ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ

ສ ເກົາຫຼີ ນຳສະເໜີນະວັດຕະກຳທີ່ກ້າວໜ້າພ້ອມທັງສົ່ງເສີມການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ
ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ (KOTRA Vientiane) ຮ່ວມກັບອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫຼີ ປະຈຳເມືອງ ຊອງນຳ ແລະ ອົງການສົ່ງເສີມອຸດສາຫະກຳ ເມືອງຊອງນຳ. ໂດຍມີຂອງທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ສເກົາຫຼີ ປະຈຳລາວ ຊຶ່ງມີແຂກຖືກເຊີນຈາກ ສ ເກົາຫຼີ ແລະ ລາວ ເຂົ້າຮ່ວມ ງານກິດຈຳກຳສົ່ງເສີມການຄ້າເມືອງຊອງນຳ (Seongnam) ປະຈຳປີ 2025 ເປັນຂີດຫມາຍສຳຄັນໃນ ການສົ່ງເສີມ ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ ສ ​ເກົາຫຼີ ​ແລະ ສປປ ລາວ ໃນອາທິດຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ.

 ຈຸດປະສົງແມ່ນການນຳສະເໜີ ຄວາມກ້າວໜ້າດ້ານນະວັດຕະກຳ ເຕັກໂນໂລຊີ ຂອງ ເມືອງຊອງນຳ ພ້ອມທັງສົ່ງເສີມການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຊອກຫາໂອກາດໃໝ່ ໃນຕະຫຼາດ. ກິດຈຳກຳສົ່ງເສີມການຄ້າຄັ້ງນີ້ແມ່ນອອກແບບມາໃຫ້ເໜາະສົມສຳລັບການເຈລະຈາທຸລະ ກິດແບບສອງຝ່າຍ (one-on-one meeting) ແລະ ເພີ່ມທະວີການພົວພັນດ້ານເສດຖະກິດລະຫວ່າງ ບໍລິສັດ ຈາກເກົາຫຼີ ແລະ ບັນດາທຸລະກິດໃນລາວ ຊຶ່ງກິດຈະກຳຄັ້ງນີ້ບໍ່ພຽງແຕ່ຈະສົ່ງເສີມການພັດທະ ນາແບບຍືນຍົງເທົ່ານັ້ນ, ແຕ່ຍັງຈະຮັດແໜ້ນການຮ່ວມມືໃນຂະແຫນງການຕ່າງໆ ເຊັ່ນ: ເຕັກໂນໂລຊີສີຂຽວ, ຂົງເຂດສຸຂະພາບ, ອຸປະກອນດ້ານຄວາມງາມ, ຄວາມປອດໄພ ແລະ ນະວັດຕະກໍາ ICT ຊຶ່ງ 13 ບໍລິສັດຂອງ ສ ເກົາຫຼີ ໄດ້ເຂົ້າຮ່ວມງານດັ່ງກ່າວ.

ບໍລິສັດທີ່ເຂົ້າຮ່ວງານຄັ້ງນີ້ລວມມີ GTWAVE Co., Ltd., ຊຶ່ງກໍ່ຕັ້ງຂຶ້ນໃນປີ 1997 ມີຄວາມສ່ຽວຊາຍດ້ານ ເຄືອຂ່າຍໄຮ້ສາຍ (wireless) ໃນອຸດສາຫະກຳ ແລະ ລະບົບເຝົ້າລະວັງໄພ. ບໍລິສັດ ACT Inc ສ້າງຕັ້ງຂຶ້ນໃນປີ 1988 ຊຶ່ງເປັນບໍລິສັດທີ່ຜະລິດ ສິ່ງປະດິດນະວັດຕະກຳທີ່ຊ່ວຍພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນເຊັ່ນ: ການທຳຄວາມສະອາດ ແລະ ອຸປະກອນດ້ານຄວາມງາມ ແລະ ອື່ນໆ. ໜຶ່ງໃນຈຸດປະສົງຕົ້ນຕໍຂອງງານຄັ້ງນີ້ແມ່ນເພື່ອ ອໍານວຍຄວາມສະດວກໃຫ້ແກ່ການພົບປະລະຫວ່າງ 13 ບໍລິສັດຂອງ ສ ເກົາຫຼີ ແລະ 47 ບໍລິສັດທ້ອງຖິ່ນຂອງລາວ, ໂດຍມີການເຈລະຈາແບບ 2 ຝ່າຍ ຫຼາຍກວ່າ 92 ຄັ້ງລະຫວ່າງຜູ້ຕາງໜ້າດ້ານ ICT, ຂົງເຂດການບິນ, ການແພດ ແລະ ຄວາມງາມຈາກພາກລັດ ແລະ ເອກະຊົນ.

