ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກຸມພາ ຜ່ານມາ, ງານກິລາໂອແລັມປິກລະດູໜາວຄັ້ງທີ 25 ໄດ້ປິດລົງຢູ່ສະໜາມແຂ່ງຂັນເວໂຣນາຂອງອີຕາລີທີ່ມີປະຫວັດມາເປັນເວລາ 2 ພັນປີ ຊຶ່ງເປັນຄັ້ງທຳອິດທີ່ຈັດພິທີຢູ່ຮ່ອງຮອຍບູຣານທີ່ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກໃນປະຫວັດສາດຂອງງານກິລາໂອແລັມປິກ.
ທ່ານ ໂຈວານີ ມາລາໂກ ປະທານຄະນະຈັດຕັ້ງງານກິລາໂອແລັມປິກລະດູໜາວຄັ້ງນີ້ ແລະ ທ່ານນາງ ເຄີສທີ ໂຄເວັນຕຣີ ປະທານຄະນະກຳມະການໂອແລັມປິກສາກົນຕ່າງໄດ້ກ່າວຄຳປາໄສ, ທ່ານນາງ ເຄີສທີ ໂຄເວັນຕຣີ ປະກາດປິດງານກິລາໂອແລັມປິກລະດູໜາວມິລານປີ 2026 ພ້ອມທັງເຊື້ອເຊີນຊາວໜຸ່ມປະເທດຕ່າງໆໄປພົບກັນຢູ່ພູແອລຂອງຝຣັ່ງໃນປີ 2030.
ຄໍາເຫັນ