ປກສ ບໍລິຄຳໄຊ ມີຄວາມພ້ອມຮອບດ້ານປ້ອງກັນຄວາມສະຫງົບໂອກາດວັນສ້າງຕັ້ງແຂວງຄົບຮອບ 40 ປີ

ປກສ ບໍລິຄຳໄຊ ມີຄວາມພ້ອມຮອບດ້ານປ້ອງກັນຄວາມສະຫງົບໂອກາດວັນສ້າງຕັ້ງແຂວງຄົບຮອບ 40 ປີ
ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 4 ມີນາຜ່ານມາ ທີ່ກອງບັນຊາການດັ່ງກ່າວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແຂວງຄົບຮອບ 40 ປີ (6/3/1984-6/3/2024) ກອງບັນຊາການ ປກສ ແຂວງໄດ້ວາງກຳລັງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຮອບດ້ານ.
ທ່ານ ພັນເອກ ກົງຈັນ ໄຊປັນຍາ ກ່າວວ່າ: ພາຍຫຼັງໄດ້ຮັບທິດຊີ້ນຳຈາກຂັ້ນເທິງພວກເຮົາໄດ້ຫ້າງຫາກະກຽມປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໄດ້ວາງແຜນປ້ອງກັນໃນ 5 ໜ້າວຽກຄື: ໜຶ່ງ ພາຍຫຼັງໄດ້ຮັບການຊີ້ນຳຈາກອົງການປົກຄອງແຂວງແລ້ວ ພວກເຮົາໄດ້ສ້າງນິຕິກຳໂດຍການອອກຂໍ້ຕົກລົງນັບແຕ່ແຂວງຈົນຮອດບັນດາກຸ້ມບ້ານ; ສອງ ໄດ້ກຳນົດເອົາສູນບັນຊາຂອງກອງບັນຊາການ ປກສ ແຂວງ ແລະ 7 ກອງບັນຊາການ ປກສ ເມືອງສຸມໃສ່ປ້ອງກັນຢູ່ສະຖານທີ່ສຳຄັນໆທີ່ຕ້ອງໄດ້ນໍາໃຊ້ກຳລັງ ແລະ ສະຖານທີ່ສະເຫຼີມສະຫຼອງຊຶ່ງກຳນົດອອກເປັນ 2 ຈຸດໃຫຍ່ຄື: ຈຸດທີໜຶ່ງສວນສາທາລະນະຂອງທ່ານ ສີສົມພອນ ລໍວັນໄຊ ທີ່ນໍາໃຊ້ເປັນບ່ອນມິດຕິ່ງ, ສະໜາມກິລາຄົບວົງຈອນຂອງແຂວງຊຶ່ງກຳນົດເປັນຈຸດວາງສະແດງສິນຄ້າ. ນອກຈາກນັ້ນ, ຍັງວາງກຳລັງຢູ່ຕາມບ້ານພັກ, ໂຮງແຮມ, ສຳນັກງານ, ອົງການຂອງພັກ-ລັດຕະຫຼອດຮອດບັນດາເມືອງພາຍໃນແຂວງ; ວຽກທີສາມ ສຸມໃສ່ໃຫ້ອ້າຍນ້ອງຈະລາຈອນອຳນວຍຄວາມສະດວກໃນການສັນຈອນ, ທ່ຽວຊົມ, ເຂົ້າຮ່ວມງານສະເຫຼີມສະຫຼອງ ແລະ ນໍາພາແຂກທ່ອງທ່ຽວ; ວຽກທີສີ່ ກະກຽມພາຫະນະ, ອຸປະກອນຮັບໃຊ້ໃຫ້ແກ່ວຽກງານປ້ອງກັນເປັນຕົ້ນພາຫະນະລົດສະຫຼາມ, ລົດກວດກາລາດຕະເວນ, ລົດດັບເພີງ ແລະ ອຸປະກອນອື່ນໆໃຫ້ມີຄວາມພ້ອມ; ວຽກທີຫ້າ ກະກຽມການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະກຳລັງປ້ອງກັນຊາດຊຶ່ງມີກົນໄກໃນການປະສານງານກັນຢ່າງເລິກເຊິ່ງ ພ້ອມນັ້ນໄດ້ສົມທົບບັນດາອົງການປົກຄອງທ້ອງຖິ່ນເມືອງຕະຫຼອດຮອດພໍ່ແມ່ປະຊາຊົນ, ພະນັກງານ-ລັດຖະກອນເພື່ອຊ່ວຍວຽກງານປ້ອງກັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ; ວຽກທີຫົກຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫຼວດຕະຫຼອດຮອດປະຊາຊົນລາວບັນດາເຜົ່າພາຍໃນແຂວງຈົ່ງພ້ອມກັນເປັນເຈົ້າການປະກອບສ່ວນເຂົ້າໃສ່ວຽກງານສະເຫຼີມສະຫຼອງ 40 ປີວັນສ້າງຕັ້ງແຂວງບໍລິຄຳໄຊໃຫ້ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ໄດ້ 100%.
ຂ່າວ: ພູວັນ, ພາບ: ແສງຈັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ແມ່ຍິງ ຫສນຍ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ໃນວັນທີ 22 ກໍລະກົດ ນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 - 20 ກໍລະກົດ 2025) ພາຍ ໃຕ້ຄໍາຂວັນ ‘‘70 ປີ ມີໄຊ ເຕີບໃຫຍ່ເຂັ້ມແຂງພັດທະນາແມ່ຍິງກ້າວໄກ ທັນສະໄໝ” ໂດຍການໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ຫົວໜ້າ ຫສນຍ;ສະຫາຍ ນາງອາລີ ວົງໝໍ່ບຸນທຳ ກໍາມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ບັນດາສະຫາຍເລຂາໜ່ວຍພັກຮາກຖານ, ຄະນະບໍລິຫານງານສະຫະພັນກຳມະບານ, ຊາວໜຸ່ມ, ແມ່ຍິງ ພ້ອມດ້ວຍພັນລະຍາການນຳ, ພະນັກງານການນຳອາວຸໂສບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນ ຫສນຍ.
ສນຊ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມ ສາມັກຄີເພື່ອຄວາມດີ

