ທ່ານ ວາສິລີ ມາຣຟິນ ຜູ້ອຳນວຍການໃຫຍ່ຂອງສະມາຄົມວິທະຍາສາດ ແລະ ການຜະລິດ S.A. Lavoshkin ກ່າວວ່າ: ໂຄງການໂຮງໄຟຟ້າດັ່ງກ່າວຖືກອອກແບບມາເພື່ອຮອງຮັບການລົງຈອດໃນບໍລິເວນໃກ້ກັບຂົ້ວຂອງດ້ວງຈັນຢ່າງນຸ່ມນວນ, ຖືກເປົ້າໝາຍ ແລະ ປອດໄພ, ພ້ອມທັງການຄົ້ນຄວ້າພາກສະໜາມ, ການເລືອກ ແລະ ສຶກສາສະຖານທີ່ລົງຈອດໃນອະນາຄົດ, ຕະຫຼອດຈົນການຕິດຕັ້ງໂມດູນຊຸດທຳອິດສຳລັບພື້ນທີ່ທົດສອບເທິງດວງຈັນ.
ທ່ານ ມາຣຟິນ ກ່າວວ່າ: ຈະມີການສົ່ງສະຖານີສາກໄຟ ແລະ ແຈກຢາຍພະລັງງານ, ຍານສຳຫຼວດດວງຈັນ ແລະ ໜ່ວຍຜະລິດໄຟຟ້ານິວເຄລຍຂຶ້ນສູ່ອະວະກາດໃນລະຫວ່າງປີ 2033 - 2035 ເພື່ອສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງດ້ານພະລັງງານເທິງດວງຈັນ.
ຄໍາເຫັນ