ປຶກສາຫາລື ກ່ຽວກັບ ເພດສຶກສາໃນໂຮງຮຽນ ໃນ ສປປ ລາວ

ປຶກສາຫາລື ກ່ຽວກັບ ເພດສຶກສາໃນໂຮງຮຽນ ໃນ ສປປ ລາວ
ຄະນະສາທາລະນະສຸກສາດ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ມວສ) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ເພດສຶກສາໃນໂຮງຮຽນ ໃນ ສປປ ລາວ (Policy Dialogue on Comprehensive Sexuality Education “CSE” ) ຂຶ້ນໃນວັນທີ 9 ກຸມພາ ຜ່ານມາ ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ໂດຍການສະຫນັບສະໜູນ ສູນຄົ້ນຄວ້າ ແລະ ຊັບພະຍາກອນເພື່ອແມ່ຍິງ ອາຊີ-ປາຊີຟິກ ຫຼື Asian-Pacific Resource and Research Centre for Women (ARROW); ໂດຍການເປັນປະທານຂອງທ່ານ ນາງ ວັນພະນອມ ສີຈະເລີນ ຄະນະບໍດີ ຄະນະສາທາລະນະສຸກສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ກະຊວງສາທາລະນະສຸຸກ, ມີຮອງຫົວໜ້າພາກວິຊາໂພຊະນາການ ແລະ ສົ່ງເສີມສຸຂະພາບ ຄະນະສາທາລະນະສຸກສາດ ມວສ; ມີຜູ້ຕາງໜ້າຈາກອົງການຈັດຕັ້ງທາງສັງຄົມ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ, ສະຖາບັນການສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລື ແລກປ່ຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານເພດສຶກສາໃນຂັ້ນມັດທະຍົມ ໃນ ສປປ ລາວ, ຮັບຟັງການເຜີຍແຜ່ຜົນຂອງການສຶກສາ ໃນຫົວຂໍ້ ຄວາມຮູ້ ແລະ ທັດສະນະຄະຕິຂອງຄູຕໍ່ກັບເພດສຶກສາ ໃນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ພ້ອມທັງນໍາສະເໜີ ແລະ ສົນທະນາກ່ຽວກັບຂໍ້ສະເໜີ ແລະ ຄວາມເປັນໄປໄດ້ໃນຕໍ່ໜ້າໃນການປັບປຸງວຽກງານເພດສຶກສາໃນຂັ້ນມັດທະຍົມສຶກສາ ແລະ ຄວາມເປັນໄປໄດ້ໃນການຮ່ວມມືໃນຕໍ່ໜ້າ.
ທ່ານ ນາງ ວັນພະນອມ ສີຈະເລີນ ໄດ້ກ່າວວ່າ: ເພດສຶກສາ ຊ່ວຍໃຫ້ໄວໜຸ່ມໄດ້ຮັບຄວາມຮູ້ ແລະ ທັກສະທີ່ສຳຄັນເພື່ອບັນລຸທ່າແຮງໃນການປ້ອງກັນຜົນໄດ້ຮັບທາງລົບດ້ານສຸຂະພາບຈະເລີນພັນ. ຫຼັກຖານທີ່ສໍາຄັນ ສະແດງໃຫ້ເຫັນວ່າເພດສຶກສາຊ່ວຍໃຫ້ໄວໜຸ່ມ ແລະ ເຍົາວະຊົນໄດ້ພັດທະນາຄວາມຮູ້ທີ່ຖືກຕ້ອງ ແລະ ເໝາະສົມຕາມໄວອາຍຸ, ທັດສະນະຄະຕິ ແລະ ທັກສະທີ່ດີ,​ ຄຸນຄ່າທາງບວກ, ລວມທັງການເຄົາລົບທາງດ້ານສິດທິມະນຸດ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຄວາມຫຼາກຫຼາຍ, ທັດສະນະຄະຕິ ແລະ ທັກສະທີ່ຊ່ວຍໃຫ້ມີຄວາມສຳພັນທີ່ດີ, ສຸຂະພາບທີ່ດີ ແລະ ປອດໄພ. ເພດສຶກສາມີບົດບາດສຳຄັນໃນການ ກະກຽມໄວໜຸ່ມໃຫ້ມີຊີວິດທີ່ປອດໄພ, ມີຄວາມເຂັ້ມແຂງ, ດຳລົງຊີວິດຢ່າງປອດໄພຈາກພະຍາດເອດສ, ພະຍາດຕິດຕໍ່ທາງເພດສຳພັນ (STIs), ການຖືພາ ໂດຍບໍ່ຕັ້ງໃຈ, ຄວາມຮຸນແຮງທາງເພດ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ.
ຈາກການຄົ້ນຄວ້າຂອງຄະນະສາທາລະນະສຸກສາດ, ມວສ ກ່ຽວກັບຄວາມຮູ້ ແລະ ທັດສະນະຄະຕິຂອງຄູ ຕໍ່ກັບເພດສຶກສາໃນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ໃນປີ 2023 ຜົນງານຄົ້ນຄວ້າສະແດງ ໃຫ້ເຫັນວ່າຄູສອນມີຄວາມຮູ້ດ້ານເພດສຶກສາທີ່ຂ້ອນຂ້າງຕໍ່າ, ແຕ່ເຂົາເຈົ້າມີທັດສະນະຄະຕິທີ່ດີຕໍ່ເພດສຶກສາ (Sychareun et al, 2023). ສິ່ງທ້າທາຍຫຼາຍຢ່າງທີ່ເປັນສາເຫດເຮັດໃຫ້ຄູທີ່ສອນໃນ ຂັ້ນມັດທະຍົມມີຄວາມຮູ້ບໍ່ພຽງພໍກ່ຽວກັບເພດສຶກສາ. ອັນທີໜື່ງ, ຄູບໍ່ໄດ້ຮັບການຝຶກອົບຮົມຢ່າງພຽງພໍ ແລະ ບໍ່ຕໍ່ເນື່ອງກ່ຽວກັບເພດສຶກສາ. ການຝຶກອົບຮົມ ແລະ ການສ້າງແຮງຈູງໃຈໃຫ້ຄູສອນເພດສຶກສາ ສາມາດຊ່ວຍແກ້ໄຂ ຊ່ອງຫວ່າງຄວາມຮູ້ດ້ານເພດສຶກສາ (Panchaud et al. 2019; Tabong et al. 2018; Chau et al. 2016). ອັນທີສອງ, ດ້ານວັດທະນະທໍາອາດມີສ່ວນພົວພັນໃນການເຂົ້າເຖິງຄວາມຮູ້ດ້ານເພດສຶກສາທີ່ຈໍາກັດ. ຄູອາດມີຄວາມລັງເລໃຈທີ່ຈະຖາມຄຳຖາມ ແລະ ແບ່ງປັນຄວາມຮູ້ດ້ານເພດສຶກສາກັບຄູອາຈານອື່ນໆ ໃນໂຮງຮຽນ. ໂດຍສະເພາະໂຮງຮຽນໃນເຂດຊົນນະບົດທີ່ຫົວຂໍ້ເພດສຶກສາ ຍັງເປັນເລື່ອງທີ່ໜ້າອັບອາຍທີ່ຈະສົນທະນາໃນສະຖານທີ່ສາທາລະນະ. ອັນທີສາມ, ການປະຕິບັດການຮຽນການສອນແບບດັ້ງເດີມ ທີ່ສຸມໃສ່ພຽງແຕ່ການບັນຍາຍ ແລະ ການຂາດອຸປະກອນ ໃນການສອນອາດມີອິດທິພົນຕໍ່ທັກສະ ແລະ ຄວາມຮູ້ດ້ານເພດສຶກສາຂອງຄູ. ຄູສອນໃນການຝຶກອົບຮົມເພດສຶກສາຄວນໄດ້ຮັບໂອກາດ ໃນການຝຶກປະຕິບັດສ້າງທັກສະຂອງເຂົາເຈົ້າ, ສ້າງຄວາມໝັ້ນໃຈ, ໂດຍການນຳໃຊ້ວິທີການສິດສອນຕາມກິດຈະກຳ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍການມີຜູ້ອໍານວຍຄວາມສະດວກໃຫ້ແກ່ແມ່ຍິງ ແລະ ຮັບປະກັນການເຂົ້າຮ່ວມ, ການມີສ່ວນຮ່ວມຂອງຄູຍິງຢ່າງສະເໝີພາບ.
(ຂ່າວ: ມວສ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ຄະນະໂຄສະນາອົບຮົມ ແຂວງສາລະວັນ ສະຫຼຸບຕີລາຄາການນໍາພາຮອບດ້ານຄັ້ງທີ 4 ສະໄໝທີ I

