ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ

ສະແດງທົດລອງຄັ້ງທີ 2 ສວນສະໜາມສະຫຼອງ 50 ປີວັນສະຖາປະນາ ສປປ ລາວ
ພິທີສະແດງທົດລອງຄັ້ງທີ 2 ການເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ທີ່ວິທະຍາຄານນາຍທະຫານບົກກົມມະດຳໂດຍມີສະຫາຍພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຊີ້ນໍາການເດີນສວນສະໜາມ, ມີບັນດາຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະນຳແຕ່ລະກ້ອນກໍາລັງເຫຼົ່າຮົບທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະແດງທດລອງຄງທ 2 ສວນສະໜາມສະຫອງ 50 ປວນສະຖາປະນາ ສປປ ລາວ - image 1
 

 

ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໜ້າວຽກກະກຽມດ້ານເນື້ອໃນກໍາລັງພົນເຂົ້າຮ່ວມ, ເຄື່ອງອຸປະກອນການປະກອບ, ວິທີການ, ວາລະດໍາເນີນການຈັດຕັ້ງງານໂຮມຊຸມນຸມ ແລະ ການຈັດຕັ້ງຫັດແອບສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃຫ້ເປັນເອກະພາບ, ມີເນື້ອໃນ, ມີຄວາມໝາຍເລິກເຊິ່ງ ແລະ ສົມກຽດ. ກົມໃຫຍ່ເສນາທິການກອງທັບໃນນາມຄະນະຊີ້ນໍາກ້ອນສວນສະໜາມໄດ້ປະສານສົມທົບກັບບັນດາອົງການກະຊວງ ແລະ ກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນສ້າງແຜນການຈັດຕັ້ງສະແດງທົດລອງຄັ້ງທີ 2 ການເດີ່ນຂະບວນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີໃນຄັ້ງນີ້ເພື່ອລະນຶກເຖິງວັນສໍາຄັນທາງປະຫວັດສາດຂອງຊາດ, ເອກອ້າງຜົນງານໃນການສ້າງສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະ 50 ປີຕໍ່ແຂກພາຍໃນ ແລະ ຕ່າງປະເທດ, ພ້ອມທັງຖືເອົາໂອກາດນີ້ເຕົ້າໂຮມຄວາມສາມັກຄີປອງດອງຊາດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໂດຍພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃຫ້ເປັນປຶກແຜ່ນ, ສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຊີ້ນໍາຂອງພັກວາງອອກໃຫ້ບັນລຸຕາມຈຸດປະສົງຄາດໝາຍ.

ໂອກາດນີ້, ສະຫາຍພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ເອົາໃຈໃສ່ໃນການຫັດແອບຜ່ານການຕິດຕາມສົມທຽບໃສ່ກັບຄັ້ງທີ 1 ເຫັນວ່າດີຂຶ້ນກວ່າເກົ່າຫຼາຍມີການພັດທະນາຫຼາຍຮູບການໂດຍສະເພາະແມ່ນການຈັດຮູບແຖວ, ຈັງຫວະຕ່າງໆ, ແຕ່ຕ້ອງໄດ້ສືບຕໍ່ຝຶກຝົນຕໍ່ໄປເພາະຍັງມີບາງດ້ານຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ໄລຍະຫ່າງແຕ່ລະຈຸໃຫ້ສະເໝີ ກັນ, ເອົາໃຈໃສ່ຈັງຫວະບຸກຄົນ, ລວມໝູ່, ຕ້ອງກໍານົດຈຸດຢືນແຕ່ລະຈຸໃຫ້ລະອຽດ, ພ້ອມທັງເນັ້ນໃຫ້ຄະນະກົມກອງ, ຫົວໜ້າກ້ອນກຳລັງແລະພະນັກງານ-ນັກຮົບເອົາໃຈໃສ່ຈັດຕັ້ງຫັດແອບຕາມແຜນການທີ່ຂັ້ນເທິງມອບໝາຍໃຫ້ບັນລຸຕາມແຜນການ.

ສະແດງທດລອງຄງທ 2 ສວນສະໜາມສະຫອງ 50 ປວນສະຖາປະນາ ສປປ ລາວ - image 2
 

ຈາກນັ້ນ, ບັນດາຄະນະນຳແຕ່ລະກ້ອນກຳລັງກໍໄດ້ຜັດປ່ຽນກັນປະກອບຄຳຄິດເຫັນເພື່ອເອກະພາບກັນທາງດ້ານເນື້ອໃນ, ຮູບແບບການຝຶກຊ້ອມ, ຈັງຫວະທ່າທີຕ່າງໆ, ວິທີການຮັກສາສຸຂະພາບ, ວິທີການຢູ່ຮ່ວມກັນ ແລະ ສະເໜີວິທີການແກ້ໄຂໃຫ້ມີປະສິດທິພາບດີຂຶ້ນ.

