![]() |
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກຸ່ມບໍລິສັດ PSL Group ກໍໄດ້ມອບເງິນອຸປະຖຳ ເພື່ອສະໜັບສະໜູນການຈັດກິດຈະກຳ ແລະ ຕົ້ນໄມ້ຈຳນວນໜຶ່ງ ລວມມູນຄ່າທັງໝົດ 519,320,000 ກີບ ໃຫ້ແກ່ພາກສ່ວນຕ່າງໆ. ໃນນີ້, ມອບໃຫ້ກົມໃຫຍ່ເຕັກນິກກອງທັບ ມູນຄ່າ 176.320.000 ກີບ, ໂຮງຮຽນວັດທະນາຊົນເຜົ່າກອງທັບ ຈຳນວນ 70.000.000 ກີບ, ຊຸກຍູ້ກິດຈະກຳ ແລ່ນເພື່ອປ່າໄມ້ ແລະ ພູມອາກາດຂອງພວກເຮົາ 100.000.000ກີບ. ພ້ອມທັງ ສະໜັບສະໜູນກິດຈະກຳຢູ່ ແຂວງຄຳມ່ວນ ຈຳນວນ 173.000.000 ກີບ.
![]() |
ການປະກອບສ່ວນໃນຄັ້ງນີ້, ບໍ່ພຽງແຕ່ສະແດງເຖິງຄວາມໃສ່ໃຈຂອງພາກທຸລະກິດ ຕໍ່ກິດຈະກຳ ສາທາລະນະປະໂຫຍດເທົ່ານັ້ນ, ແຕ່ຍັງເປັນການຮ່ວມສ້າງຈິດສຳນຶກໃນການອະນຸລັກສິ່ງແວດລ້ອມ, ເພີ່ມພື້ນທີ່ສີຂຽວ ແລະ ສົ່ງເສີມການພັດທະນາທີ່ຍືນຍົງຂອງປະເທດໃນຕໍ່ໜ້າ.
ໂດຍ: ນັກຂ່າວກອງທັບ


ຄໍາເຫັນ