ສະແດງສີລະປະເສີມຂະຫຍາຍ ສາຍພົວພັນແບບພິເສດ ລາວ-ຫວຽດນາມ

ສະແດງສີລະປະເສີມຂະຫຍາຍ ສາຍພົວພັນແບບພິເສດ ລາວ-ຫວຽດນາມ

ສະແດງສີລະປະເສີມຂະຫຍາຍ ສາຍພົວພັນແບບພິເສດ ລາວ-ຫວຽດນາມ
ໃນວັນທີ 25 ສິງຫາ 2026 ທີ່ສະໂມສອນໃຫຍ່ (ຫຼັກ 4) ແຂວງຄໍາມ່ວນ, ໄດ້ຈັດງານສະແດງສິລະປະວັດທະນະທຳ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 1945 - 2 ກັນຍາ 2026). ທັງເປັນການເສີມຂະຫຍາຍ ບັນດາກິດຈະກຳວັດທະນະທໍາ ແລະ ສິລະປະ ຂອງ ສສ ຫວຽດນາມ.
ສະແດງສລະປະເສມຂະຫຍາຍ ສາຍພວພນແບບພເສດ ລາວ-ຫວຽດນາມ - image 1
 

ການຈັດງານໃນຄັ້ງນີ້ ຈັດຂຶ້ນໂດຍ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຮ່ວມກັບ ອົງການປົກຄອງແຂວງຄໍາມ່ວນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ສະແດງສລະປະເສມຂະຫຍາຍ ສາຍພວພນແບບພເສດ ລາວ-ຫວຽດນາມ - image 2
 

ແຂວງຄໍາມ່ວນ ເປັນແຂວງໜຶ່ງທີ່ມີຄວາມໝາຍປະຫວັດສາດເລິກເຊິ່ງ ເຊິ່ງມີອະນຸສອນສະຖານ ປະທານ ໂຮ່ ຈິມິນ ຜູ້ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມ. ທາງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ຈຶ່ງໄດ້ສົ່ງຄະນະນັກສິລະປະ ແລະ ໂຮງລະຄອນຊື່ດັງຈາກນະຄອນຫຼວງຮ່າໂນ້ຍ ມາເປີດການສະແດງສິລະປະໃຫ້ຊາວແຂວງຄໍາມ່ວນໄດ້ຮັບຊົມໂດຍບໍ່ເສຍຄ່າ.

ສະແດງສລະປະເສມຂະຫຍາຍ ສາຍພວພນແບບພເສດ ລາວ-ຫວຽດນາມ - image 3
 

ເຂົ້າຮ່ວມໃນງານຄັ້ງນີ້ມີທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ບັນດາການນຳຈາກພະແນກການ, ອົງການທຽບເທົ່າ, ພີ່ນ້ອງເຊື້ອສາຍຊາວຫວຽດນາມ ທີ່ດຳລົງຊີວິດຢູ່ແຂວງຄໍາມ່ວນ ແລະ ຊາວເມືອງທ່າແຂກ ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

ພາຍໃນງານ, ມວນຊົນທີ່ເຂົ້າຮ່ວມໄດ້ຮັບຊົມລາຍການສະແດງສີລະປະ, ຟ້ອນລຳ ແລະ ເພງທີ່ສື່ເຖິງມິດຕະພາບ ລາວ-ຫວຽດນາມ, ຄວາມຮັກແພງບ້ານເກີດເມືອງນອນ ແລະ ຜົນງານການປະຕິວັດອັນສະຫງ່າລາສີຂອງປະທານ ໂຮ່ ຈິມິນ, ການສະແດງແຕ່ລະຊຸດລ້ວນແຕ່ສ້າງຄວາມປະທັບໃຈ ແລະ ຄວາມເບີກບານມ່ວນຊື່ນໃຫ້ແກ່ມວນຊົນທີ່ເຂົ້າຊົມ.

