![]() |
ທ່ານ ນາງ ພົງມະນີ ຈັນສົມບັດ ປະທານສະຫະພັນແມ່ຍິງເມືອງລ່ອງເເຈ້ງ ໃຫ້ຮູ້ວ່າ: ພາຍຫຼັງມີສະພາບການເກີດຂຶ້ນນັບແຕ່ວັນທີ 20 ພຶດສະພາ ຜ່ານມາ ໂດຍໄດ້ຮັບການມອບໝາຍຈາກຄະນະພັກ-ຄະນະນໍາຂອງເມືອງ ສະຫະພັນແມ່ຍິງເມືອງໄດ້ສົມທົບກັບກໍາລັງຊາວໜຸ່ມ ລວມເຖິງພາກສ່ວນກ່ຽວຂ້ອງໄດ້ຮີບຮ້ອນມາປະຈໍາການຜັດປ່ຽນກັນໃນແຕ່ລະວັນຢູ່ພາກສະໜາມ ເພື່ອປຸງແຕ່ງອາຫານ ແລ້ວລໍາລຽງໄປແຈກຢາຍໃຫ້ໜ່ວຍງານຕ່າງໆຢ່າງພຽງພໍ ເພື່ອໃຫ້ແຕ່ລະໜ່ວຍງານໄດ້ກິນອີ່ມ, ນຸ່ງອຸ່ນ ມີເຫື່ອແຮງໃນການປະຕິບັດໜ້າທີ່ຄົ້ນຫາຜູ້ທີ່ຕິດຄ້າງຢູ່ຖໍ້າຢ່າງຕໍ່ເນື່ອງ.
![]() |
ທ່ານ ນາງ ພົງມະນີ ຈັນສົມບັດ ໃຫ້ຮູ້ຕື່ມວ່າ: ການປະຕິບັດໜ້າທີ່ໃນຄັ້ງນີ້ ເປັນສິ່ງທີ່ທ້າທາຍ ແລະ ມີຄວາມຫຍຸ້ງຍາກຫຼາຍສົມຄວນ ເນື່ອງຈາກສະພາບເສັ້ນທາງມີລັກສະນະພູສູງຊັນສ່ວນໃຫຍ່ແມ່ນນໍາໃຊ້ກຳລັງຄົນຍ່າງຂຶ້ນ-ລົງ, ບາງມື້ມີຝົນຕົກເຮັດໃຫ້ຫົນທາງໝື່ນໄລຍະທາງໄກ ມີຜົນກະທົບຕໍ່ການສະໜອງວັດຖຸດິບຕ່າງໆ, ແຕ່ເຖິງວ່າຈະພົບກັບອຸປະສັກຫຍຸ້ງຍາກປານໃດໜ່ວຍງານສະຫະພັນແມ່ຍິງເມືອງຈະສືບຕໍ່ປະຕິບັດໜ້າທີ່ຈົນກວ່າຈະສໍາເລັດພາລະກິດທີ່ໄດ້ຮັບການມອບໝາຍ, ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງໜ່ວຍງານກູ້ໄພທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະໜ່ວຍກູ້ໄພທີ່ມາຈາກປະເທດໄທທີ່ເຂົ້າມາຮ່ວມໃນພາລະກິດຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈທຸກການຊ່ວຍເຫຼືອຂອງທຸກໆພາກສ່ວນໃນສັງຄົມທີ່ປະກອບສ່ວນວັດຖຸ-ປັດໃຈ ເພື່ອອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ມາໂດຍຕະຫຼອດ.
![]() |



ຄໍາເຫັນ