ປູກຕົ້ນໄມ້ສະຫຼອງການຮ່ວມມືລາວ ແລະ ສ ເກົາຫຼີ ຄົບຮອບ 30 ປີ

ປູກຕົ້ນໄມ້ສະຫຼອງການຮ່ວມມືລາວ ແລະ ສ ເກົາຫຼີ ຄົບຮອບ 30 ປີ

ປູກຕົ້ນໄມ້ສະຫຼອງການຮ່ວມມືລາວ ແລະ ສ ເກົາຫຼີ ຄົບຮອບ 30 ປີ
ເນື່ອງໃນໂອກາດສະເຫຼີມສະຫຼອງການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ຄົບຮອບ 30 ປີ; ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ຈັດພິທີປູກຕົ້ນໄມ້ເພື່ຶອສະເຫຼີມສະຫຼອງການຮ່ວມມືດັ່ງກ່າວຂຶ້ນໃນວັນທີ 14 ພຶດສະພາ ຜ່ານມາ ທີ່ຫ້ອງການປະສານງານ REDD ລາວ - ເກົາຫຼີ ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກປ, ທ່ານ ຈອງຢອງຊູ (JUNG Yung Soo) ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍແລະ ເຂົ້າຮ່ວມ.

 

 

ທ່ານ ລິນຄໍາ ດວງສະຫວັນ ກ່າວວ່າ: ການປູກຕົ້ນໄມ່ຮ່ວມກັນລະຫວ່າງ ກະຊວງ ກປ ແລະ ສະຖານທູດແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ ໃນຄັ້ງນີ້ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍຄວາມສໍາຄັນໃນການສະເຫຼີມສະຫຼອງສາຍພົວພັນການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ, ແລະ ເປັນສັນຍາລັກແຫ່ງການເສີມຂະຫຍາຍການຮ່ວມມືຂອງສອງປະເທດ, ໂດຍສະເພາະການຮ່ວມມືໃນຂົງເຂດວຽກງານກະສິກໍາ ແລະ ປ່າໄມ້ ໃຫ້ເຕີບໃຫຍ່ຂະຫຍາຍຕົວ; ໃນນັ້ນ, ຍັງເປັນການປະກອບສ່ວນໃນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ທີ່ຈະມາເຖິງນີ້ເພື່ອເປັນການປູກຈິດສໍານຶກໃຫ້ປວງຊົນ ໂດຍສະເພາະໄວໜຸ່ມເຫັນໄດ້ຄວາມສໍາຄັນຂອງການປົກປັກຮັກສາຊັບພະຍາກອນທໍາມະຊາດແລະ ປ່າໄມ້, ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນການເປັນທ່າແຮງ ແລະ ອົງປະກອບສໍາຄັນໃນໂຄງປະກອບເສດຖະກິດແຫ່ງຊາດ.

ໂອກາດັ່ງກ່າວ, ທ່ານ ລິນຄໍາ ດວງສະຫວັນ ແລະ ທ່ານ ຈອງຢອງຊູ ໄດ້ປູກຕົ້ນໄມ້ ແລະ ເປີດປ້າຍຫີນສີລາລືກແລະ ທ່ຽວຊົມສວນພຶກສາສາດອີກດ້ວຍ.

