ປູກພືດຜັກຂາຍພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ

ປູກພືດຜັກຂາຍພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ
ໂດຍ: ສີສະຫັວນ ວິໄລຈອນ
ໃນຊີວິດປະຈຳວັນຂອງຄົນເຮົາ ຊຶ່ງປະກອບດ້ວຍ 4 ປັດໄຈຕົ້ນຕໍເຊັ່ນ: ອາຫານການກິນ, ຢາປິ່ນປົວ, ທີ່ພັກອາໄສ ແລະເຄື່ອງນຸ່ງຮົ່ມ ທີ່ຂາດບໍ່ໄດ້ໃນການດຳລົງຊີວິດ ຊຶ່ງປັດຈຸບັນ ການປະກອບອາຊີບກະສິກຳ ເປັນສິນຄ້າດ້ວຍການປູກພືດ-ຜັກ ຂາຍເປັນສິນຄ້າ ແມ່ນອາຊີບໜຶ່ງທີ່ສາມາດສ້າງລາຍຮັບ ໃຫ້ກັບບຸກຄົນ ແລະຄອບຄົວ ດັ່ງຄອບຄົວ ທ່ານ ແກ້ວປະເສີດ ອາຍຸ 62 ປີຢູ່ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ເປັນຄອບຄົວທີ່ມີຄວາມຫ້າວຫັນໃນການຜະລິດສາມາດສ້າງລາຍຮັບ  100 ລ້ານກວ່າກີບຕໍ່ປີ. 
ທ່ານ ແກ້ວປະເສີດ ກ່າວວ່າ: ຄອບຄົວຂອງຕົ້ນມີແຮງງານຕົ້ນຕໍພຽງ2ຄົນ, ໄດ້ເລີ່ມຕົ້ນເຮັດທຸລະກິດການປູກພືດຜັກໃນປີ 2015 ດ້ວຍທຶນເບື້ອງຕົ້ນພຽງແຕ່ 3 ລ້ານກີບ, ເວລານັ້ນໄດ້ປູກພືດຜັກ ແລະດອກດາວເຮືອງ ເພື່ອຂາຍໃນທ້ອງຕະຫຼາດ, ມາຮອດປີ 2017 ໄດ້ສືບຕໍ່ພັດທະນາພື້ນທີ່ ທັງໄດ້ສຸມໃສ່ການປູກພືດຜັກ ແລະດອກດາວເຮືອງຫຼາຍຂຶ້ນຕື່ມ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ  ເມື່ອໄດ້ເຫັນລາຍຮັບຕົວຈິງ ຈຶ່ງໄດ້ຂະຫຍາຍກິດຈະການໃຫ້ກວ້າງຂວາງຕື່ມອີກ ໂດຍຂະຫຍາຍເນື້ອທີ່ດິນສວນ ຈຳນວນ 2 ເຮັກຕາ ເພື່ອປູກໝາກກະທັນ, ຜັກກາດ, ຜັກບົ່ວ, ຜັກນາງຕູ່ ແລະດອກດາວເຮືຶອງ ເຮັດໃຫ້ມີລາຍຮັບສູງຂຶ້ນ ປັດຈຸບັນໃນຄອບຄົວ ມີລົດໃຫຍ່ 1 ຄັນ, ລົດໄຖນາ 1 ຄັນ, ລົດຈັກ ແລະມີເຮືອນຢູ່ຖາວອນ 1 ຫຼັງ ແລະມີທຶນໝູນວຽນທັງໝົດໃນການດຳເນີນທຸລະກິດມີ 50 ລ້ານກວ່າກີບ. 
ທ່ານ ແກ້ວປະເສີດ ໄດ້ໃຫ້ຮູ້ຕື່ມວ່າ: ສຳລັບແຜນການໃນຕໍ່ໜ້າ ຈະໄດ້ຂະຫຍາຍເນື້ອທີ່ສວນໃຫ້ກວ້າງຂວາງອອກກວ່າເກົ່າ ເພື່ອປູກພືດຜັກລົ້ມລຸກຕາມລະດູການເຊັ່ນ: ໝາກກະທັນ, ໝາກເຜັດ, ຜັກບົ່ວ, ຜັກກາດ ແລະຜັກນາງຕູ່ ລວມທັງດອກດາວເຮືອງ ໃຫ້ໄດ້ຫຼາຍຕາມຄວາມສາມາດ ແລະຄວາມຕ້ອງການຂອງຕະຫຼາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ

ເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ

ໃນຕອນເຊົ້າວັນທີ 4 ກໍລະກົດ ນີ້, ທ່ານ ຄຳມອນ ຈັນທະຈິດ ຮອງປະທານຜູ້ປະຈຳການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນງານການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ໃຫ້ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງຂອງແຂວງໄຊຍະບູລີ ໃນໂອກາດທີ່ເຂົ້າຮ່ວມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ແລະ ມີຜູ້ເຂົ້າຮ່ວມຈຳນວນ 146 ຄົນ.
ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ງານຕະຫຼາດນັດແຮງງານຄັ້ງທີ IV ແລະ ສົ່ງເສີມວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະພາການຄ້າກວາງຊີ ປະຈຳ ສປປ ລາວ ຈັດງານຕະຫຼາດນັດແຮງງານຄັ້ງທີ IV ປະຈຳປີ 2025 ຂຶ້ນໃນລະຫວ່າງວັນທີ 4-5 ກໍລະກົດນີ້ ທີ່ ມຊ ເປັນກຽດເຂົ້າຮ່ວມຂອງທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງອະທິການບໍດີ ມຊ, ທ່ານ ເສິນຈ້າວຫຼິນ ຫົວໜ້າຄະນະດໍາເນີນງານສະພາການຄ້າກວາງຊີປະຈໍາລາວ, ບັນດາລັດວິສາຫະກິດ ແລະ ບໍລິສັດລາວ-ຈີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ເລົ່າງາມ ປະດັບຫຼຽນກາລະນຶກວັນສ້າງຕັ້ງພັກຄົບຮອບ 70 ປີ.

ເລົ່າງາມ ປະດັບຫຼຽນກາລະນຶກວັນສ້າງຕັ້ງພັກຄົບຮອບ 70 ປີ.

ໃນວັນທີ 3 ກໍລະກົດຜ່ານມານີ້, ເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 - 22 ມີນາ 2025) ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໂພສີ ຫຼວງສຸລິວັນ ເລຂາຄະນະບໍລິຫານງານພັກເມືອງ.
ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ກະຊວງຍຸຕິທຳໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 10 ສະໄໝທີ XI ແລະ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຂຶ້ນໃນວັນທີ 4 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໂດຍການໃຫ້ກຽດເຜີຍແຜ່ຂອງສະຫາຍ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນເຂົ້າຮ່ວມ.
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫຼ້າສຸດຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ

ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫຼ້າສຸດຂອງບໍລິສັດທາງລົດໄຟລາວ-ຈີນຈຳກັດ

ໃນວັນທີ 7 ກໍລະກົດ 2025 ເປັນຕົ້ນໄປ, ບໍລິສັດທາງລົດໄຟລາວ-ຈີນຈຳກັດ ຈະເລີ່ມນຳໃຊ້ປະຕິບັດຕາຕະລາງເວລາແລ່ນລົດໄຟຂອງໄຕມາດທີສາມ, ໃນໄຕມາດນີ້ ທາງລົດໄຟລາວ-ຈີນຈະເປີດແລ່ນລົດໄຟທັງໝົດຈຳນວນ 7 ຄູ່ ຫຼື 14 ຖ້ຽວ, ໃນນັ້ນມີລົດໄຟ EMU ທີ່ແລ່ນຢູ່ໃນລາວ 4 ຄູ່, ລົດໄຟທໍາມະດາ 1 ຄູ່ ແລະ ລົດໄຟ EMU ແລ່ນຂ້າມແດນ 2 ຄູ່. ໃນໄລຍະເທດສະການ ຫຼື ວັນພັກທີ່ມີຜູ້ໂດຍສານເພີ່ມຂຶ້ນຫຼາຍ ອາດຈະເພີ່ມຖ້ຽວລົດໄຟ ຫຼື ຕໍ່ລົດໄຟສອງຂະບວນໃສ່ກັນຕາມຄວາມເໝາະສົມ.
ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ທ່ານ ບົວຄົງ ນາມມະວົງ ໂອ້ລົມພະນັກງານການນຳ ແຂວງວຽງຈັນ.

