ຫວຽດນາມ ໄດ້ແນະນຳປຶ້ມຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ

ປຶ້ມຂອງທ່ານ ຫງວຽນຝູຈ້ອງ ໄດ້ຮັບຄວາມສົນໃຈໃນງານບຸນManiFiesta

ປຶ້ມຂອງທ່ານ ຫງວຽນຝູຈ້ອງ ໄດ້ຮັບຄວາມສົນໃຈໃນງານບຸນManiFiesta
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວຽດນາມ ໄດ້ແນະນຳປຶ້ມຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ແປເປັນພາສາຝຣັ່ງ, ອັງກິດ, ໂຮນລັງ, ໂດຍສຸມໃສ່ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ.

ມີຫຼາຍຄົນມາຊອກຮູ້ກ່ຽວກັບຜົນງານນີ້ ແລະ ຢາກໄດ້ປຶ້ມເຫຼັ້ມນີ້.
ຂ່າວລະບຸວ່າ: ງານບຸນ ManiFiesta (ສາມັກຄີ), ແມ່ນເຫດການປະຈຳປີ ໂດຍພັກແຮງງານ ແບນຊິກ (PTB) ຈັດຂຶ້ນ, ໄດ້ກາຍເປັນຈຸດນັບພົບທີ່ສຳຄັນຂອງຜູ້ອອກແຮງງານ ແລະ ຊົນຊັ້ນກຳມະກອນໃນທົ່ວປະເທດແບນຊິກ. ໂດຍໄດ້ດຳເນີນໃນລະຫວ່າງວັນທີ 7 - 8 ກັນຍາ ຜ່ານມາຢູ່ນະຄອນ ອອດສເທນ, ງານບຸນປີນີ້ ໄດ້ຕ້ອນຮັບແຂກມາຊົມຫຼາຍກວ່າ 15.000 ຄົນ ແລະ ມີກິດຈະກຳຫຼາຍຢ່າງທີ່ອຸດົມສົມບູນ.
ຮ້ານວາງສະແດງຂອງສະຖານທູດ ຫວຽດນາມ ໄດ້ຮັບຄວາມສົນໃຈເປັນພິເສດຈາກເພື່ອນມິດສາກົນ. ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ໃຫ້ຮູ້ວ່າ: ຫວຽດນາມ ແນະນຳເຖິງມະຫາຊົນ ແບນຊິກ ແລະ ເພື່ອນມິດສາກົນ ກ່ຽວກັບປະທານ ໂຮ່ຈິມິນ ຜ່ານບັນດາເອກະສານປະຫວັດສາດກ່ຽວກັບຊີວິດ, ພາລະກິດການເຄື່ອນໄຫວປະຕິວັດຂອງເພິ່ນ. ພ້ອມດຽວກັນນັ້ນ, ຫວຽດນາມ ກໍໄດ້ແນະນຳປຶ້ມຂອງທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ໄດ້ແປເປັນພາສາ ຝຣັ່ງ, ອັງກິດ, ໂຮນລັງ, ໂດຍສຸມໃສ່ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ ຫວຽດນາມ. ມີຫຼາຍຄົນມາຊອກຮູ້ກ່ຽວກັບຜົນງານນີ້ ແລະ ຢາກໄດ້ປຶ້ມເຫຼັ້ມນີ້.

ຄໍາເຫັນ

ຂ່າວຕ່າງປະເທດ

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

“ໂອກາດຈາກຈີນ 2.0” ກ້າວສູ່ຍຸກໃໝ່

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ປັດຈຸບັນ, ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຈຸດສຸມຂອງການປະຕິຮູບອຸດສາຫະກໍາທົ່ວໂລກ. ວົງການພາຍນອກມີຄວາມເຫັນໂດຍທົ່ວໄປວ່າ: ໂດຍອີງໃສ່ຕະຫຼາດຂະໜາດໃຫຍ່ພິເສດ, ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ ແລະ ລະບົບນິເວດດ້ານການຮ່ວມມືແບບເປີດກວ້າງ, ຈີນໄດ້ສະໜອງບົດຮຽນອັນລໍ້າຄ່າໃຫ້ແກ່ທົ່ວໂລກກ່ຽວກັບຫົວຂໍ້ຈຸດສຸມດັ່ງກ່າວ. ອີງຕາມການຈັດອັນດັບຫຼ້າສຸດທີ່ເປີດເຜີຍໂດຍ Nature Index ສະແດງໃຫ້ເຫັນວ່າ: ຈີນຄອງອັນດັບໜຶ່ງຂອງໂລກດ້ານການປະກອບສ່ວນຄົ້ນຄວ້າວິທະຍາສາດໃນປີ 2025.
EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

