ປຶກສາຫາລື ການຈັດຕັ້ງປະຕິບັດໂຄງການປະກັນໄພການທ່ອງທ່ຽວ ແບບທັນສະໄໝ

ປຶກສາຫາລື ການຈັດຕັ້ງປະຕິບັດໂຄງການປະກັນໄພການທ່ອງທ່ຽວ ແບບທັນສະໄໝ

ປຶກສາຫາລື ການຈັດຕັ້ງປະຕິບັດໂຄງການປະກັນໄພການທ່ອງທ່ຽວ ແບບທັນສະໄໝ
ວັນທີ່ 18 ມີນາຜ່ານມາ ທີ່ໂຮງແຮມພູແມນ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງໄດ້ຈັດກອງປະຊຸມ ປຶກສາຫາລື ການຈັດຕັ້ງປະຕິບັດໂຄງການປະກັນໄພການທ່ອງທ່ຽວ ແບບທັນສະໄໝ ລະຫວ່າງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ກະຊວງການເງິນ ແລະ ບໍລິສັດ ລາວຢູນີເວີຊໍ ດີວີລ໋ອບເມັ້ນ ຈຳກັດ, ໂດຍເປັນປະທານຮ່ວມຂອງ ທ່ານ ໄຊສົມບັດ ບຸນນະຜົນ ວ່າການຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ.
ປກສາຫາລ ການຈດຕງປະຕບດໂຄງການປະກນໄພການທອງທຽວ ແບບທນສະໄໝ - image 1
 

ທ່ານ ໄຊສົມບັດ ບຸນນະຜົນ ກ່າວເປີດກອງປະຊຸມວ່າ: ໂຄງການປະກັນໄພການທ່ອງທ່ຽວ ແບບທັນສະໄໝ ເປັນອີກວຽກງານໜຶ່ງທີ່ມີຄວາມໝາຍ ຄວາມສໍາຄັນ ຕໍ່ວຽກງານການທ່ອງທ່ຽວ ສປປ ລາວ ໂດຍໄດ້ຮັບການຊີ້ນໍາຈາກລັດຖະບານໂດຍກົງ ແລະ ການຮ່ວມມືຈາກກະຊວງທີ່ກ່ຽວຂ້ອງ ໃນການຊຸກຍູ້ສົ່ງເສີມໂຄງການ ໃຫ້ເກີດເປັນຮູບປະທຳ ແລະ ນໍາມາຊຶ່ງຜົນປະໂຫຍດ ໃນດ້ານງົບປະມານ ແລະ ການບໍລິຫານຈັດການຄວາມສ່ຽງ ທີ່ເກີດຈາກອຸບັດຕິເຫດ ໃນຂົງເຂດວຽກງານການທ່ອງທ່ຽວ ຂອງ ສປປ ລາວ, ຊຶ່ງຜ່ານມາບັນຫາທີ່ເກີດຂຶ້ນ ກ່ຽວກັບນັກທ່ອງທ່ຽວ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ຊີວິດ, ຊັບສິນ ແລະ ຄ່າເສຍຫາຍຫຼາຍດ້ານ, ອັນເປັນບັນຫາຕິດພັນກັບ ຄວາມຮັບຜິດຊອບໂດຍທາງກົງ ແລະ ທາງອ້ອມ ຂອງລັດຖະບານ ແລະ ອົງການຈັດຕັ້ງລັດ ທີ່ກ່ຽວຂ້ອງ. ເພື່ອເຮັດໃຫ້ວຽກງານປະກັນໄພການທ່ອງທ່ຽວ ກາຍເປັນຜະລິດຕະພັນທ່ອງທ່ຽວຮູບແບບໃໝ່ ທັງຮັບປະກັນໄດ້ ຄວາມເປັນ ລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ, ການບໍລິການ ມີຄວາມສະດວກວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້ ເຮັດໃຫ້ໂຄງການດໍາເນີນໄປ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ສອດຄ່ອງກັບການຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ ບໍລິສັດຜູ້ພັດທະນາຈຶ່ງດຳເນີນການສ້າງລະບົບການຂາຍປະກັນໄພ ໂດຍໄດ້ຮັບການອານຸຍາດຈາກຫຼາຍພາກສ່ວນ ເພື່ອເຮັດໃຫ້ການທ່ອງທ່ຽວໃນ ສປປ ລາວ ໄດ້ຮັບຄວາມນິຍົມຫຼາຍຂຶ້ນ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານນິຕິກຳທີ່ກ່ຽວຂ້ອງ ແລະ ການລາຍງານຫຍໍ້ກ່ຽວກັບຄວາມເປັນມາຂອງໂຄງການ ພາຍຫຼັງດຳເນີນການມາແຕ່ປີ 2019 ແລະ ເລີ້ມທົດລອງຢູ່ແຂວງຫຼວງນ້ຳທາ. ຈາກນັ້ນ, ໄດ້ມີການພັດທະນາເປັນລະບົບແອັບພີເຄຊັນ ແລະ ເວັບໄຊ ເພື່ອໃຫ້ນັກທ່ອງທ່ຽວໄດ້ເຂົ້າເຖີງການຊື້ປະກັນໄພໄດ້ງ່າຍ ແລະມີຫຼາຍຮູບແບບ, ພ້ອມນັ້ນ ໄດ້ມີການແນະນຳລະບົບປະກັນໄພນັກທ່ອງທ່ຽວ ແບບທັນສະໄໝ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈ ເຖິງກົນໄກການເຮັດວຽກທີ່ສະດວກ ແລະ ວ່ອງໄວ. ພາຍຫຼັງສຳເລັດກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ໄປຢ້ຽມຢາມ ແລະ ສໍາຫຼວດຈຸດຂາຍປະກັນໄພ ຢູ່ສະໜາມບິນສາກົນ ຫຼວງພະບາງ ອີກດ້ວຍ.

