ນັບແຕ່ປີ 1948 ເປັນຕົ້ນມາ, ຊົງວະແດ ເປັນທໍານຽບ ແລະ ສໍານັກງານເຮັດວຽກຂອງປະທານາທິບໍດີ ສ ເກົາຫຼີ ມາໂດຍຕະຫຼອດ. ພາຍຫຼັງທ່ານ ຢຸນຊົກຢົນ ເຂົ້າດໍາລົງຕໍາແໜ່ງປະທານາທິບໍດີ ສ ເກົາຫຼີ ໃນເດືອນພຶດສະພາປີ 2022 ເປັນຕົ້ນມາ, ທ່ານໄດ້ຍ້າຍສະຖານທີ່ເຮັດວຽກໄປຢູ່ທໍານຽບປະທານາທິບໍດີທີ່ສ້າງຂຶ້ນໃໝ່ຢູ່ສໍານັກງານກະຊວງປ້ອງກັນປະເທດທີ່ນະຄອນຫຼວງເຊອູນ ແລະ ເປີດຊົງວະແດໃຫ້ປະຊາຊົນເຂົ້າຊົມແບບສາທາລະນະ.
ພາຍຫຼັງທ່ານ ລີແຈມຽງ ເຂົ້າດໍາລົງຕໍາແໜ່ງເປັນປະທານາທິບໍດີ ສ ເກົາຫຼີ, ທ່ານໄດ້ປະກາດຍ້າຍທໍານຽບປະທານາທິບໍດີກັບຄືນສູ່ຊົງວະແດອີກຄັ້ງ.
ຄໍາເຫັນ