ຂ່າວລະບຸວ່າ: ຮ່າງກົດໝາຍວ່າດ້ວຍການສຶກສາສະບັບປັບປຸງ ທີ່ເຜີຍແຜ່ໃນເວັບໄຊທາງການຂອງລັດຖະບານ ລະບຸວ່າ, ກົດລະບຽບໃໝ່ຈະຫ້າມນັກຮຽນບໍ່ໃຫ້ໃຊ້ໂທລະສັບມືຖືໃນເວລາຮຽນ ແລະ ເວລາພັກ, ໂດຍມີຂໍ້ຍົກເວັ້ນສຳລັບການຕິດຕາມສຸຂະພາບ, ການຕິດຕໍ່ກັບຜູ້ປົກຄອງໃນກໍລະນີຮີບດ່ວນ ຫຼື ຈຸດປະສົງດ້ານການສຶກສາ.
ແຜນການລິເລີ່ມນີ້ແມ່ນເພື່ອຕອບສະໜອງຕໍ່ຄວາມກັງວົນກ່ຽວກັບເດັກນ້ອຍເສບຕິດສື່ດີຈີຕອນ ແລະ ຜົນກະທົບຕໍ່ສະມາທິ, ຄວາມສຳພັນທາງສັງຄົມ ແລະ ສຸຂະພາບຈິດ ຂອງເຍົາວະຊົນ. ທ່ານ ໂດນັລ ທັສ ນາຍົກລັດຖະມົນຕີໂປໂດຍ ກ່າວວ່າ: ລັດຖະບານບໍ່ໄດ້ມີຈຸດປະສົງກັດກັ້ນການເຂົ້າເຖິງ ແຕ່ເພື່ອສ້າງເຄື່ອງມືເພື່ອຄວບຄຸມສະພາບແວດລ້ອມດີຈີຕອນ ແລະ ປ້ອງກັນບໍ່ໃຫ້ເຍົາວະຊົນຕົກເປັນເຫຍື່ອຂອງເນື້ອຫາທີ່ບໍ່ເໝາະສົມ.
ທັງນີ້, ຄະນະລັດຖະມົນຕີຍັງໄດ້ອະນຸມັດຮ່າງກົດໝາຍທີ່ປົກປ້ອງເຍົາວະຊົນຈາກສື່ລາມົກອອນລາຍ ຊຶ່ງຈະຮຽກຮ້ອງໃຫ້ຜູ້ໃຫ້ບໍລິການດີຈີຕອນຕ້ອງໃຊ້ລະບົບຢືນຢັນອາຍຸທີ່ມີປະສິດທິພາບ.
ຄໍາເຫັນ