ກອງປະຊຸມສະຫຼຸບຕີລາຄາການນໍາພາຮອບດ້ານ ຄັ້ງທີ 4 ສະໄໝທີ I ຂອງຄະນະພັກຮາກຖານຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານ​ມາ, ທີ່ຄະ​ນະ​ໂຄ​ສະ​ນາ​​ອົບ​ຮົມແຂວງ, ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສີດ ກຳມະການພັກແຂວງເລຂາຄະນະພັກຮາກຖານຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກທົ່ວຄະນະພັກຮາກຖານເຂົ້າຮ່ວມ.
ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ຖອດ​ຖອນ​ບົດ​ຮຽນບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດ

ແຂວງຫຼວງ​ພະ​ບາງຈັດກອງປະຊຸມຖອດຖອນບົດຮຽນ ບັ້ນລົງກໍ່ສ້າງຮາກຖານການເມືອງຢູ່ຕາແສງຫ້ວຍໂອດເມືອງ​ປາກ​ອູ, ໃນ​ວັນ​ທີ 27 ຕຸ​ລາ​ຜ່ານ​ມາທີ່ ເມືອງ​ປາກ​ອູໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີທິມງານຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ.
ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ເນື້ອທີ່ກະສິກຳໃນທົ່ວເມືອງຫີນບູນເສຍຫາຍກວ່າ 3,519 ເຮັກຕາຈາກ​ໄພ​ນ້ຳ​ຖ້ວມ

ຈາກສະພາບດິນຟ້າອາກາດທີ່ບໍ່ເອື້ອອຳນວຍ ແລະ ການເກີດພາຍຸຝົນຕົກໜັກຫຼາຍຮອບ ສົ່ງຜົນໃຫ້ເກີດນ້ຳຖ້ວມ ສ້າງຄວາມເສຍຫາຍຕໍ່ຂະແໜງກະສິກຳໃນຫຼາຍພື້ນທີ່ ຂອງເມືອງຫີນບູນ ໂດຍມີ 77 ບ້ານ, 4,662 ຄອບຄົວ ແລະ ມີປະຊາຊົນຫຼາຍກວ່າ 21,000 ຄົນ ໄດ້ຮັບຜົນກະທົບ, ເນື້ອທີ່ການ​ຜະ​ລິດກະສິກໍາເສຍຫາຍລວມ 3,519 ເຮັກຕາ.
ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປີ 2026 ທີ່ແຂວງອັດຕະປື

ຜົນການແຂ່ງຂັນກິລາຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາປະຈຳປີ 2026 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລານີ້, ທີ່ທ່າຜາມໄຊ ລໍານໍ້າເຊກອງ. ຜົນການແຂ່ງຂັນດັ່ງນີ້:
ເພີ່ມເຕີມ