ໃນໂອກາດທີ່ ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ແຂວງວຽງຈັນ ໃນວັນທີ 3 ກໍລະກົດຜ່ານມາ, ຊຶ່ງທ່ານໄດ້ໂອ້ລົມພະນັກງານການນຳ, ແຂວງວຽງຈັນ. ເຂົ້າຮ່ວມຮັບຟັງມີ ທ່ານ ສີວຽງໄຊ ອໍລະບູນ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງວ່າການແຂວງ, ມີຄະນະນຳ ແລະ ພະນັກງານຂອງສອງພາກສ່ວນດັ່ງກ່າວເຂົ້າຮ່ວມ.
ສະຫວັນນະເຂດ ຫາລືກຽມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ສະຫວັນນະເຂດ ຫາລືກຽມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ວັນທີ 2 ກໍລະກົດຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນະເຂດ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ທີ່ຈະຈັດຂຶ້ນພ້ອມກັນທົ່ວປະເທດໃນວັນທີ 12 ສິງຫາ 2025 ທີ່ຈະເຖິງນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ພູວັງ ເກດແກ້ວພົມພອນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ.
ຄໍາມ່ວນ ປິດຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານ

ຄໍາມ່ວນ ປິດຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານ

ຊຸດຝຶກອົບຮົມທັກສະສໍາລັບທຸລະກິດທີ່ພັກເຊົາ ແລະ ຮ້ານອາຫານຂະໜາດນ້ອຍ-ກາງໄດ້ປິດລົງໃນວັນທີ 3 ກໍລະກົດຜ່ານມາ ຢູ່ທີ່ໂຮງແຮມພອນປະດິດ ເມືອງທ່າແຂກ ແຂວງຄໍາມ່ວນ.
ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ນັກຂ່າວປະຕິວັດ ເຂົ້າຢ້ຽມຂໍ່ານັບເຈົ້າແຂວງຈຳປາສັກ

ເມື່ອບໍ່ດົນຜ່ານມານີ້, ທີ່ເຮືອນພັກຮັບຮອງ ຂອງເຈົ້າແຂວງຈໍາປາສັກ ທີ່ນະຄອນປາກເຊ ແຂວງຈໍາປາສັກ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ໄດ້ອະນຸຍາດ ແລະ ໃຫ້ກຽດຕ້ອນຮັບ ທ່ານ ຣັດສະໝີ ດວງສັດຈະ ອະດີດເລ​ຂາ​ທິ​ການສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ ສ​ປ​ປ ລາວ ອະດີດທີ່ປຶກສາຂ່າວສານທະນາຄານແຫ່ງ ສປປ ລາວ (ທຫລ) ທັງເປັນກໍາມະການຄະນະບໍລິຫານງານສະ​ມາ​ຄົມມິດຕະພາບ ລາວ-ສ.ເກົາຫຼີ (LKFA), ໂດຍການພາທາງ ຂອງທ່ານ ໄຊລືຊາ ຜູຍຍະວົງ ຫົວໜ້າສາຂາ ທຫລ ພາກໃຕ້ ແຂວງຈໍາປາສັກ.
ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ສພຂ ຄໍາມ່ວນ ສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈໍາ 6 ເດືອນທ້າຍປີ 2025 ຂອງຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດນີ້ ຢູ່ທີ່ຫ້ອງການສະພາປະຊາຊົນແຂວງ (ສພຂ) ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ.
ເພີ່ມເຕີມ