ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງສັງຄົມຜູ້ອາຍຸສູງລະດັບສູງສຸດ

ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງສັງຄົມຜູ້ອາຍຸສູງລະດັບສູງສຸດ

ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງສັງຄົມຜູ້ອາຍຸສູງລະດັບສູງສຸດ
ຂ່າວຕ່າງປະເທດລາຍງານ ໃນວັນທີ 29 ກັນຍາ ຜ່ານມາວ່າ: ຫ້ອງການສະຖິຕິແຫ່ງຊາດຂອງ ສ ເກົາຫຼີ ລາຍງານວ່າ, ອັດຕາສ່ວນປະຊາກອນຜູ້ອາຍຸສູງໃນ ສ ເກົາຫຼີ ຈະລື່ນກາຍ 20% ເປັນຄັ້ງທໍາອິດໃນປີ 2025 ຊຶ່ງສົ່ງຜົນໃຫ້ ສ ເກົາຫຼີ ກ້າວເຂົ້າສູ່ສະຖານະພາບຂອງ “ສັງຄົມຜູ້ອາຍຸສູງລະດັບສູງສຸດ” (super-aged society) ແລ້ວ.

 

ບົດລາຍງານລະບຸວ່າ: ໃນປີນີ້, ສ ເກົາຫຼີ ມີປະຊາກອນອາຍຸ 65 ປີຂຶ້ນໄປທັງໝົດ 10.51 ລ້ານຄົນ ຊຶ່ງກວມເອົາ 20.3% ຂອງປະຊາກອນທັງໝົດ. ໂດຍຄາດວ່າອັດຕາສ່ວນປະຊາກອນຜູ້ອາຍຸສູງ ຈະເກີນ 30% ໃນປີ 2036 ແລະ 40% ໃນປີ 2050.

ນອກຈາກນັ້ນ, ອົງການສະຫະປະຊາຊາດ (UN) ນິຍາມໄວ້ວ່າ: ປະເທດທີ່ມີອັດຕາສ່ວນປະຊາກອນຜູ້ອາຍຸສູງຫຼາຍກວ່າ 7% ຈະຈັດເປັນສັງຄົມຜູ້ອາຍຸສູງ, ຫຼາຍກວ່າ 14% ເປັນສັງຄົມຜູ້ອາຍຸສູງຢ່າງສົມບູນ ແລະ ຫຼາຍກວ່າ 20% ຖືເປັນສັງຄົມຜູ້ອາຍຸສູງລະດັບສູງສຸດ.

ນອກຈາກນີ້, ອັດຕາສ່ວນການເພິ່ງພາອາໃສຂອງຜູ້ອາຍຸສູງ ຫຼື ອັດຕາສ່ວນຂອງປະຊາກອນຜູ້ອາຍຸສູງຕໍ່ປະຊາກອນໄວເຮັດວຽກ ອາຍຸລະຫວ່າງ 15-64 ປີຄາດວ່າຈະເພີ່ມຂຶ້ນຈາກ 29.3 ໃນປີ 2025 ເປັນ 47.7 ໃນປີ 2035 ແລະ 77.3 ໃນປີ 2050. ສຳລັບປີນີ້ ອັດຕາປະຊາກອນຜູ້ອາຍຸສູງຂອງແມ່ຍິງແມ່ນ 22.6%, ສູງກວ່າອັດຕາຂອງຜູ້ຊາຍ 18.0%.