ຂ່າວ: ກອງຄໍາ

ຄໍາເຫັນ

ຂ່າວການຮ່ວມມື

ຂະຫຍາຍຕະຫຼາດການທ່ອງທ່ຽວ 2026 ຂອງ ສປປ ລາວ ສູ່ພາກພື້ນ ເເລະ ສາກົນ

ຂະຫຍາຍຕະຫຼາດການທ່ອງທ່ຽວ 2026 ຂອງ ສປປ ລາວ ສູ່ພາກພື້ນ ເເລະ ສາກົນ

ໃນລະຫວ່າງວັນທີ 25-29 ສິງຫາ 2026ນີ້, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ, ຫົວຫນ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງ ວັດທະນະທໍາ ແລະ ການທ່ອງທ່ຽວ(ວທ) ຮ່ວມກັບ ພະເເນກ ວທ ນະຄອນຫຼວງວຽງຈັນ ໄດ້ນຳພາພາກທຸລະກິດການທ່ອງທ່ຽວຂອງ ສປປ ລາວ ປະກອບມີ: ບໍລິສັດ ທ່ອງທ່ຽວ ເວີວາຍ, ບໍລິສັດທ່ອງທ່ຽວລາວບູຣຕິກ, ບໍລິສັດ ທ່ອງທ່ຽວອາເສັບ, ບໍລິສັດ ທ່ອງທ່ຽວບຣາເທີທົວ, ໂຮງແຮມ ຄຣາວພາຊາ ວຽງຈັນ ແລະ ໂຮງແຮມ ຮໍລິເດ ອິນ, ບໍລິສັດ ທ່ອງທ່ຽວ ຊານເທີລີ ແລະ ບໍລິສັດ ທ່ອງທ່ຽວເອັມພີທົວ ເຂົ້າຮ່ວມ ງານວາງສະເເດງການທ່ອງທ່ຽວສາກົນ ITE 2026 ຄັ້ງທີ 20 ຈັດໂດຍຄະນະກຳມະການປົກຄອງ ນະຄອນໂຮ່ຈິມິນ ຮ່ວມກັບ ກະຊວງວັດທະນະທຳ ເເລະ ທ່ອງທ່ຽວ ສສ ຫວຽດນາມ.
ລາວ-ຫວຽດນາມ ລົງນາມຮ່ວມມືດ້ານການສຶກສາ ໄລຍະປີ 2026 - 2029

ລາວ-ຫວຽດນາມ ລົງນາມຮ່ວມມືດ້ານການສຶກສາ ໄລຍະປີ 2026 - 2029

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາໄລຍະປີ 2026 – 2029 ຕາງໜ້າລົງນາມໂດຍ ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫງວຽນ ຖິ ເຕິນ ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ທ່ານ ຫງວຽນ ເຕິນ ເຈິ່ນ ມິງຄາງ ຜູ້ອໍານວຍການມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານ ສສ ຫວຽດນາມ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ອຳນວຍການ, ຮອງອຳນວຍການ, ຄະນະນໍາ, ພະນັກງານພາຍໃນບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) , ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ສຳເລັດຊຸດອົບຮົມໂຄງການນັກຂ່າວໜຸ່ມຂອງ ສປປ ລາວ

ສຳເລັດຊຸດອົບຮົມໂຄງການນັກຂ່າວໜຸ່ມຂອງ ສປປ ລາວ

ພິທີປິດໂຄງການຝຶກອົບຮົມນັກຂ່າວໝຸ່ມຂອງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 26 ສິງຫານີ້, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍມີທ່ານ ຮັນລີ້ສຽງ ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ , ມີທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ, ມີພະນັກງານສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນພ້ອມດ້ວຍນັກຂ່າວ​ໜຸ່ມ​ຂອງ​ ສປປ​ ລາວ​ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນມາແຕ່ວັນທີ 7 –​ 27 ສິງຫາ 2026 ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ.
ກອງປະຊຸມ UNCCD COP17 ແລະ ກອງປະຊຸມລະດັບສູງ ທີ່ ມົງໂກລີ

ກອງປະຊຸມ UNCCD COP17 ແລະ ກອງປະຊຸມລະດັບສູງ ທີ່ ມົງໂກລີ

ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ນຳພາ ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະໄໝທີ 17 ຂອງບັນດາລັດພາຄີ ແຫ່ງສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການກາຍເປັນທະເລຊາຍ (UNCCD COP17) ແລະ ກອງປະຊຸມລະດັບສູງ ໃນລະຫວ່າງວັນທີ 17-28 ສິງຫາ ນີ້.
ວັດທຽນຖານມໍຣະດົກໂລກມີຄຸນຄ່າທາງປະຫວັດສາດຂອງຈີນ

ວັດທຽນຖານມໍຣະດົກໂລກມີຄຸນຄ່າທາງປະຫວັດສາດຂອງຈີນ

ວັດທຽນຖານເປັນສະຖານທີ່ສັກສິດມີຄວາມໝາຍສຳຄັນທາງປະຫວັດສາດຂອງປະຊາຊົນຈີນ ເປັນສະຖານທີ່ບູຊາຟ້າເພື່ອອະທິຖານໃຫ້ຜົນລະປູກອຸດົມສົມບູນ. ໃນວັນທີ 24 ສິງຫາ ຜ່ານມານີ້, ສື່ມວນຊົນລາວທີ່ເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວໜຸ່ມຂອງ ສປປ ລາວ ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ນັບແຕ່ວັນທີ 7 – 27 ສິງຫາ 2026 ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ, ໂດຍການນຳພາຂອງທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ, ມີຄະນະຮັບຜິດຊອບຊຸດອົບຮົມພ້ອມດ້ວຍນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ເຄື່ອນໄຫວທັດສະນະສຶກສາຮຽນຮູ້ປະຫວັດສາດ, ວັດທະນະທຳທີ່ວັດທຽນຖານ(Tiāntán) ຫຼື Temple of Heaven ນະຄອນຫຼວງປັກກິ່ງ ສປ ຈີນ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານໄລຍະ I