EAEU ຊຸກຍູ້ການເຊື່ອມໂຍງດ້ານເສດຖະກິດ

ວິທະຍຸກະຈາຍສຽງຫວຽດນາມລາຍງານຫວ່າງມໍ່ໆມານີ້ວ່າ: ສະ​ພາ​ລະ​ຫວ່າງ​ລັດ​ຖະ​ບານສະຫະ​ພັນ​​ເສດ​ຖະ​ກິດອາ​ຊີ - ເອີ​ຣົບ (EAEU) ດຳ​ເນີນກອງ​ປະ​ຊຸມ​ເປີດກວ້າງ ທີ່ປະເທດກີ​ກິດ​ສະ​ຖານ (Kyrgyzstan), ເພື່ອສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ, ການ​ຄ້ຳ​ປະ​ກັນ​ດ້​ານສະ​ບຽງ​ອາ​ຫານ, ພັດ​ທະ​ນາ​ການ​ຄ້າ​ເອ​ເລັກ​ໂຕ​ຣນິກ, ຫັນ​ການ​ຂົນ​ສົ່ງ​ເປັນ​ດີ​ຈີ​ຕອນ ແລະ ສ້າງ​ຕະ​ຫຼາດ​ການ​ເງິນ​ລວ​ມ. ບັນ​ດາ​ປະ​ເທດໄດ້ກວດ​ກາ​ຄືນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ການ​ຄ້າ​ລວມ​ກັບ​ຄູ່​ຮ່ວມ​ມື.
ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ດິນເຈື່ອນໃນແຂວງນາກາໂນ ເຮັດໃຫ້ນັກທ່ອງທ່ຽວ ປະມານ 390 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 9 ສິງຫາ ຜ່ານມາວ່າ: ສຳນັກຂ່າວ Kyodo ຂອງຍີ່ປຸ່ນລາຍງານວ່າ, ດິນເຈື່ອນທີ່ເກີດຂຶ້ນໃນຄືນວັນທີ 8 ສິງຫາຜ່ານມາ ໃນແຂວງນາກາໂນ ພາກກາງຂອງປະເທດຍີ່ປຸ່ນ, ເຮັດໃຫ້ມີປະຊາຊົນປະມານ 390 ຄົນຕິດຄ້າງ.
ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ມີສວນໃນເຮືອນ ຫຼື ອາໄສໃກ້ສວນສາທາລະນະ ຊ່ວຍຫຼຸດການເປັນເບົາຫວານປະເພດ 2

ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Queensland ໃນອົສຕຣາລີ ພົບວ່າ: ຜູ້ທີ່ມີສວນຢູ່ເຮືອນມີຄວາມສ່ຽງເປັນພະຍາດເບົາຫວານປະເພດ 2 ໜ້ອຍກວ່າຄົນທີ່ບໍ່ມີເຖິງ 6.8%. ໃນຂະນະດຽວກັນ, ຜູ້ທີ່ອາໄສຢູ່ໃກ້ສວນສາທາລະນະຫຼາຍແຫ່ງມີຄວາມສ່ຽງເປັນພະຍາດເບົາຫວານປະເພດດຽວກັນໜ້ອຍກວ່າຄົນທີ່ບໍ່ໄດ້ຢູ່ໃກ້ເຖິງ 5.7% ຊຶ່ງເນັ້ນໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງໃຫ້ຄວາມສໍາຄັນກັບພື້ນທີ່ສີຂຽວໃນການວາງແຜນຜັງຕົວເມືອງ.
7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

7 ເດືອນຕົ້ນປີ ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ເກີນ 30,000 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຈາກຂໍ້ມູນທີ່ອົງການພາສີແຫ່ງຊາດຈີນ ປະກາດໃນວັນທີ 7 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ໃນ 7 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າຂອງຈີນ ໄດ້ບັນລຸເກີນ 30,000 ຕື້ຢວນ ເປັນຄັ້ງທຳອິດໃນໄລຍະດຽວກັນຂອງປະຫວັດສາດ ຊຶ່ງສະແດງໃຫ້ເຫັນເຖິງທ່າອ່ຽງການເຕີບໂຕທີ່ດີຢ່າງຕໍ່ເນື່ອງ.
ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ມາເລເຊຍ ຮັກສາຄວາມສົມດຸນການພັດທະນາສະຖານີສາກໄຟລົດ EV