(ຂ່າວ-ພາບ: ເພັດສາຄອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ພະນັກງານບໍານານ ມອບອາວຸດເສິກຄືນໃຫ້ກອງບັນຊາການ ປກສ ເມືອງໝື່ນ

ໂດຍປະຕິບັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2026 ວ່າດ້ວຍ ການເກັບກູ້ອາວຸດເສິກ ແລະ ວັດຖຸລະເບີດ, ອີງຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 311/ປກສ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ, ອີງຕາມຄໍາສັ່ງຂອງປະທານຄະນະກໍາມະການ ປກຊ-ປກສ ແຂວງວຽງຈັນ ສະບັບເລກທີ 13/ປກຊ-ປກສ, ລົງວັນທີ 25 ມີນາ 2022 ວ່າດ້ວຍການຮີບໂຮມ, ຂຶ້ນບັນຊີ, ຄຸ້ມຄອງອາວຸດເສິກ.
ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ສູນ 523 ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026

ວັນທີ 6 ພະຈິກຜ່ານມາ, ສູນ 523 ໄດ້ສໍາເລັດການອົບຮົມ-ຫັດແອບ ຍິງເປົ້າໝາຍດ້ວຍລູກປືນແທ້ ປະຈໍາປີ 2026, ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະກົມຊ່າງແສງ, ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ, ຄະ ນະພັກ-ຄະນະບັນຊາສູນ 523, ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນ

ພິທີປະກາດຍົກລະດັບພະແນກທະຫານຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ,ໂດຍການເປັນປະທານຂອງສະຫາຍພົນໂທວົງສອນອິນປານພິມຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍພູທະນູເພັດໄຊສົມບັດກໍາມະການສູນກາງພັກ, ເລຂາຄະນະບໍລິຫານການພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ສະຫາຍພົນຈັດຕະວາອຸ່ນຄຳສີແຫວນວົງສັກຜູ້ບັນຊາການທະຫານຊາຍແດນ, ມີກົມກອງທີ່ກ່ຽວຂ້ອງຈາກກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ, ກົມກອງອ້ອມຂ້າງແລະແຂກຖືກເຊີນເຂົ້າຮ່ວມ.
ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ​ຢູ່ເມືອງໄຊເສດຖາ

ວັນທີ 10 ພະຈິກຜ່ານມາ, ທີ່ສໍານັກງານເມືອງໄຊເສດຖາຄະນະໂຄສະນາອົບຮົມແຂວງ​ອັດຕະປື​ໄດ້ເຜີຍແຜ່ນິຕິກໍາວຽກງານສື່ມວນຊົນ, ໃຫ້ກຽດເຜີຍແຜ່ຂອງ​ທ່ານກົງຈັກສີສະຫວາດກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ,​ ມີ​ຄະນະພັກ, ຄະນະນໍາ,​ສື່ມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.​
ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ກອງບັນຊາການທະຫານແຂວງອັດຕະປືເປີດອົບຮົມວຽກງານຮັບປະກັນພະລາທິການ

