ກອງບັນຊາການປ້ອງກັນຄວາມສະຫົງບ (ປກສ) ເມືອງດາກຈຶງ ແຂວງເຊກອງ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂຶ້ນເມື່ອບໍ່ດົນມານີ້, ໂດຍມີສະຫາຍ ພັອ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີສະຫາຍ ພັທ ຫຸມໃຈ ແກ້ວສີບຸນເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນຕໍາຫຼວດເຂົ້າຮ່ວມ.
ສະຫາຍ ພັທ ຫຸມໃຈ ແກ້ວສີບຸນເຮືອງ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານໃນ 1 ປີຜ່ານມາ.ຈາກນັ້ນ, ສະຫາຍ ພັທ ສີພັນ ພິມມະເສນ ຮອງຫົວຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບສະເລກທີ 1940/ປກສ,ນວ ລົງວັນທີ 21 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງສະຫາຍ ພັຕ ສົມແພງ ສີໂພ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງດາກຈຶງ. ພ້ອມນີ້ຍັງໄດ້ເລື່ອນຊັ້ນໃຫ້ນາຍຕຳຫຼວດຈຳນວນໜຶ່ງຕື່ມອີກ.
ໂອກາດນີ້, ສະຫາຍ ພັອ ຄຳບານ ພົມມະນີວົງ ໄດ້ມີຄໍາເຫັນຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນໃໝ່ ຈົ່ງຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ,ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ,ເອົາໃຈໃສ່ປັບປຸງແກ້ໄຂປະກົດການຫຍໍ້ທໍ້ຢ່າງແຂງແຮງ,ເພີ່ມທະວີການນຳພາ-ຊີ້ນໍາ,ປັບປຸງເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກໍາລັງໃຫ້ໜັກແໜ້ນ, ນັບແຕ່ຂັ້ນເທິງລົງສູ່ຮາກຖານບ້ານ,ເຮັດສໍາເລັດໜ້າທີ່ໆພັກ-ລັດໄດ້ມອບໝາຍໃຫ້ຄຽງຄູ່ກັບການສຶກສາອົບຮົມດ້ານການເມືອງແນວຄິດ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ປະຕິບັດກົດລະບຽບຂອງກໍາລັງຢ່າງເຂັ້ມງວດ.
ຂ່າວ: ສັນຍາ, ພາບ: ປກສ ແຂວງ

ຄໍາເຫັນ