link IPRAN 10G ໄດ້ 1 ສະຖານີ, ດຶງສາຍໃໝ່ ເພື່ອແກ້ Loss ໄດ້ທັງ 5 ສະຖານີ ລວມທັງໝົດ 32 ກິໂລແມັດ, ວຽກຕິດຕັ້ງ FBB ຕິດຕັ້ງໄດ້ 1,301 User ແລະ ສາມາດປະຕິບັດສໍາເລັດ ຕາມແຜນ KPI ໃນແຕ່ລະ Q ແມ່ນສາມາດຍາດໄດ້ເກດ A. ສຳເລັດການຂະຫຍາຍຕາມຂອງໂຄງການ: ປະກອບມີ phase 11 Q3 & Q4 ແລະ phase 12 ພາຍໃນເທດສະບານແຂວງ ແລະ ເມືອງ, ດຶງສາຍຂະຫຍາຍ FATBox, ODP ເລັ່ງດ່ວນພາຍໃນເຂດຊຸມຊົນໜາແໜ້ນໃນເທດສະບານແຂວງ. ຂະຫຍາຍ Uplink OLT ຫຼັກ 52 ເພື່ອຮອງຮັບການໃຊ້ງານ ຂອງລູກຄ້າ FTTH ຈາກ 3Gb ເປັນ 10Gb ສໍາເລັດ. ສ້ອມແປງໄຟໃໝ່ສາຍແມ່ FATbox & ODP ສໍາເລັດ 6 ຄັ້ງ, ສ້ອມແປງ FBB ສໍາເລັດ ພາຍໃນ 24h/User ຕາມແຜນ Kpi ທີ່ຕັ້ງໄວ້, ສ້ອມແປງແກ້ຄ່າ LOSS FTTH ໄດ້ທັງໝົດ 81 User. ສາມາດຂາຍບັດເຕີມເງິນ ໄດ້ 93 ຕື້ 684 ລ້ານກວ່າກີບ, ຂາຍເບີ ແລະ ຊິມເນັດ ໄດ້ 30,357 ຊິມ. FTTH ມີ 6,884 User ເພີ່ມຂຶ້ນຈາກປີ 2023 ຈໍານວນ 1,275 User, ມີ Leased Line 87 User ເພີ່ມຂຶ້ນຈາກປີ 2023 ຈໍານວນ 26 User, ເຄື່ອນໄຫວ Re-Visit ລູກຄ້າຈໍານວນ 4 ຄັ້ງ/ປີ. ປີ 2024 ຍອດການຂຶ້ນທະບຽນເບີໂທລະສັບທັງໝົດ 122,479 ເລກໝາຍ, ຍອດຄ້າງລົງທະບຽນ 36,204 ເລກໝາຍ, ມີລູກຄ້າ M money 24,532 ເລກໝາຍ. ປີຜ່ານມາບໍລິສັດມີລາຍຮັບທັງໝົດ 112 ຕື້ 611 ລ້ານກວ່າກີບ, ລາຍຈ່າຍ 59 ຕື້ 325 ລ້ານກວ່າກີບ, ມີກຳໄລສຸດທິ 53 ຕື້, 286 ລ້ານກວ່າກີບ, ໂອນພັນທະໃຫ້ ລລທ ສູນກາງ 63 ຕື້ 700 ລ້ານກີບ, ອາກອນມູນຄ່າເພີ່ມ 4 ຕື້ 708 ລ້ານກວ່າກີບ, ອາກອນຊົມໃຊ້ 723 ລ້ານກວ່າກີບ ແລະ ອາກອນເງິນເດືອນ 1 ຕື້ 96 ລ້ານກວ່າກີບ, ລວມມອບອາກອນໃຫ້ລັດ ທັງໝົດ 6 ຕື້ 529 ລ້ານກວ່າກີບ.

ກອງປະຊຸມຄັ້ງນີ້, ຍັງໄດ້ມີພິທີມອບໃບຍ້ອງຍໍ ໃຫ້ກັບພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຄື່ອນໄຫວວຽກງານຂອງ ລລທ ປະຈຳປີ 2024. ໃນນີ້, ມີຂັ້ນກະຊວງ 16 ທ່ານ, ຍິງ 4 ທ່ານ, ຍ້ອງຍໍປະເພດ I ຂອງບໍລິສັດຈຳນວນ 18 ທ່ານ, ຍິງ 5 ທ່ານ, ປະເພດ II ຈຳນວນ 30 ທ່ານ, ຍິງ 10 ທ່ານ ແລະ ໃບຊົມເຊີຍ 22 ທ່ານ, ຍິງ 8 ທ່ານ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