ຈຳນວນຄົວເຮືອນທີ່ຫົວໜ້າຄອບຄົວ ມີອາຍຸ 65 ປີຂຶ້ນໄປໃນປີ 2025 ມີຈຳນວນ 6.18 ລ້ານຄົວເຮືອນ, ກວມເອົາ 27.6% ຂອງຄົວເຮືອນທັງໝົດໃນ ສ ເກົາຫຼີ ແລະ ຄາດວ່າອັດຕາສ່ວນຄົວເຮືອນຜູ້ອາຍຸສູງຈະເພີ່ມຂຶ້ນເປັນ 41.3% ໃນປີ 2038 ແລະ 50.6% ໃນປີ 2052.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນ 3 ພຶດສະພາ ຜ່ານມາ ເພື່ອເພີ່ມການຜະລິດນໍ້າມັນດິບຂຶ້ນ 188,000 ບາເຣວຕໍ່ມື້ໃນເດືອນມິຖຸນາ ຊຶ່ງເປັນເດືອນທີສາມຕິດຕໍ່ກັນຂອງການເພີ່ມຂຶ້ນ, ເຖິງແມ່ນວ່າການສົ່ງອອກນໍ້າມັນຕົວຈິງຍັງປະເຊີນກັບຂໍ້ຈຳກັດຈາກຄວາມສ່ຽງໃນເສັ້ນທາງຊ່ອງແຄບຮໍມຸສ.
ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ຂ່າວສານຊີອາໄອລາຍງານວ່າ: ຄະນະກໍາມະການບັນເທົາໄພແຫ່ງຊາດຟິລິບປິນໃຫ້ຮູ້ໃນວັນທີ 4 ພຶດສະພານີ້ວ່າ, ການເຄື່ອນໄຫວຂອງພູເຂົາໄຟມາຢອນໃນຟີລິບປິນໄດ້ຮຸນແຮງຂຶ້ນໃນວັນທີ 2 ພຶດສະພາ ຜ່ານມາ ໂດຍໄດ້ພົ່ນເຖົ່າຖ່ານພູໄຟອອກມາຢ່າງຫຼວງຫຼາຍ,​ ສົ່ງຜົນກະທົບຕໍ່ 87 ບ້ານ ແລະ ປະຊາຊົນຫຼາຍກວ່າ 1 ແສນຄົນທີ່ຢູ່ອ້ອມຂ້າງ. ປັດຈຸບັນມີ 5,000 ກວ່າຄົນອາໄສຢູ່ສູນຈັດສັນຊົ່ວຄາວ.
ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ກະຊວງການທ່ອງທ່ຽວກໍາປູເຈຍ ໄດ້ຈັດພິທີເປີດ “ລະດູການທ່ອງທ່ຽວສີຂຽວ” ປີ 2026 ຢູ່ນະຄອນຫຼວງພະນົມເປັນ ຂຶ້ນຫວ່າງມໍ່ໆມານີ້, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວໃນລະດູຝົນ ຫຼື ນອກລະດູການທ່ອງທ່ຽວ.
ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຂອງບັນດາປະເທດອາຊຽນ ພ້ອມກັບຍີ່ປຸ່ນ, ຈີນ ແລະ ສ ເກົາຫຼີ ໄດ້ສະແດງຄວາມກັງວົນກ່ຽວກັບສະຖານະການການສະໜອງນ້ຳມັນດິບຈາກຕາເວັນອອກກາງ ທ່າມກາງຄວາມຂັດແຍ້ງທີ່ເພີ່ມຂຶ້ນ. ພ້ອມທັງຕົກລົງທີ່ຈະຍົກລະດັບການຮ່ວມມືເພື່ອແກ້ໄຂຄວາມສ່ຽງຮ່ວມກັນ.
ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ​ລາຍງານ, ໃນ​ເດືອນ​ເມ​ສາ 2026 ຫວຽດ​ນາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 2.03 ລ້ານ​ເທື່ອ​ຄົນ ແລະ ​ໄດ້​ຍົກຍອດ​ຈຳ​ນວນ​ນັກທ່ອງ​ທ່ຽວ​ສາ​ກົນ​ໃນ 4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ລະ​ດັບ 8.8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ແລະ ປະ​ຕິ​ບັດ​ສຳ​ເລັດ 35% ເປົ້​າ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 25 ລ້ານ​ເທື່ອ​ຄົນໃນ​ປີ 2026.
ພູມຕ້ານທານຂອງແມ່ຊ່ວຍພັດທະນາພູມຕ້ານທານທາງປາກຂອງລູກ

