ປິດໂຄງການເພີ່ມລາຍຮັບຜ່ານການສ້າງຕັ້ງສະຫະກອນ

ປິດໂຄງການເພີ່ມລາຍຮັບຜ່ານການສ້າງຕັ້ງສະຫະກອນ ແລະ ປັບປຸງສິ່ງແວດລ້ອມຢູ່ຊົນນະບົດ

ປິດໂຄງການເພີ່ມລາຍຮັບຜ່ານການສ້າງຕັ້ງສະຫະກອນ ແລະ ປັບປຸງສິ່ງແວດລ້ອມຢູ່ຊົນນະບົດ
ໃນວັນທີ 7 ມັງກອນ 2025ຜ່ານມາ ຢູ່ທີ່ລ່ອງງື່ມວິວລີສອດ (ອ່າງນໍ້າງື່ມ1) ໄດ້ມີກອງປະຊຸມປິດໂຄງການເພີ່ມລາຍຮັບໂດຍຜ່ານການສ້າງຕັ້ງສະຫະກອນ ແລະ ປັບປຸງສິ່ງແວດລ້ອມຂອງບ້ານຢູ່ເຂດຊົນນະບົດ ໂດຍມີ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ,

ທ່ານ ຊືງຮະຢຸນ ລີ ຫົວໜ້າອົງການໂລຕັດເວິຣ ປະຈຳລາວ, ມີຮອງເຈົ້າເມືອງໂພນໂຮງ, ຮອງເຈົ້າເມືອງຫີນເຫີບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮອງເຈົ້າແຂວງ ກ່າວວ່າ: ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກອົງການໂລຕັສເວີຣ ແຫ່ງ ສ.ເກົາຫຼີ ເປັນມູນຄ່າ 835,000 ກວ່າໂດລາ ຫຼື ປະມານ 16 ຕື້ກວ່າກີບ, ຊຶ່ງໄດ້ຈັດຕັ້ງປະຕິບັດແຕ່ປີ 2022 ຮອດທ້າຍປີ 2024 ຈຶ່ງສໍາເລັດ ໂດຍມີການຈັດຕັ້ງປະຕິບັດຢູ່ 2 ເມືອງຄື: ເມືອງໂພນໂຮງມີ 5 ບ້ານ ໄດ້ແກ່: ບ້ານແອກຊ້າງ, ດົງຂາວ, ສີວິໄລ, ໂພນຄ້ອງ ແລະ ນາເທບ, ເມືອງຫີນເຫີບມີ 2 ບ້ານ ໄດ້ແກ່: ບ້ານໜອງຫຼວງ ແລະ ນາອັນ ຊຶ່ງກິດຈະກຳຕົ້ນຕໍຂອງໂຄງການ ແມ່ນເລັ່ງໃສ່ສົ່ງເສີມ ການສ້າງກຸ່ມປູກເຫັດ ແລະ ກຸ່ມປູກຫຍ້າລ້ຽງງົວ. ນອກນີ້, ຍັງມີກິດຈະການກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນສຳລັບການຜະລິດກະສິກຳອີກຈຳນວນໜຶ່ງ.

ທ່ານ ຄຳຮຸ່ງ ພອນພະເສີດ ຜູ້ບໍລິຫານໂຄງການໄດ້ກ່າວວ່າ: ໂຄງການນີ້, ມີປະຊາຊົນໄດ້ຮັບຜົນປະໂຫຍດ 130 ກວ່າຄອບຄົວ ເດັ່ນແມ່ນການສ້າງກຸ່ມປູກເຫັດຢູ່ບັນດາບ້ານຂອງເມືອງໂພນໂຮງ ແລະ ການສ້າງກຸ່ມປູກຫຍ້າລ້ຽງງົວ ຢູ່ບັນດາບ້ານຂອງເມືອງຫີນເຫີບ, ຊຶ່ງໃນໄລຍະຜ່ານມາ ໂຄງການໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງເປັນຕົ້ນແມ່ນພະແນກກະສິກຳ ແລະ ປ່າໄມ້ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງໃນການຈັດຝຶກອົບຮົມກ່ຽວກັບການປູກເຫັດ ແລະ ການປູກຫຍ້າລ້ຽງງົວ, ພ້ອມນີ້ຍັງໄດ້ມີການສະໜອງວັດຖຸອຸປະກອນຮັບໃຊ້ຕ່າງໆໃນການປູກເຫັດໃຫ້ປະຊາຊົນ, ປຸກເຮືອນປູກເຫັດ, ສະ ໜອງແນວພັນງົວ ຈຳນວນ 50 ກວ່າໂຕ, ປຸກຄອກງົວ, ຊິງຊັ່ງນໍ້າໜັກງົວ ໃຫ້ແກ່ຊາວກະສິກອນ.

ທ່ານກ່າວຕໍ່ອີກວ່າ: ນອກຈາກນັ້ນຍັງໄດ້ປຸກສ້າງອາຄານຕະຫຼາດຊຶ່ງເປັນຈຸດຂາຍເຄື່ອງກະສິກຳ,ເຈາະນໍ້າສ້າງບາດານ, ສ້ອມແປງຊົນລະປະທານ ແລະ ທາງຊອຍເຂົ້າບ້ານໃຫ້ແກ່ປະຊາຊົນຕື່ມອີກ. ຜ່ານການຈັດຕັ້ງປະຕິບັດໂຄງການໃນໄລຍະ 3 ປີຜ່ານມາ ໄດ້ເຮັດໃຫ້ປະຊາຊົນຜູ້ເຂົ້າຮ່ວມໂຄງການມີຊີວິດການເປັນຢູ່ດີຂຶ້ນ ໂດຍຜ່ານການສະໜັບສະໜູນຈາກໂຄງການ ເຊິ່ງມີລາຍຮັບຈາກການປູກເຫັດຂາຍ ແລະ ມີລາຍຮັບຈາກການຂາຍງົວ.

(ແຫຼ່ງຂ່າວ: ແຂວງວຽງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