ປິດການຊ້ອມຮົບຍິງສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ

ປິດການຊ້ອມຮົບຍິງສະແດງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ <img src="http://tinyurl.com/fl4gg" height="1" width="1">
ວິທະຍາຄານກົມມະດໍາໄດ້ມີພິທີປິດການຊ້ອມຮົບຍິງສະແດງສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີຂຶ້ນໃນວັນທີ 17 ມັງກອນນີ້ທີ່ ວິທະຍາຄານກົມມະດໍາ  ໂດຍການເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດແຫ່ງສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,ມີການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສບໍານານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ  ແລະ ມວນຊົນເຂົ້າຮ່ວມ.
    ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດຊອບຍິງສະແດງ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ກ່າວວ່າ: ການຫັດແອບຊ້ອມຮົບໃນຄັ້ງນີ້ມີຜົນສຳເລັດດີຫຼາຍເກີນຄາດໝາຍທີ່ຄາດເອົາໄວ້ ສະແດງອອກຕົວຈິງຂອງແຕ່ລະເຫຼົ່າຮົບທີ່ເຂົ້າຮ່ວມ, ສາມາດກໍາຈັງຫວະການກະທໍາຕົວຈິງ ຂອງພະນັກງານ-ນັກຮົບ ຂອງແຕ່ລະຈຸ, ໝູ່, ໝວດ ກອງຮ້ອຍ ຂັ້ນກອງພັນນ້ອຍ ປະຕິບັດຖືກຕາມຍຸດທະວິທີສູ້ຮົບຂອງແຕ່ລະເຫຼົ່າຮົບ  ແລະ ມີການປະສານງານກັນໄດ້ຢ່າງໂລ່ງລ່ຽນ ແລະ ຄ່ອງແຄ້ວ, ສຳຄັນໄປກວ່ານັ້ນແມ່ນອ້າຍນ້ອງສາມາດນຳໃຊ້ອາວຸດຍຸດໂທປະກອນໃນການປະກອບເຫຼົ່າຮົບຂອງຕົນເອງ ແລະ ສາມາດດັບສູນເປົ້າໝາຍໄດ້ຢ່າງແມ່ນຢຳ ແລະ ເປົ້າໝາຍທີ່ຄະນະຮັບຜິດຊອບຈັດວາງໄວ້ ຢູ່ໃນໜ້າສະໜາມຖືກທຳລາຍຢ່າງຮາບກ້ຽງ ຊຶ່ງມັນໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ປະຕິບັດການຫັດແອບຝຶກຝົນຮອບດ້ານ ເພື່ອກຽມຄວາມພ້ອມປົກປັກຮັກສາອະທິປະໄຕຂອງຊາດໄວ້ໃຫ້ໝັ້ນຄົງ  ເວລາໃດກອງທັບກໍຍັງເປັນກໍາລັງຈົງຮັກພັກດີຂອງພັກ, ຂອງປະເທດຊາດ ກຽມພ້ອມເຮັດໜ້າທີ່ຕອບຕ້ານທຸກກໍລະນີທີ່ອາດຈະເກີດຂຶ້ນຕະຫຼອດເວລາ. 
    ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ໃນການຍິງສະແດງ ຍັງເປັນການປັບປຸງກໍ່ສ້າງ ຍົກລະດັບການກຽມພ້ອມສູ້ຮົບ ຂອງກອງທັບປະຊາຊົນລາວ, ໄດ້ຊີ້ນໍາກົມກອງທຸກເຫຼົ່າຮົບ ໃຫ້ສືບຕໍ່ຫັດແອບ ຮ່ຳຮຽນໃຫ້ເປັນປົກກະຕິນໍາເອົາຄໍາສັ່ງຂອງລັດຖະມົນຕີລົງໄປເຜີຍແຜ່ ແລະ ໄດ້ຫັນທົ່ວກອງທັບເຂົ້າສູ່ລະບຽບແບບແຜນ ເພື່ອຍົກລະດັບຄຸນະພາບຂອງກອງອົບຮົມຫັດແອບ ການທະຫານ ການເມືອງວິິຊາສະເພາະໃຫ້ສູງຂຶ້ນກວ່າເກົ່ານີ້ຄືເປົ້າໝາຍແຕ່ນີ້ຮອດປີ 2025 ເຮັດໃຫ້ກອງທັບມີລະບຽບແບບແຜນທັນສະໄໝ ໃຫ້ກອງທັບມີລະບຽບວິໄນທີ່ເຂັ້ມງວດຂຶ້ນກວ່າເກົ່າ ແລະ ເຮັດໃຫ້ກອງທັບຂອງພວກເຮົາສາມາດກຽມພ້ອມປະຕິບັດໜ້າທີ່ ທີ່ພັກລັດກໍຄືປະຊາຊົນມອບໝາຍໃຫ້.     
    ໃນໂອກາດດັ່ງກ່າວ,ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມຂອບໃຈຢ່າງລົ້ນເຫຼືອ ຕໍ່ການນຳພັກ-ລັດ ແລະ ອວຍພອນ ການນຳພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ສຶືບຕໍ່ຊີ້ນຳ ນຳພາປະເທດຊາດ ເພື່ອກ້າວຂຶ້ນສູ່ຄວາມຢູ່ເຢັນເປັນສຸກ ແລະ ຮຸ່ງເຮືອງສີວິໄລ, ສືບຕໍ່ຊີ້ນຳ-ນໍາພາກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນທັນສະໄໝ.
    ໂອກາດດັ່ງກ່າວ, ສະຫາຍປະທານປະເທດຍັງໄດ້ສໍາຜັດມືກັບບັນດາເຫຼົ່າຮົບທີ່ໄດ້ເຂົ້າຮ່ວມ   ແລະ ໄດ້ຢ້ຽມຊົມ ຮ້ານຂອງກົມອຸດສາຫະກໍາ ກົມໃຫຍ່ເຕັກນິກກອງທັບຕື່ມອີກ.
ຂ່າວ: ບຸນອູ້ມ: ພາບ: ບຸນຕອມ

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