ການພົບປະສອງຝ່າຍຄັ້ງນີ້ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຂໍ້ມູນຂ່າວສານ, ສອບຖາມລາຍລະອຽດຂອງຜະລິດຕະພັນ ແລະ ປະເມີນໂອກາດດ້ານຕະຫຼາດຂອງຜະລິດຕະພັນເກົາຫຼີໃນລາວ. ນອກຈາກນັ້ນ, ກິດຈະກຳສົ່ງເສີມການຄ້າຄັ້ງນີ້ ຍັງສົ່ງເສີມຄວາມເຂົ້າໃຈກ່ຽວກັບວິໄສທັດທຸລະກິດຂອງເກົາຫຼີ, ເຮັດໃຫ້ຜູ້ເຂົ້າຮ່ວມຈາກ ລາວ ໄດ້ຮຽນຮູ້ປະສົບການ ແລະ ຍຸດທະສາດຂອງພວກເຂົາ. ໃນລະຫວ່າງກິດຈຳກຳຄັ້ງນີ້ ມີການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງບໍລິສັດ ACT Inc., ຜູ້ຜະລິດອຸປະກອນເສີມຄວາມງາມຂອງເກົາຫຼີ ແລະ Be Beauty, ຕົວແທນຈຳໜ່າຍໃນລາວ ຊຶ່ງບົດບັນທຶກຄັ້ງນີ້ມີອາຍຸສັນຍາ 1 ປີ. ໃນວັນທີ 8 ສິງຫາ ຜ່ານມາ ຄະນະຜູ້ແທນການຄ້າຈາກ ເກົາຫຼີ ທີ່ເຂົ້າຮ່ວມງານກິດຈຳກຳສົ່ງເສີມການຄ້າເມືອງຊອງນຳ (Seongnam) ປະຈຳປີ 2025 ໄດ້ເຂົ້າຢ້ຽມຢາມ ສູນອິນເຕີເນັດແຫ່ງຊາດ ເພື່ອຮຽນຮູ້ກ່ຽວກັບໂຄງຮ່າງ ແລະ ນະໂຍບາຍດ້ານ ICT ຂອງລາວ ແລະ ຍັງໄດ້ພົບກັບບໍລິສັດ SOLUTEK SYSTEM LAO ຊຶ່ງເປັນບໍລິສັດ ເຕັກໂນໂລຊີ ຂອງ ເກົາຫຼີ ທີ່ສົ່ງເສີມທຸລະກິດເລີ່ມຕົ້ນ (Start-up) ໃນລາວ. ທ່ານ ປັກ ຈຸນກິວ (Mr. park Jungwe) ຜູ້ອຳນວຍການໃຫຍ່ ອົງການ KOTRA Vientiane ກ່າວວ່າ: ກິດຈຳກຳສົ່ງເສີການຄ້າ ເມືອງຊອງນຳ ປະຈຳປີ 2025 ຄັ້ງນີ້ ເປັນບາດກ້າວທີ່ມີຄວາມໝາຍໃນການຮັດແໜ້ນສາຍພົວພັນຄູ່ຮ່ວມມືດ້ານເສດຖະກິດ ແລະ ເຕັກໂນໂລຊີລະຫວ່າງ ສ ເກົາຫຼີ ແລະ ລາວ. ພວກເຮົາໄດ້ນໍາເອົານະວັດຕະກຳ ທີ່ມີຄວາມຄິດປະດິດສ້າງຂອງບໍລິສັດຊັ້ນນໍາຂອງ Seongnam ມາສູ່ຕະຫຼາດລາວ ແລະ ເຊື່ອ ວ່າການພົບປະສອງຝ່າຍໃນຄັ້ງນີ້ໄດ້ວາງພື້ນຖານສໍາລັບການຮ່ວມມືໃນໄລຍະຍາວ ຊຶ່ງຕ່າງຝ່າຍຕ່າງຈະໄດ້ຮັບຜົນປະໂຫຍດ.

