ບໍລິສັດລະບຸວ່າ: ດາວທຽມດັ່ງກ່າວໄດ້ຖືກຍິງຂຶ້ນສູ່ວົງໂຄຈອນໃນວັນທີ 23 ມີນາຜ່ານມາ, ໂດຍໃຊ້ຈະຫຼວດ ຂົນສົ່ງ Soyuz-2.1b ແລະ ປັດຈຸບັນ, ຣັດເຊຍສາມາດເຂົ້າຄວບຄຸມການດຳເນີນງານຂອງດຽວທຽມໄດ້ແລ້ວ ຫຼັງຈາກທີ່ແຍກອອກຈາກຈະຫຼວດຂົນສົ່ງຢ່າງປອດໄພ.
ບໍລິສັດກ່າວຕື່ມວ່າ: ການຍິງດາວທຽມຊຸດທໍາອິດນີ້ເປັນການຫັນປ່ຽນທີ່ສໍາຄັນຈາກພາລະກິດທົດລອງໄປສູ່ການຕິດຕັ້ງນຳໃຊ້ລະບົບ ເພື່ອກະກຽມສຳລັບເປີດໃຫ້ບໍລິການດ້ານສື່ສານຢ່າງເປັນທາງການ.
ສື່ມວນຊົນທ້ອງຖິ່ນລາຍງານຕື່ມອີກວ່າ: ບໍລິສັດມີແຜນທີ່ຈະເລີ່ມທົດສອບການໃຫ້ບໍລິການກັບກຸ່ມລູກຄ້າພາຍໃນປີ 2026 ແລະ ມີເປົ້າໝາຍທີ່ຈະເປີດບໍລິການທາງການຄ້າຢ່າງຄົບຖ້ວນໃນປີ 2027. ທັງນີ້, ຄາດຄະເນວ່າຈະມີດາວທຽມຫຼາຍກວ່າ 250 ດວງຖືກຍິງຂຶ້ນສູ່ວົງໂຄຈອນ ເພື່ອໃຫ້ບໍລິການເຄືອຂ່າຍບຣອດແບນກວມເອົາພື້ນທີ່ທົ່ວໂລກ.
ຄໍາເຫັນ