ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ

ປິດຊຸດບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານ ກຕທ, ຄຕພ ແລະ ບັນດາກະຊວງ
ໃນຕອນເຊົ້າຂອງວັນທີ 31 ກໍລະກົດນີ້, ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ມີພິທີປິດການບຳລຸງພາສາອັງກິດ ຊຸດທີ 47 ສຳລັບພະນັກງານກະຊວງການຕ່າງປະເທດ (ກຕທ), ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ແລະ ບັນດາກະຊວງອ້ອມຂ້າງສູນກາງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ມີຜູ້ເຂົ້າຮ່ວມຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຜູ້ເຂົ້າຮັບການບໍາລຸງພາສາອັງກິດທັງໝົດຈໍານວນ100 ກວ່າທ່ານ.
ປດຊດບຳລງພາສາອງກດ ຊດທ 47 ສຳລບພະນກງານ ກຕທ, ຄຕພ ແລະ ບນດາກະຊວງ - image 1
 

 

ໃນພິທີດັ່ງກ່າວ, ທ່ານ ວັດຖຸນິຍົມ ດວງມາລາ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະຫຼຸບລາຍງານຜົນການຈັດຕັ້ງການບໍາລຸງພາສາອັງກິດ ຊຸດທີ 47 ຊຶ່ງໄດ້ດໍາເນີນມາເປັນເວລາ 20 ອາທິດ(ເລີ່ມແຕ່ວັນທີ 2 ມີນາ-31 ກໍລະກົດ 2026) ໂດຍມີຜູ້ເຂົ້າຮ່ວມທັງໝົດ 51 ທ່ານ (ຍິງ 24 ທ່ານ) ທີ່ມາຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງອ້ອມຂ້າງສູນກາງ. ພາຍໃຕ້ການນໍາພາຂອງຄະນະນຳກະຊວງການຕ່າງປະເທດ ບວກກັບຄວາມເອົາໃຈໃສ່ຂອງຄະນະຮັບຜິດຊອບ-ຄູອາຈານ ກໍຄື ຄວາມຮັບຜິດຊອບຂອງຜູ້ເຂົ້າຮັບການບໍາລຸງ, ຈຶ່ງເຮັດໃຫ້ຊຸດບໍາລຸງດັ່ງກ່າວ ສາມາດບັນລຸຜົນສໍາເລັດໄດ້ຕາມລະດັບຄາດໝາຍທີ່ໄດ້ວາງໄວ້ ຊຶ່ງສະແດງອອກຜ່ານຕົວຊີີ້ວັດຕ່າງໆ ເປັນຕົນແມ່ນຜູ້ເຂົ້າຮ່ວມສາມາດຍົກລະດັບພາສາອັງກິດໃນຫຼາຍທັກສະເຊັ່ນ: ການສົນທະນາ, ການນຳສະເໜີບົດ, ການຂຽນບົດຄວາມ, ການຮ່າງເອກະສານ ແລະ ການຟັງໄດ້ດີຂຶ້ນຖ້າທຽບໃສ່ໄລຍະເລີ່ມຕົ້ນຮຽນໃໝ່ ຊຶ່ງສາມາດນຳໃຊ້ເຂົ້າໃນການປະຕິບັດໜ້າວຽກງານໃນຂົງເຂດຄວາມຮັບຜິດຊອບ ຂອງຕົນເປັນຕົ້ນແມ່ນການເຂົ້າຮ່ວມກອງປະຊຸມສໍາມະນາໃນເວທີພາກພື້ນ ແລະ ສາກົນ ລວມທັງການເຂົ້າຮ່ວມພົບປະ ກໍຄືການຕິດຕໍ່ພົວພັນວຽກງານທາງການກັບຕ່າງປະເທດ. ນອກຈາກນັ້ນ, ໃນໄລຍະທ້າຍຂອງການດຳເນີນຫຼັກສູດ, ຄະນະຮັບຜິດຊອບ ຍັງໄດ້ຈັດຕາຕະລາງ ໃຫ້ຜູ້ເຂົ້າຮັບການບໍາລຸງໄດ້ຮັບຟັງການບັນຍາຍເພີ່ມເຕີມກ່ຽວກັບ ນະໂຍບາຍການຕ່າງປະເທດ, ສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານພິທີການທູດ ຊຶ່ງເປັນຫົວຂໍ້ທີ່ສຳຄັນ ແລະ ຕິດພັນກັບວຽກງານຂອງທຸກຂະແໜງການໂດຍສະເພາະແມ່ນການຈັດກອງປະຊຸມສາກົນ, ການຕ້ອນຮັບແຂກຕ່າງ ປະເທດເພື່ອເປັນບົດຮຽນໃຫ້ແກ່ຜູ້ເຂົ້າຮຽນນໍາໄປໝູນໃຊ້ໃນວຽກງານຕົວຈິງຢູ່ກົມກອງຂອງຕົນເອງ. ໃນໂອກາດນີ້, ບັນດາຜູ້ເຂົ້າຮັບການບໍາຊຸດພາສາອັງກິດ ຊຸດ 47 ໄດ້ສະແດງຄວາມຮູ້ສຶກຂອງຕົນຕໍ່ຊຸດຮຽນນີ້ ວ່າ: "ພາສາອັງກິດຂອງຂ້າພະເຈົ້າໄດ້ຮັບການພັດທະນາຂຶ້ນຫຼາຍ ໂດຍສະເພາະດ້ານການເວົ້າ ແລະ ການຟັງ. ຂ້ອຍຮູ້ສຶກມີຄວາມໝັ້ນໃຈຫຼາຍຂຶ້ນເມື່ອສົນທະນາກັບເພື່ອນຮ່ວມງານ ແລະ ຄົນຕ່າງປະເທດ. ນອກຈາກນັ້ນ, ຂ້າພະເຈົ້າຍັງໄດ້ຮຽນຮູ້ຄໍາສັບທາງການທີ່ສໍາຄັນ ທີ່ມັກນໍາໃຊ້ເຂົ້າໃນວຽກງານທາງການສໍາລັບພາກລັດ ແລະ ຄໍາສັບກ່ຽວກັບການບໍລິຫານຕ່າງໆ. ທັກສະການຂຽນຂອງຂ້າພະເຈົ້າ ໂດຍສະ ເພາະການຂຽນຈົດໝາຍ ແລະ ອີເມວທາງການ ກໍໄດ້ມີການພັດທະນາ ແລະ ເປັນທາງການຫຼາຍຂຶ້ນ. ການເວົ້າຂອງຂ້າພະເຈົ້າແມ່ນມີຄວາມຄ່ອງແຄ້ວຫຼາຍຂຶ້ນ ແລະ ມີຄວາມໝັ້ນໃຈໃນການຂຽນເອກະສານທາງການທີ່ກ່ຽວຂ້ອງກັບວຽກງານ ແລະ ໜ້າທີ່ຮັບຜິດຊອບ”. ພ້ອມດຽວກັນນີ້, ກໍໄດ້ມີການມອບໃບຍ້ອງຍໍໃຫ້ຜູ້ເຂົ້າຮ່ວມບໍາລຸງທີ່ດີເດັ່ນປະຈໍາຊຸດຮຽນຈໍານວນ 5 ທ່ານ (ຍິງ 2 ທ່ານ).

