ບົດລາຍງານລະບຸວ່າ: ທ່ານ ໂນວັກ ໄດ້ເປັນປະທານກອງປະຊຸມກ່ຽວກັບຕະຫຼາດນ້ຳມັນເຊື້ອໄຟພາຍໃນປະເທດ ຊຶ່ງນຳໄປສູ່ມາດຕະການທີ່ແນໃສ່ຮັກສາສະຖຽນລະພາບຂອງລາຄາ ແລະ ການສະ ໜອງ. ພ້ອມທັງໄດ້ຢໍ້າຄຳໝັ້ນສັນຍາທີ່ໄດ້ຮັບມອບໝາຍຈາກທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໃນການປ້ອງກັນລາຄານ້ຳມັນເຊື້ອໄຟພາຍໃນປະເທດເພີ່ມຂຶ້ນຈົນສູງກວ່າລະດັບທີ່ຄາດຄະເນໄວ້.
ທ່ານ ໂນວັກ ຊີ້ໃຫ້ເຫັນວ່າ: ຄວາມວຸ້ນວາຍໃນຕະຫຼາດນ້ຳມັນ ແລະ ນ້ຳມັນເຊື້ອໄຟທົ່ວໂລກ ຊຶ່ງເກີດຈາກວິກິດການໃນຕາເວັນອອກກາງ, ກຳລັງນຳໄປສູ່ຄວາມຜັນຜວນຂອງລາຄານ້ຳມັນເຊື້ອໄຟ. ໃນຂະນະດຽວກັນ, ຄວາມຕ້ອງການຊັບພະຍາກອນພະລັງງານຂອງຣັດເຊຍທີ່ເຂັ້ມແຂງໃນຕະຫຼາດສາກົນຍັງຄົງເປັນປັດໄຈໃນທາງບວກ.
ຄໍາເຫັນ