ທ່ານກ່າວຕື່ມວ່າ: KOTRA ຈະສືບຕໍ່ເປັນຂົວຕໍ່ທີ່ໜ້າເຊື່ອຖືລະຫວ່າງທຸລະກິດເກົາຫຼີ ແລະ ລາວ, ສະໜັບສະໜູນການຮ່ວມມືແບບຍືນຍົງ ແລະ ການຂະຫຍາຍຕົວໃນຂະແໜງການຫຼັກໆ ເຊັ່ນ: ສາທາລະນະສຸກ, ICT ແລະ ນຳວັດຕະກຳເຕັກໂນໂລຊີສີຂຽວ.

ຂ່າວ: ພູວຽງຄຳ

ຄໍາເຫັນ

ຂ່າວການຮ່ວມມື

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊີ້ນໍາກອງທຶນພັດທະນານໍ້າເທີນ 2ໄດ້ຈັດຂຶ້ນໃນວັນທີ 24 ກນຍາຜ່ານມາທີ່ຫ້ອງວ່າການແຂວງຄໍາມ່ວນ ເພື່ອທົບທວນຜົນການດໍາເນີນງານ, ຮັບຮອງແຜນງານ ແລະ ກໍານົດທິດທາງພັດທະນາກອງທຶນໃນໄລຍະຕໍ່ໜ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະປົກຄອງແຂວງຄໍາມ່ວນ ແລະ ທ່ານ ມາກ-ອັງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.
ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ໃນວັນທີ 23 ກັນຍາຜ່ານມາທີ່ ນະຄອນນິວຢອກສອາເມຣິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.
ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ພິທີລົງນາມການຮ່ວມມືລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ໃນລາຍການ ໂຮງລະຄອນຈີນ ແລະ ກະຕູນຈີນ ປີ2026ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້ ທີ່ໂທລະພາບແຫ່ງຊາດ. ເປັນກຽດຮ່ວມລົງນາມໃນສັນຍາ ໂດຍ ສະຫາຍວັນລາຕີ ຄໍາວານວົງສາຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ສະຫາຍ Zheng Kui ຮອງເລຂາຄະນະພັກສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີ ສປຈີນ, ໂດຍຊ້ອງໜ້າ ສະຫາຍ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ເສີນ ຢີ້ ຈຸ່ນຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກຝ່າຍຈີນ ແລະ ຝ່າຍລາວ.
ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ເຈັດປີແຫ່ງຄວາມພາກພຽນ ເກີດໝາກຜົນຈາກ "ການເຊື່ອມຕໍ່ສີ່ເຂດ" — ເຂດການຄ້າເສລີພາກພື້ນຄຸນໝິງ ສ້າງມາດຕະຖານໃໝ່ໃນການພັດທະນາແບບເປີດກວ້າງ

ໃນຕອນເຊົ້າ, ດ່ານຊາຍແດນບໍ່ຫານ ຫາກໍ່ໄດ້ເປີດໃຫ້ບໍລິການ. ຂະບວນລົດໄຟ "ສາຍດ່ວນລ້ານຊ້າງ-ແມ່ນ້ຳຂອງ" ທີ່ບັນທຸກໝາກທຸລຽນຈາກໄທ ຄ່ອຍໆເຂົ້າຈອດທີ່ດ່ານລົດໄຟບໍ່ຫານ, ຂະນະທີ່ຕູ້ຄອນເທນເນີລະບົບຕ່ອງໂສ້ເຢັນເລີ່ມຖ່າຍໂອນ. ຫ່າງອອກໄປບໍ່ເທົ່າໃດກິໂລແມັດ, ຢູ່ດ່ານທາງຫຼວງ ທີ່ມີຈຸດກວດກາເຂົ້າ-ອອກເມືອງຂະຫຍາຍເປັນ 12 ເລນ, ຜູ້ຂັບລົດບັນທຸກຍື່ນເອກະສານ ແລະ ພຽງ 4 ນາທີຕໍ່ມາກໍໄດ້ຮັບໃບອະນຸຍາດປ່ອຍຜ່ານ. ແນ່ໄສ່ "ເສັ້ນທາງທອງຄຳ" ຄື ທາງລົດໄຟລາວ-ຈີນ, ໝາກທຸລຽນຈາກສວນໝາກໄມ້ຂອງໄທໄປຮອດຕະຫຼາດຄຸນໝິງ ໃຊ້ເວລາພຽງ 3 ມື້.
ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ເຊກອງ ສໍາເລັດການເຂົ້າຮ່ວມງານວາງສະແດງສິນ​ຄ້າ ຈີນ-ອາຊຽນ ຄັ້ງທີ 23

