ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ສຳນັກຂ່າວ TASS ຂອງຣັດເຊຍລາຍງານວ່າ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ລົງນາມໃນລັດຖະດຳລັດຫ້າມສົ່ງອອກຄຳແທ່ງບໍລິສຸດທີ່ມີນ້ຳໜັກເກີນ 100 ກຣາມ, ໂດຍຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ ແລະ ມີບາງຂໍ້ຍົກເວັ້ນ.
ລັດຖະດຳລັດດັ່ງກ່າວຫ້າມບຸກຄົນ, ນິຕິບຸກຄົນ ແລະ ທຸລະກິດຂະໜາດນ້ອຍສົ່ງອອກຄຳແທ່ງບໍລິສຸດທີ່ມີນ້ຳໜັກລວມເກີນ 100 ກຣາມ. ເຖິງຢ່າງໃດກໍຕາມ, ມາດຕະການດັ່ງກ່າວລວມມີຂໍ້ຍົກເວັ້ນສຳລັບການສົ່ງອອກຄຳແທ່ງຜ່ານດ່ານຊາຍແດນທາງອາກາດຢູ່ສະໜາມບິນສາກົນບາງແຫ່ງ, ໂດຍຕ້ອງໄດ້ຮັບອະນຸຍາດເປັນແຕ່ລະກໍລະນີ.
ຄໍາເຫັນ