ສນຊ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມ ສາມັກຄີເພື່ອຄວາມດີ

ວັນທີ 22 ກໍລະກົດ ນີ້, ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮັບເຄື່ອງຊ່ວຍເຫຼືອຈາກສະມາຄົມສາມັກຄີເພື່ອຄວາມດີ ມູນຄ່າ 25 ລ້ານກີບ ກ່າວມອບໂດຍທ່ານ ນາງ ຈັນສຸດາ ໄຊຍະພອນ ປະທານສະມາຄົມສາມັກຄີເພື່ອຄວາມດີ ແລະ ກ່າວຮັບໂດຍທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ບົວວອນ ອ່ອນຈັນຫອມ ຮອງປະທານມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ປູກເຫັດຂາຍພາໃຫ້ຊີວິດການເປັນຢູ່ຂອງສະມາຊິກພາຍໃນກຸ່ມດີຂຶ້ນ

ປູກເຫັດຂາຍພາໃຫ້ຊີວິດການເປັນຢູ່ຂອງສະມາຊິກພາຍໃນກຸ່ມດີຂຶ້ນ

ການພັດທະນາອາຊີບ, ປັບປຸງລະບົບການຈັດຕັ້ງການຜະລິດ ແລະ ການພັດທະນາຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຈຸດສຸມພັດທະນາໄດ້ຮັບການເອົາໃຈໃສ່ໄປພ້ອມກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງເຂົ້າສູ່ລວງເລິກ ຕາມ 4 ເນື້ອໃນ 4 ຄາດໝາຍ.
ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ 20 ກໍໍລະກົດ 2025) ຂຶ້ນໃນວັນທີ 23 ກໍລະກົດ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ, ຄະນະປະທານສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກໍາມະບານລາວ, ເລຂາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ, ມີພະນັກງານປະຕິວັດ, ອາວຸໂສ ບໍານານ, ພ້ອມດ້ວຍ ແມ່ຍິງບັນດາກະຊວງ, ອົງການ, ນະຄອນຫຼວງ, ແລ ະພາກສ່ວນຕ່າງໆ​ເຂົ້າ​ຮ່ວມ​​.
ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ວັນທີ 21 ກໍລະກົດຜ່ານມານີ້, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ມອບເງິນຈຳນວນ 40 ລ້ານກວ່າກີບໃຫ້ອຳນາດການປົກຄອງບ້ານຂີ້ນາກ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ.
6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

ໃນ 6 ເດືອນຕົ້ນປີ 2025 ແຂວງເຊກອງ ສາມາດລະດົມແຫຼ່ງທຶນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 222.22 ຕື້ກີບ ປະຕິບັດໄດ້ 16.99% ຂອງແຜນການປີ. ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ປະຕິບັດໄດ້ລື່ນແຜນ 13.71%; ທືຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 14.79 ຕື້ກີບ ປະຕິບັດໄດ້ 8.70%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 103.95 ຕື້ກີບ ປະຕິບັດໄດ້ 9.92% ຂອງແຜນການປີ.
ເຈົ້າແຂວງຊຽງຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ເຈົ້າແຂວງຊຽງຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ໃນວັນທີ 22 ກໍລະກົດ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາເບິ່ງຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມເສັ້ນທາງເລກ 7, ເທດສະບານໂພນສະຫັວນ
ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຈາກກະແສຂ່າວທີ່ລົງໃນສື່ອອນລາຍໃນປັດຈຸບັນກໍລະນີ: ໃສ່ຮ້າຍເຈົ້າໜ້າທີພາສີປັບໃໝ 30 ລ້ານກີບ. ເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງຂັດຕໍ່ກົດໝາຍ ແລະ ລະບຽບການ. ຕໍ່ກັບບັນຫາທີ່ເກີດຂຶ້ນ, ກະຊວງການເງິນ ກໍຄືກົມພາສີ, ພາສີປະຈໍາແຂວງຈໍາປາສັກ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສັງລວມລາຍງານບັນຫາທີ່ເກີດຂຶ້ນໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 12 ກໍລະກົດ 2025, ເຈົ້າໜ້າທີ່ພາສີໄດ້ຮັບແຈ້ງເອກະສານພາຫະນະປະເພດລົດກະບະ, ຍີ່ຫໍ້ໂຕໂຢຕ້າ, ລຸ້ນຣີໂວ, ສີຂາວ ໝາຍເລກທະບຽນ ກຄ 8849 ຈໍາປາສັກ.
ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ ມີຄະນະປະຈຳພັກກະຊວງ ວທ ມີ ອະດີດການນຳຂັ້ນສູງ, ພະນັກງານອາວຸໂສບຳນານ; ມີຄະນະກໍາມະບານຮາກຖານ ບັນດາສະມາຊິກກໍາມະບານ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ວທ ເຂົ້າຮ່ວມ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມ ຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງຈຳປາສັກ ໃນ ວັນທີ 22 ກໍລະກົດນີ້ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ໄດ້ພົບປະເຮັດວຽກ ນຳຄະປະຈຳພັກ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການ ແຂວງຈຳປາສັກ
ເພີ່ມເຕີມ