ທ່ານ ໂນວັກ ກ່າວວ່າ: ການຕັດສິນໃຈດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມດຳເນີນງານຂອງລັດຖະບານ, ໂດຍຈະມີຜົນບັງຄັບໃຊ້ທັງກັບກຸ່ມຜູ້ຜະລິດ ແລະ ກຸ່ມທີ່ບໍ່ແມ່ນຜູ້ຜະລິດນ້ຳມັນແອັດຊັງ.
ກ່ຽວກັບນໍ້າມັນກາຊວນ, ທ່ານກ່າວວ່າ: ລັດຖະບານຈະຍົກເລີກການຫ້າມສົ່ງອອກນໍ້າມັນກາຊວນເມື່ອຕະຫຼາດພາຍໃນປະເທດກັບຄືນສູ່ສະພາບປົກກະຕິ, ເພື່ອໃຫ້ໂຮງກັ່ນນໍ້າມັນສາມາດຫຼີກລ່ຽງການສະໜອງເກີນ ແລະ ບໍ່ຈຳເປັນຕ້ອງຫຼຸດຜ່ອນກຳລັງການກັ່ນນໍ້າມັນ.
ຂ່າວລາຍງານວ່າ: ຣັດເຊຍໄດ້ປະສົບບັນຫາການຂາດແຄນນໍ້າມັນເຊື້ອໄຟທົ່ວປະເທດໃນລະດູຮ້ອນນີ້, ຫຼັງຈາກພື້ນຖານໂຄງລ່າງດ້ານພະລັງງານຂອງຕົນໄດ້ຮັບຄວາມເສຍຫາຍຈາກການໂຈມຕີຂອງອູແກຣນ. ດັ່ງນັ້ນ, ເພື່ອຮັກສາສະຖຽນລະພາບຂອງຕະຫຼາດພາຍໃນປະເທດ, ລັດຖະບານຣັດເຊຍໄດ້ຈັດຕັ້ງປະຕິບັດມາດຕະການຫຼາຍຢ່າງ, ລວມທັງການຫ້າມສົ່ງອອກນໍ້າມັນແອັດຊັງ ແລະ ນໍ້າມັນກາຊວນຊົ່ວຄາວ. ໃນເບື້ອງຕົ້ນ, ການຫ້າມສົ່ງອອກດັ່ງກ່າວມີກຳນົດຈະໝົດອາຍຸໃນວັນທີ 31 ກໍລະກົດ ນີ້.
ຄໍາເຫັນ