ວັນທີ 10 ພະຈິກຜ່ານມາ, ທີ່ກອງພັນທະຫານຮາບ 19 ໄດ້ຈັດພິທີເປີດຊຸດອົບຮົມ- ຫັດແອບວຽກງານຮັບປະກັນພະລາທິການປະຈຳປີ 2026 ທົ່ວກອງບັນຊາການທະຫານແຂວງອັດຕະປື, ໂດຍການເປັນປະທານຂອງສະຫາຍພົວສີສົມໃຈມະໂນລາຄະນະປະຈຳພັກແຂວງ, ເລຂາພັກຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະນັກງານ, ຄູ-ອາຈານແລະສຳມະນາກອນເຂົ້າຮ່ວມ.
ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ຫ້ອງການ ຄອສພຮ່ວມກັບຄອຂ ຈໍາປາສັກຈັດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ

ເພື່ອເຮັດໃຫ້ວຽກງານຄົ້ນຄ້ວາສັງລວມ-ຫາງສຽງສັງຄົມ ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສາມາດຕອບສະໜອງໄດ້ກັບການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນເງື່ອນໄຂປັດຈຸບັນ.ເມື່ອບໍ່ດົນມານີ້, ຫ້ອງການຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ຮ່ວມກັບຄະນະໂຄສະນາອົບຮົມແຂວງ(ຄອຂ)ຈໍາປາສັກໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງຈໍາປາສັກ; ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 2-3 ພະຈິກ 2026ທີ່ສະໂມສອນແຂວງຈໍາປາສັກ(ຫຼັກ 4),
ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫສປທ ເຊື່ອມຊຶມເອກະສານສໍາຄັນ ຂອງພັກ

ຫ້ອງວ່າດານສໍານັກງານປະທານປະເທດ (ຫສປທ) ໄດ້ຈັດພິທີເຜີຍແຜ່ເອກະສານສໍາຄັນຂອງພັກ ໃນວັນທີ 10 ພະຈິກນີ້ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ, ໃຫ້ກຽດບັນລະຍາຍໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີທ່ານນາງ ຟອງສະໝຸດ ອັ່ນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ບັນດາຄະນະນໍາຫສປທ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ.
ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ສ້າງຄວາມເຂັ້ມແຂງໃຫ້ຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII

ວັນທີ 10 ພະຈິກນີ້ທີ່ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ສານປະຊາຊົນສູງສຸດ ໄດ້ເປີດພິທີຝຶກອົບຮົມຜູ້ຊ່ວຍຜູ້ພິພາກສາ ຊຸດທີ XVIII ໃຫ້ພະນັກງານສານປະຊາຊົນ ແລະ ສານທະຫານ, ໂດຍການເປັນປະທານຂອງທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ, ມີຮອງປະທານສານທະຫານ, ກົມຈັດຕັ້ງ, ແຂກຖືກເຊີນ, ວິທະຍາກອນພ້ອມດ້ວຍສໍາມະນາກອນ ເຂົ້າຮ່ວມ.
ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ປະກາດການແຕ່ງຕັ້ງຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ

ວັນທີ 10 ພະຈິກນີ້ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ຈັດພິທີປະກາດການແຕ່ງຕັ້ງຫົວໜ້າການເມືອງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກ ໂຮງໝໍສູນກາງ 103 ກອງທັບ, ໂດຍການເປັນທະທານ ຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍາມະການຄະນະປະຈຳພັກກະຊວງຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ), ມີຕາງໜ້າກົມພະນັກງານ, ກົມຈັດຕັ້ງພັກ, ແຂກຖືກເຊີນ, ຄະນະພັກ-ຄະນະອໍານວຍການ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ພະແນກ ວທ ສາລະວັນ ສະຫຼຸບຜົນງານ 9 ເດືອນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ

ກອງປະຊຸມຄົບຄະນະພັກຮາກຖານ ຄັ້ງທີ 2 ສະໄໝທີ I ຂອງພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຂວງສາລະວັນ ຕິດພັບກັບການມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຈັດຂຶ້ນໃນວັນທີ 6 ພະຈິກຜ່ານມາ,ທີ່ ພະແນກ ວທ ແຂວງ, ໂດຍການເປັນປະທານຂອງສະຫາຍ ຄໍາໄພ ໄຊຍະເດດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ວທ ແຂວງ,ມີຄະນະພັກຮາກຖານ, ເລຂາໜ່ວຍພັກ,ສະມາຊິກພັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