ແຂວງເຊກອງ ໄດ້ສໍາເລັດການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ຄັ້ງທີ 23 ປະຈໍາປີ 2026ທີ່ນະຄອນໜານໜິງ, ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-21 ກັນຍາ 2026 ພາຍໃຕ້ຄໍາຂວັນ “ສົ່ງເສີມກາລະໂອກາດ ຂອງການຍົກລະດັບເຂດການຄ້າເສລີ ຈີນ-ອາຊຽນ 3.0 ເພື່ອຊີວິດທີ່ດີຂຶ້ນກວ່າເກົ່າ”.
ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ

ພິທີເປີດງານສັບປະດາວັດທະນະທຳຮູບເງົາ ຈີນ-ອາຊີອາຄະເນ ໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນາການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ປາຄານໄຊ ສີຄານໄຊ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ເຊິນ ອີຈຸນ ກຳມະການຄະນະປະຈຳພັກ ເຂດປົກຄອງຕົນເອງກວາງຊີຈ່ວງຫົວໜ້າພະແນກໂຄສະນາເຜີຍແຜ່; ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນປະຈຳລາວ; ມີບັນດາຮອງຜູ້ອຳນວຍການບໍລິຫານກອງທຶນພັດທະນາສື່ມວນຊົນໄທ ແລະ ແຂກຖືກເຊີນເເຂົ້າຮ່ວມ.
ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ທະນາຄານຮ່ວມທຸລະກິດລາວ-ຫວຽດມ ມອບຈໍ LED ໃຫ້ອົງການກວດສອບແຫ່ງລັດ

ໃນວັນທີ 23 ກັນຍານີ້, ທີ່ອົງການກວດສອບແຫ່ງລັດ ໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ຈໍ LED ທີ່ໄດ້ຮັບການສະໜັບສະໜູນ ຈາກທະນາຄານຮ່ວມທຸລະກິດລາວ-ຫວຽດໃຫ້ແກ່ອົງການກວດສອບແຫ່ງລັດຮ່ວມລົງນາມຄັ້ງນີ້ ຕາງໜ້າອົງການກວດສອບແຫ່ງລັດ ໂດຍ ທ່ານ ນາງ ຕຸລາວັນ ພິມມະສອນ ຮອງປະທານອົງການກວດສອບແຫ່ງລັດ ແລະ ຕາງໜ້າທະນາຄານ ໂດຍ ທ່ານ ຫງຽວນ ເຖ ຖັງ ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະຫຼອງບຸນໄຫວ້ພະຈັນ ຕິດພັນກັບການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ

ສະພາການຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ ຮ່ວມກັບ ສະຖານທູດຈີນປະຈຳລາວ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ຢູ່ ນະຄອນຫຼວງວຽງຈັນ (ນວ) ເພື່ອສືບສານບຸນປະເພນີອັນດີງາມຂອງຊົນຊາດຈີນ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 22 ກັນຍາ ນີ້ ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ຝາງ ຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ.
ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ບຸນໄຫ້ວພະຈັນພາຍໃຕ້ຫົວຂໍ້ ຮ່ວມກັນຊົມພະຈັນດວງດຽວກັນ

ສູນວັດທະນະທຳຈີນ ປະຈຳ ສປປ ລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ພາຍໃຕ້ຫົວຂໍ້ຮ່ວມກັນຊົມພະຈັນດວງດຽວກັນ - ອ່ານບົດກະວີໃນບຸນໄຫວ້ພະຈັນ” ປະຈໍາປີ 2026 ຂຶ້ນໃນວັນທີ 23 ກັນຍານີ້ ທີ່ສູນວັດທະນະທຳຈີນ ປະຈຳ ສປປ ລາວ ເປັນກຽດເຂົ້າຮ່ວມມີ ທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າພາກວິຊາ ຄະນະອັກສອນສາດ, ມີຮອງພາກວິຊາພາສາຈີນ ແລະ ນັກສຶກສາຈາກ ພາກວິຊາພາສາຈີນ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ.
ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ໃນວັນທີ 22 ກັນຍາ ຜ່ານມານີ້ ທີ່ ນະຄອນນິວຢອກ ສ ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີເປີດກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນອົງການສະຫະ ປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.
ເພີ່ມເຕີມ