ບົດລາຍງານລະບຸວ່າ: ຈະຫຼວດ Soyuz ໄດ້ຖືກຍິງອອກຈາກ Vostozhny Cosmodrome ໃນພາກພື້ນ Amur Oblast ຂອງພາກຕາເວັນອອກໄກຂອງຣັດເຊຍ. ໂດຍຈະຫຼວດດັ່ງກ່າວໄດ້ບັນທຸກດາວທຽມ Aist-2T ສອງດວງ ແລະ ດາວທຽມອື່ນໆອີກ 50 ດວງ ຊຶ່ງຂະບວນການທັງໝົດໃຊ້ເວລາປະມານ 5 ຊົ່ວໂມງ.
ດາວທຽມເຫຼົ່ານີ້ຖືກອອກແບບມາໃຫ້ຢູ່ໃນວົງໂຄຈອນຢ່າງໜ້ອຍ 5 ປີ ຊຶ່ງຈະສະໜັບສະໜູນພາລະກິດທີ່ຫຼາກຫຼາຍລວມທັງການສຳຫຼວດທາງໄກ, ການຄົ້ນຄວ້າແມ່ເຫຼັກໄຟຟ້າ, ການຕິດຕາມກວດກາເຮືອບັນທຸກສິນຄ້າທົ່ວໂລກ ແລະ ການຮັບສັນຍານຈາກອຸປະກອນອິນເຕີເນັດຂອງ (IoT).
Roscosmos ກ່າວຕື່ມວ່າ: ດາວທຽມ Aist-2T ຈະຖ່າຍພາບ 3 ມິຕິຂອງໂລກ, ຊ່ວຍໃຫ້ນັກວິທະຍາສາດສາມາດສ້າງຮູບແບບດີຈີຕອນ 3 ມິຕິທີ່ຖືກຕ້ອງຂອງພູມສັນຖານ ແລະ ປັບປຸງການຕິດຕາມກວດກາໄຟໄໝ້ປ່າ, ນ້ຳຖ້ວມ ແລະ ເຫດສຸກເສີນອື່ນໆໃນໂລກ.
ຄໍາເຫັນ