ຂ່າວ: ແສງເດືອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ກອງພັນນ້ອຍຕີພິເສດ 432 ທະຫານແຂວງວຽງຈັນ ສຳເລັດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນ

ພິທີ ປິດຊຸດຝຶກອົບຮົມ-ຫັດແອບ ໄລຍະສັ້ນຕີຕົວເມືອງປະຈຳປີ 2025 ໃຫ້ກຳລັງກອງພັນນ້ອຍຕີພິເສດ 432 ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້, ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 15 ວັນ, ໂດຍການເປັນປະທານຂອງສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຫົວໜ້າກົມ 49, ຫົວໜ້າກອງບັນຊາການທະຫານແຂວງ, ຫົວໜ້າຫ້ອງວ່າການແຂວງ, ມີບັນດາສະຫາຍອົງການ 5 ຫ້ອງ,ພະແນກຕີພິເສດເຂົ້າຮ່ວມ.
ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ເປີດໂຄງການຜະລິດໄຄແຜ່ນ ບ້ານມ່ວງຄໍາ

ກອງເລຂາທິການຄະນະກຳມາທິການແມ່ນ້ຳຂອງສາກົນ (MRCS), ຮ່ວມກັບກອງເລຂາ ຄະນະກຳມະການແມ່ນ້ຳຂອງແຫ່ງຊາດລາວ ແລະ ບໍລິສັດ ກັລຟ໌ເອເນີຈີເດເວີລັອບເມັ້ນ, ໄດ້ເປີດຕົວໂຄງການຜະລິດຕະພັນໄຄແມ່ນ້ຳຂອງ ໃນວັນທີ 5 ພະຈິກ 2025 ທີ່ບ້ານມ່ວງຄຳ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງເປັນການລິເລີ່ມບຸກເບີກ ເພື່ອສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ ຢູ່ຊົນນະບົດແຂວງຫຼວງພະບາງ ໃຫ້ດີຂຶ້ນ ໂດຍການຜະລິດກະສິກຳແບບຍືນຍົງ ແລະ ການເຂົ້າເຖິງຕະຫຼາດທີ່ທັນສະໄໝ.
2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

2 ບໍລິສັດມອບເງິນຟື້ນຟູຜົນກະທົບຈາກໄພພິບັດຢູ່ແຂວງຊຽງຂວາງ

ໃນວັນທີ 8 ພະຈິກນີ້, ທ່ານ ເພັດ ວົງຂັນຕີ ຜູ້ອຳນວຍການບໍລິສັດ ເພັດໄລພອນທຣວງເຊີນຣີຊອດສ ຈຳກັດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 100,000,000 ກີບ ໃຫ້ແຂວງຊຽງຂວາງ, ທ່ານ ໂກວ ກຸຍຮ່າຍ (GUO GUIHAI) ຜູ້ອຳນວຍການບໍລິສັດ ຮົ່ງກົງຈົງເຊິງການລົງທຶນພະລັງງານ(ລາວ) ສາກົນ ຈຳກັດ ພ້ອມດ້ວຍຄະນະໄດ້ມອບເງິນຈຳນວນ 150,000,000 ກີບໃຫ້ແຂວງຊຽງຂວາງ ເພື່ອຕ້ານ, ຮັບມື ແລະ ຟື້ນຟູຜົນເສຍຫາຍຈາກໄພພິບັດຢູ່ແຂວງຊຽງຂວາງ ໂດຍສະເພາະແມ່ນໄພນ້ຳຖ້ວມ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນດີຂຶ້ນ ແລະ ເຂົ້າສູ່ພາວະປົກກະຕິໂດຍໄວ.
ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ການນຳເມືອງວຽງຄຳ ຕິດຕາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ

ວັນທີ 8 ພະຈິກຜ່ານມານີ້, ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ກວດກາ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານພູກາງ, ບ້ານເມືອງຫມ້ວຍ, ບ້ານຕຸ່ມມິ່ງ, ບ້ານວຽງທອງ, ບ້ານຫນອງຄຳ ເມືອງວຽງຄໍາ ແຂວງຫຼວງພະບາງ, ເພື່ອຊຸກຍູ້ການລົງສໍາຫຼວດ ໃຫ້ສໍາເລັດຕາມລະດັບຄາດໝາຍ. ໂອກາດນີ້, ທ່ານ ສອນສັກ ສຸລິເສີມ ໄດ້ຊີ້ນໍາໃຫ້ຄະນະພັກ, ອົງການປົກຄອງບ້ານ ເອົາໃຈໃສ່ນໍາພາ-ຊີ້ນໍາ ປະຊາຊົນພາຍໃນບ້ານ ໃຫ້ຄວາມສະດວກ ແກ່ຜູ້ລົງປະຕິບັດໜ້າທີ່ວຽກງານ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງນີ້ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ຮັບປະກັນໃຫ້ມີຄວາມສະຫງົບ, ປອດໄພ 100% ຕະຫຼອດໄລຍະການເດີນສໍາຫຼວດໃນຄັ້ງນີ້.
ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ຄໍາມ່ວນ ເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ

ກອງປະຊຸມເຜີຍແຜ່ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ອົງການ 3 ຝ່າຍ ແລະ ຜູ້ໃຊ້ແຮງງານ ໄດ້ຈັດຂຶ້ໃນຕອນວັນທີ 7 ພະຈິກຜ່ານມາ ທີ່ຫ້ອງປະຊຸມພະແນກ ແຮງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ພາຍໃຕ້ການເປັນປະທານຂອງທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ.
ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ເພີ່ມເຕີມ