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ທ່າານ ໂຈຮາຣີ ອັບດູນ ການີ ລັດຖະມົນຕີກະຊວງການລົງທຶນ, ການຄ້າ ແລະ ອຸດສາຫະກຳມາເລເຊຍ ໄດ້ເປີດເຜີຍວ່າ, ລັດຖະບານມາເລເຊຍກໍາລັງພິຈາລະນາກົນໄກທີ່ເໝາະສົມທີ່ສຸດສຳລັບການເກັບພາສີລົດໄຟຟ້າ (EV) ຕາມທີ່ໄດ້ສະເໜີໄວ້ ເພື່ອສະໜັບສະໜູນການພັດທະນາພື້ນຖານໂຄງລ່າງການສາກໄຟສາທາລະນະທົ່ວປະເທດ ຊຶ່ງກຳລັງປະເຊີນກັບບັນຫາການລົງທຶນທີ່ຈຳກັດ.
ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ວິທະຍຸກະຈາຍສຽງຫວຽດນາມລາງານ ຫວ່າງມໍ່ໆມານີ້ວ່າ: ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງດັກ​ລັກ ໄດ້​ສົມ​ທົບ​ກັບ​ສະ​ໂມ​ສອນຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດຫວຽດນາມ (CSMO) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສ້າງ​ເຄື່ອງ​ໝາຍ​ຈຸດ​ນັດ​ພົບ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ.
ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ອົງການດ່ານພາສີອາເມຣິກາ ໄດ້ຄືນເງິນພາສີແລ້ວປະມານ 100 ຕື້ໂດລາ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ເຈົ້າໜ້າທີ່ອົງການດ່ານພາສີ ແລະ ປ້ອງກັນຊາຍແດນ ທີ່ຂຶ້ນກັບກະຊວງຄວາມໝັ້ນຄົງດິນແດນ ສະຫະລັດ ອາເມຣິກາ ໄດ້ເຜີຍແຜ່ໂຕເລກຕໍ່ສານການຄ້າສາກົນຂອງ ສະຫະລັດ ອາເມຣິກາ ວ່າ: ອົງການດ່ານພາສີ ສະຫະລັດ ອາເມຣິກາ ໄດ້ຄືນເງິນພາສີທີ່ຮຽກເກັບກ່ອນໜ້ານີ້ພາຍໃຕ້ “ກົດໝາຍວ່າດ້ວຍອຳນາດດ້ານເສດຖະກິດສຸກເສີນສາກົນ” ຂອງ ສະຫະລັດ ອາເມຣິກາໄປແລ້ວປະມານ 100 ຕື້ໂດລາ.
ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ການຂາຍຍ່ອຍຂອງສິງກະໂປ ຂະຫຍາຍຕົວ 4% ໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນ ວັນທີ 5 ສິງຫາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 4% ໃນເດືອນມິຖຸນາ ເມື່ອທຽບກັບປີກ່ອນ ຊຶ່ງເລັ່ງຂຶ້ນຈາກການຂະຫຍາຍຕົວ 2.9% ໃນເດືອນພຶດສະພາ.
ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ປັກກິ່ງ ໄດ້ຮັບການຄັດເລືອກເປັນ ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ ປະຈຳປີ 2029

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ສິງຫາ ຜ່ານມາວ່າ: ອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ທີ່ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນ​ຫຼວງປາຣີ ປະເທດຝຣັ່ງ ໄດ້ປະກາດໃນວັນທີ 5 ສິງຫາ ຜ່ານມາວ່າ: ຕາມການສະເໜີຂອງຄະນະກຳມະການຮ່ວມວ່າດ້ວຍນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ, ປັກກິ່ງ ໄດ້ຮັບການຄັດ​ເລືອກເປັນ "ນະຄອນຫຼວງແຫ່ງສະຖາປັດຕະຍະກຳໂລກ" ຂອງອົງການ UNESCO ແລະ ສະມາ​ຄົມສະຖາປະນິກສາກົນ ປະຈຳປີ 2029.
ເພີ່ມເຕີມ