ປດຊດບຳລງພາສາອງກດ ຊດທ 47 ສຳລບພະນກງານ ກຕທ, ຄຕພ ແລະ ບນດາກະຊວງ - image 2
 

ນອກຈາກການຮຽນ-ການສອນ ພາຍໃນຫ້ອງຮຽນແລ້ວ, ຊຸດບໍາລຸງດັ່ງກ່າວ ຍັງໄດ້ສ້າງກິດຈະກໍາເຄື່ອນໄຫວນອກຫຼັກສູດ ເປັນຕົ້ນໄດ້ໄປທັດສະນະສຶກສາ ທີ່ສູນຟື້ນຟູໜ້າທີ່ການ (ສູນຂໍ້ມູນ-ຂ່າວສານຄົນພິການ (COPEVisitor Center) ແລະ ເຂື່ອນໄຟຟ້ານ້ຳງື່ມ I ທີ່ ເມືອງແກ້ວອຸດົມ ແຂວງວຽງຈັນ ລວມທັງໄດ້ຈັດກິດຈະກຳນອກຫຼັກສູດ ເປັນຕົ້ນການແຂ່ງຂັນກິລາຕ່າງໆເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເພື່ອເປັນການສ້າງຄວາມຮັກແພງ, ຮັດແໜ້ນຄວາມສາມັກຄີລະຫວ່າງຄູ-ອາຈານ, ພະນັກງານສະຖາບັນການຕ່າງປະເທດ ແລະ ຜູ້ເຂົ້າຮ່ວມຊຸດບໍາລຸງດັ່ງກ່າວ ທີ່ມາຈາກພາກສ່ວນອື່ນໆໃຫ້ມີບັນຍາກາດຟົດຟື້ນ ແລະ ແໜ້ນແຟ້ນຂຶ້ນ.

ໃນຕອນທ້າຍພິທີ, ທ່ານ ໄມທອງ ທຳມະວົງສາ ປະທານພິທີໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຊຸດຝຶກອົບຮົມດັ່ງກ່າວ. ພ້ອມທັງໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ພະນັກງານທີ່ສໍາເລັດການບໍາລຸງພາສາອັງກິດໃນຄັ້ງນີ້ ໂດຍໄດ້ເນັ້ນເຖິງຄວາມສຳຄັນ ແລະ ຄວາມຈຳເປັນຕໍ່ກັບການຍົກລະດັບພາສາອັງກິດ ເພື່ອເປັນເຄື່ອງມືໃນການເສີມຂະຫຍາຍການພົວພັນຮ່ວມມືກັບສາກົນ.

ປດຊດບຳລງພາສາອງກດ ຊດທ 47 ສຳລບພະນກງານ ກຕທ, ຄຕພ ແລະ ບນດາກະຊວງ - image 3
 

(ຂ່າວ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