ພູມຕ້ານທານຂອງແມ່ຊ່ວຍພັດທະນາພູມຕ້ານທານທາງປາກຂອງລູກ

ຂ່າວຕ່າງປະເທດລາຍງານໃນທ້າຍເດືອນເມສາຜ່ານມາວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Hebrew ຂອງເຢຣູຊາເລັມ ປະເທດອິສຣາແອນ ທີ່ພິມໃນວາລະສານ Nature Communications ພົບວ່າ, ແມ່ບໍ່ພຽງແຕ່ຖ່າຍທອດການປົກປ້ອງຊົ່ວຄາວໃຫ້ກັບລູກນ້ອຍຂອງຕົນເທົ່ານັ້ນ, ແຕ່ຍັງມີບົດບາດກຳນົດການພັດທະນາລະບົບພູມຕ້ານທານຂອງລູກໃນອີກຫຼາຍປີຂ້າງໜ້າ.
ຈີນ ອອກພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91,5 ຕື້ຢວນ

ຈີນ ອອກພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91,5 ຕື້ຢວນ

ຂ່າວຊີອາໄອລາຍງານໃນວັນທີ 3 ພຶດສະພາ ຜ່ານມາວ່າ: ແຫຼ່ງຂ່າວຈາກຄະນະ​ກຳມະການພັດທະນາ​ ແລະ ​​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຈີນໄດ້ອອກບັນຊີລາຍຊື່ ແລະ ງົບປະມານສໍາລັບພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91.5 ຕື້ຢວນ ເພື່ອສະໜັບສະໜູນການປ່ຽນຖ່າຍເຄື່ອງອຸປະກອນ ແລະ ການທົດແທນຄືນເຄື່ອງອຸປະໂພກ-ບໍລິໂພກ.
ລັດຖະບານມາເລເຊຍ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ

ລັດຖະບານມາເລເຊຍ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການເງິນມາເລເຊຍໄດ້ເປີດເຜີຍວ່າ,ລັດຖະບານມາເລເຊຍກຳລັງເພີ່ມທະວີມາດຕະການຢ່າງຕັ້ງໜ້າເພື່ອຄວບຄຸມການໃຊ້ຈ່າຍທີ່ບໍ່ຈຳເປັນ ແລະເພື່ອຮັກສາສະຖຽນລະພາບທາງເສດຖະກິດທ່າມກາງຄວາມຜັນຜວນຂອງໂລກທີ່ເພີ່ມຂຶ້ນ.
OPEC + ເຫັນດີ ເພີ່ມການຜະລິດນໍ້າມັນໃນເດືອນມິຖຸນາໜ້ານີ້

OPEC + ເຫັນດີ ເພີ່ມການຜະລິດນໍ້າມັນໃນເດືອນມິຖຸນາໜ້ານີ້

ຂ່າວສານຊີອາໄອລາຍງານໃນວັນທີ 3 ພຶດສະພາ ຜ່ານມາວ່າ: ສື່ມວນຊົນຕ່າງປະເທດອ້າງອີງຕາມແຫຼ່ງຂ່າວຈາກຜູ້ສັນທັດກໍລະນີລາຍງານໃນວັນທີ 2 ພຶດສະພາ ຜ່ານມາວ່າ:
ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງຕັ້ງໜ້າໃນເດືອນເມສາ

ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງຕັ້ງໜ້າໃນເດືອນເມສາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 3 ພຶດ​ສະ​ພາ ຜ່ານມາ, ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ຕ່າງ ​ເງິ​ນ ຫວຽດ​ນາມ) ໄດ້​ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ-​ສັງ​ຄົມ ເດືອນ​ເມ​ສາ ແລະ 4 ເດືອນ​ຕົ້ນ​ປີ 2026. ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ມີ​ຂົງ​ເຂດ​ເສດ​ຖະ​ກິດ​ປາຍ​ແຫຼມ​ຈຳ​ນວນ​ໜຶ່ງ​ຂອງ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ.
ເພີ່ມເຕີມ