ທ່ານ ຍໍ ກ່າວໃນກອງປະຊຸມກ່ຽວກັບການປະເມີນຄວາມສ່ຽງ ແລະ ໂອກາດໃນການສົ່ງອອກປີ 2026 ທີ່ຈັດຂຶ້ນໃນວັນທີ 8 ມັງກອນ ຜ່ານມາ ໂດຍກ່າວວ່າ: ໃນປີ 2025, ມູນຄ່າການສົ່ງອອກຂອງ ສ ເກົາຫຼີ ໄດ້ເກີນ 700 ຕື້ໂດລາເປັນຄັ້ງທຳອິດ ຊຶ່ງກົງກັນຂ້າມກັບການຄາດຄະເນໃນເບື້ອງຕົ້ນທີ່ສະແດງໃຫ້ເຫັນທ່າອ່ຽງທີ່ຊ້າລົງໃນຕົ້ນປີ.
ທັງນີ້, ການສົ່ງອອກຂອງ ສ ເກົາຫຼີ ໃນປີ 2025 ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ຢູ່ທີ່ 709.7 ຕື້ໂດລາ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມເຂັ້ມແຂງຂອງສິນຄ້າສົ່ງອອກທີ່ສຳຄັນເຊັ່ນ: ເຊມິຄອນດັກເຕີ, ລົດຍົນ ແລະ ເຮືອ, ລວມເຖິງການເຕີບໂຕໃນອຸດສາຫະກຳຂະໜາດນ້ອຍເຊັ່ນ: ກະສິກຳ, ການປະມົງ ແລະ ເຄື່ອງສຳອາງ.
ທ່ານ ຍໍ ກ່າວຕື່ມວ່າ: ຄວາມເຂັ້ມແຂງຂອງການສົ່ງອອກໃນປີ 2025 ແມ່ນຍ້ອນຄວາມໝັ້ນໃຈທີ່ກັບຄືນມາໃນຕະຫຼາດ ສ ເກົາຫຼີ ພາຍຫຼັງລັດຖະບານຂອງທ່ານປະທານາທິບໍດີ ລີເຈມຽງ ເຂົ້າມາບໍລິຫານປະເທດ, ພ້ອມທັງການສະໜັບສະໜູນຈາກຂໍ້ຕົກລົງການຄ້າສອງຝ່າຍລະຫວ່າງ ສ ເກົາຫຼີ ແລະ ສະຫະລັດ ອາເມຣິກາ. ທ່ານ ຍໍ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພະຍາຍາມສົ່ງເສີມການສົ່ງອອກ.
ກະຊວງດັ່ງກ່າວລະບຸວ່າ: ລັດຖະບານ ສ ເກົາຫຼີ ຈະເຮັດວຽກເພື່ອສ້າງຄວາມຫຼາກຫຼາຍຂອງຜະລິດຕະພັນສົ່ງອອກ ແລະ ຕະຫຼາດປາຍທາງ ເພື່ອຕ້ານກັບນະໂຍບາຍກີດກັນທາງການຄ້າຂອງປະເທດເສດຖະກິດຂະໜາດໃຫຍ່, ໃນຂະນະດຽວກັນກໍຍົກລະດັບພື້ນຖານໂຄງລ່າງ ແລະ ໃຫ້ການສະໜັບສະໜູນທາງດ້ານການເງິນແກ່ບໍລິສັດສົ່ງອອກ.
ຄໍາເຫັນ