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານໄລຍະ I

ໃນວັນທີ 21 ສິງຫາຜ່ານມາ ກະຊວງກະສິກຳແລະ ສິ່ງແວດລ້ອມຮ່ວມກັບສະຖານທູດເຢຍລະມັນແລະ ທະນາຄານພັດທະນາ KFW ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານ ຫຼື VFMP ໄລຍະ I ຂຶ້ນ, ທີ່ເມືອງວັງວຽງ ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຮັນສ - ອູນຣິກ ຊຸດແບ໋ກ ເອກອັກຄະລັດຖະທູດເຢຍລະມັນປະຈຳ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກລັດຖະບານ ສປປ ລາວ, ຄູ່ຮ່ວມພັດທະນາ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ຈຸດປະສົງເພື່ອທົບທວນຄືນຜົນສໍາເລັດ ແລະ ບົດຮຽນທີ່ໄດ້ຈາກໂຄງການຄຸ້ມຄອງປ່າໄມ້ຂັ້ນບ້ານໄລຍະ I (2019-2026) ແລະ ປຶກສາຫາລືເຖິງແນວທາງໃນການບໍລິຫານຈັດການປ່າໄມ້ແບບຍືນຍົງໃນ ສປປ ລາວ.
ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ - ສປ ກົງໂກ ພົບປະຫາລືວຽກງານ

ຮອງ ລມຕ ກະຊວງການຕ່າງປະເທດ ສປປ ລາວ - ສປ ກົງໂກ ພົບປະຫາລືວຽກງານ

ໃນວັນທີ 26 ສິງຫານີ້ ທີ່ ​ກະຊວງການຕ່າງປະເທດ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ພົບປະກັບ ທ່ານ Crispi MBANDU PHANZU ຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຮັບຜິດຊອບວຽກງານຝຣັງໂກໂຟນີ ຂອງ ສປ ກົງໂກ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 25-27ສິງຫາ 2026.
ຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນຊາດ ສສ ຫວຽດນາມ

ຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນຊາດ ສສ ຫວຽດນາມ

ໃນຕອນເຊົ້າວັນທີ 27 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ນຳເອົາກະຕ່າດອກໄມ້ ໄປອວຍພອນສະຖານທູດຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດ ຄົບຮອບ 81 ປີ (2/9/1945-2/9/2026) ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໃຫ້ການຕ້ອນຮັບ ຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.
ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ປະດັບຫຼຽນກາມິດຕະພາບໃຫ້ແກ່ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ

ໃນວັນທີ 25 ສິງຫານີ້, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວ, ປະດັບຫຼຽນກາມິດຕະພາບໃຫ້ແກ່ ທ່ານນາງ ມາຕິນ ເທເຣີ (Ms.Martine Thérer) ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (United Nations Development Programme – UNDP) ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ, ໂດຍມີການເຂົ້າຮ່ວມຂອງບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ສື່ມວນຊົນລາວ​ ທັດສະນະສຶກສາ​​ຢູ່ນະຄອນຊຽງຮຸ່ງ​ ແຂວງຢຸນນານ​

ໃນລະຫວ່າງວັນທີ 21-22​ ສິງຫາຜ່ານມາ, ສື່ມວນຊົນລາວນຳພາໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ທັງເປັນຫົວໜ້າຄະນະນັກຂ່າວໜຸ່ມຂອງ ສປປ ລາວ,ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕົງຢ້ານ ​ຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ​ພ້ອມດ້ວຍຄະນະຮັບຜິດຊອບຊຸດອົບຮົມ ແລະ ນັກຂ່າວ​ໜຸ່ມ​ຂອງ​ ສປປ​ ລາວ​ ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ນະຄອນຈິ່ງຫົງ​ ຫຼື​ Jinghong​ (ນະຄອນ​ຊຽງ​ຮຸ່ງ)ເຂດປົກຄອງຕົນເອງຊົນເຜົ່າໄຕສິບສອງພັນນາ ແຂວງຢຸນນານ ສປ ​ຈີນ.
ເພີ່ມເຕີມ