(ຂ່າວ: ສຳນານ, ຂໍ້ມູນ-ພາບ: ກະຊວງ ກປ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ເຜີຍແຜ່ກົນໄກການປະສານງານແລກປ່ຽນຂໍ້ມູນ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ ສປປ ລາວ ຂຶ້ນໃນວັນທີ 13 ພຶດ ສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ
ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ວັນທີ 14 ພຶດສະພາ ນີ້ ທີ່ສູນກາງແນວລາວສ້າງຊາດອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ໃນວັນທີ 14 ພຶດສະພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະແນກການກ່ຽວຂ້ອງ ໄດ້ລົງພົບປະພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ ເມືອງຫີນບູນ ໂດຍມີທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາການນຳຂອງເມືອງ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານໃຫ້ການຕ້ອນຮັບ. ພ້ອມນີ້ ກໍໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບລວມ ແລະ ການພັດທະນາບ້ານ ລວມເຖິງຂໍ້ສະເໜີ ທີ່ເປັນບັນຫາຄວາມຫຍຸ້ງຍາກໃນການດຳລົງ
ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ໃນວັນທີ 14 ພຶດສະພາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V ຂຶ້ນ ໂດຍການເຂົ້າຮ່ວມຂອງ ພະອາຈານ ບຸນທຽນ ພຸດທະວະໂລ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງ ໄຊຍະບູລີ.
ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ໂດຍ: ສ.ບຸດປະຊາ ພັກ-ລັດເຮົາ ໄດ້ເອົາໃຈໃສ່ຍູ້ແຮງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະຊຸກຍູ້ໃຫ້ມີການຜະລິດກະສິກຳເປັນສິນຄ້າ ເພື່ອໃຫ້ປະຊາຊົນລາວຜູ້ທີ່ມີເງື່ອນໄຂໃນການເຮັດກະສິກຳ ໄດ້ມີຢູ່ມີກິນ ບໍ່ມີໄພອິດຫີວ ແລະ ແກ້ໄຂຄວາມທຸກຍາກຄອບຄົວ; ໃນນີ້, ການຜະລິດກະສິກຳເປັນສິນຄ້າ ກໍແມ່ນການຫັນການເຮັດກະສິກຳ ເຂົ້າສູ່ການເຮັດເສດຖະກິດກະສິກຳ ປູກຝັງ-ລ້ຽງສັດ
ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ; ໂດຍມີທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນ ຕີກະຊວງການເງິນ ຫົວໜ້າຄະນະຊີ້ນໍາໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ (DRMM), ທ່ານ ອາເມີ ກາຣີ (Amr Qari) ຮອງຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ພິທີວາງສີລາລຶກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະ ພາ ຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ເຮເທີ ວາຣີອາຣາ (Heather Variara) ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳລາວ, ທ່ານນາງ ຊາມີນາ ຄາດວານີ (Samina KADWANI) ຫົວໜ້າຫ້ອງການອົງການສະຫະປະຊາຊາດ, ທ່ານ ບາຄໍເດຍ ເບີຄານອບຟ (Bakhodir Burkhanov)
ທາບທາມຄຳເຫັນຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ

ທາບທາມຄຳເຫັນຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ

ກົມພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ຈັດກອງປະຊຸມທາບທາມຄໍາເຫັນ ຕໍ່ຮ່າງດຳລັດ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ສະບັບປັບປຸງ) ຮ່ວມກັບບັນດາຂະແໜງການຂັ້ນທ້ອງຖິ່ນຂຶ້ນໃນວັນທີ 14 ພຶດສະພາຜ່ານມາ ທີ່ແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງ ກປ, ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ,
200 ກວ່າໜ່ວຍພັກ ໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

200 ກວ່າໜ່ວຍພັກ ໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂຶ້ນໃນວັນທີ 15 ພຶດສະພານີ້ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງເລຂາຄະນະພັກກະຊວງ ຮອງລັດ ຖະມົນຕີກະຊວງ ປກສ, ມີຄະນະພັກກະຊວງ, ຄະນະພັກກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ ແລະ ວິທະຍາຄານອ້ອມຂ້າງເຂົ້າຮ່ວມ.
ກອງປະຊຸມປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

ກອງປະຊຸມປັບປຸງດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມປັບປຸງ ດຳລັດວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ໃນລະຫວ່າງວັນທີ 14-15 ພຶດສະພານີ້ ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດ ຖະມົນຕີກະຊວງ ຮສສ, ມີອົງການສາກົນເພື່ອການເຄື່ອນຍ້າຍ (IOM), ຄະນະຮັບຜິດຊອບປັບປຸງດໍາລັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